Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 16:11 - ພຣະຄຳພີສັກສິ

11 ແລ້ວ​ກະສັດ​ດາວິດ​ກໍ​ກ່າວ​ແກ່​ອາບີໄຊ​ກັບ​ພວກ​ຂ້າຣາຊການ​ທຸກຄົນ​ວ່າ, “ລູກຊາຍ​ຂອງເຮົາ​ເອງ​ພະຍາຍາມ​ຈະ​ຂ້າ​ເຮົາ​ຢູ່; ສະນັ້ນ ເປັນຫຍັງ​ຈຶ່ງ​ປະຫລາດ​ໃຈ​ກັບ​ຄົນ​ເບັນຢາມິນ​ຜູ້​ນີ້? ປ່ອຍ​ໃຫ້​ລາວ​ດ່າ​ເຮົາ​ຢູ່​ຢ່າງ​ນັ້ນ​ແຫຼະ ແລະ​ຢ່າ​ໄປ​ຫຍຸ້ງກ່ຽວ​ກັບ​ລາວ​ເລີຍ ເພາະ​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ລາວ​ເຮັດ​ຢ່າງ​ນັ້ນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 16:11
14 Jak'a apnaqawi uñst'ayäwi  

ແລ້ວ​ອັບຣາມ​ກໍ​ໄດ້​ຍິນ​ພຣະເຈົ້າຢາເວ​ກ່າວ​ແກ່​ເພິ່ນ​ອີກ​ວ່າ, “ຄົນ​ຮັບໃຊ້​ຜູ້​ນີ້​ຈະ​ບໍ່ໄດ້​ຮັບ​ມໍຣະດົກ​ຂອງ​ເຈົ້າ​ດອກ, ແຕ່​ແມ່ນ​ລູກຊາຍ​ຂອງເຈົ້າ​ເອງ ທີ່​ຈະ​ເປັນ​ຜູ້​ສືບ​ມໍຣະດົກ​ແທນ​ເຈົ້າ.”


ບັດນີ້ ຢ່າ​ເປັນທຸກໃຈ​ຫລື​ກ່າວໂທດ​ຕົນເອງ​ທີ່​ໄດ້​ຂາຍ​ຂ້ອຍ​ມາ​ທີ່​ນີ້. ແມ່ນ​ພຣະເຈົ້າ ທີ່​ໄດ້​ສົ່ງ​ຂ້ອຍ​ມາ​ນີ້​ກ່ອນ​ເພື່ອ​ຊ່ວຍ​ຊີວິດ​ມະນຸດ.


ຢູ່​ໃນ​ເມືອງ​ກິນການ​ຍັງ​ມີ​ຊາຍ​ບໍ່​ດີ​ຄົນ​ໜຶ່ງ​ຊື່​ວ່າ ເຊບາ; ລາວ​ເປັນ​ລູກຊາຍ​ຂອງ​ບີກຣີ ຄົນ​ໃນ​ເຜົ່າ​ເບັນຢາມິນ. ລາວ​ເປົ່າແກ​ແລະ​ຮ້ອງ​ວ່າ, “ພວກເຮົາ​ບໍ່​ມີສ່ວນ​ໃນ​ດາວິດ ບໍ່​ມີ​ສ່ວນ​ໃນ​ມໍຣະດົກ​ຂອງ​ລູກຊາຍ​ຂອງ​ເຢຊີ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ພາກັນ​ກັບເມືອ​ບ້ານ​ເຖີດ.”


ແລ້ວ​ກະສັດ​ກໍໄດ້​ເວົ້າ​ກັບ​ຜູ້ທຳນວາຍ​ນາທານ​ວ່າ, “ເບິ່ງດູ ເຮົາ​ເອງ​ຢູ່​ໃນ​ເຮືອນ​ທີ່​ສ້າງ​ດ້ວຍ​ໄມ້ແປກ, ແຕ່​ຫີບ​ຂອງ​ພຣະເຈົ້າ​ພັດ​ຢູ່​ໃນ​ຫໍເຕັນ.”


ວັນ​ໜຶ່ງ ເມື່ອ​ເພິ່ນ​ກຳລັງ​ຂາບໄຫວ້​ພະ​ທີ່​ວິຫານ​ພະ​ນີຊະຣົກ​ພະ​ຂອງເພິ່ນ; ອັດຣຳເມເລັກ​ແລະ​ຊາເຣເຊ​ກໍໄດ້​ຂ້າ​ເພິ່ນ​ເສຍ. ສອງ​ຄົນ​ນີ້​ເປັນ​ລູກຊາຍ​ຂອງ​ເພິ່ນ​ເອງ. ແລ້ວ​ພວກເຂົາ​ກໍ​ປົບໜີໄປ​ປະເທດ​ອາຣາຣັດ. ລູກຊາຍ​ຂອງ​ເພິ່ນ​ອີກ​ຄົນ​ໜຶ່ງ​ຊື່​ວ່າ ເອສາຮັດໂດນ ໄດ້​ຂຶ້ນ​ປົກຄອງ​ແທນ.


ພຣະເຈົ້າຢາເວ​ຈຶ່ງ​ໃຊ້​ເທວະດາ​ຕົນ​ໜຶ່ງ​ມາ​ຂ້າ​ທະຫານ ແລະ​ນາຍ​ທະຫານ​ຂອງ​ກອງທັບ​ອັດຊີເຣຍ. ສະນັ້ນ ກະສັດ​ແຫ່ງ​ອັດຊີເຣຍ​ຈຶ່ງ​ໄດ້​ກັບຄືນ​ເມືອ​ປະເທດ​ຢ່າງ​ອັບອາຍ​ຂາຍໜ້າ. ມື້ໜຶ່ງ ເມື່ອ​ເພິ່ນ​ຍັງ​ຢູ່​ໃນ​ວິຫານ​ພະ​ຂອງ​ເພິ່ນ ລູກຊາຍ​ເພິ່ນ​ບາງຄົນ​ໄດ້​ໃຊ້​ດາບ​ສັງຫານ​ເພິ່ນ​ເສຍ.


ພວກເຂົາ​ພາກັນ​ຢາກ​ສາບແຊ່ງ​ນິນທາ​ຂ້ານ້ອຍ ແຕ່​ພຣະອົງ​ຈະ​ອວຍພອນ​ແກ່​ຂ້ານ້ອຍ​ໄດ້. ຂໍ​ໃຫ້​ພວກ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ນັ້ນ​ພ່າຍແພ້​ໜີໄປ ແລະ​ໃຫ້​ຜູ້ຮັບໃຊ້​ຂອງ​ພຣະອົງ​ຊົມຊື່ນ​ຍິນດີ​ເຖີດ.


ຖ້າ​ຜູ້ທຳນວາຍ​ຜູ້ໜຶ່ງ​ຫລອກລວງ​ຄົນໜຶ່ງ​ຄົນໃດ ໂດຍ​ໃຫ້​ຄຳຕອບ​ຢ່າງ​ຜິດພາດ​ວ່າ ເປັນ​ເພາະ​ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ຫລອກລວງ​ລາວ. ເຮົາ​ຈະ​ຢຽດ​ມື​ຂອງເຮົາ​ອອກ​ຕໍ່ສູ້​ລາວ ແລະ​ເຮົາ​ຈະ​ທຳລາຍ​ລາວ​ອອກ​ຈາກ​ທ່າມກາງ​ປະຊາຊົນ​ອິດສະຣາເອນ.


ແລ້ວ​ເຮົາ​ກໍໄດ້​ໃຫ້​ບັນດາ​ກົດບັນຍັດ​ທີ່​ບໍ່​ດີ ແລະ​ຂໍ້ຄຳສັ່ງ​ທີ່​ບໍ່​ໃຫ້​ຊີວິດ​ແກ່​ພວກເຂົາ.


“ອ້າຍ​ເອື້ອຍ​ນ້ອງ​ຈະ​ມອບ​ກັນແລະກັນ​ໃຫ້​ເຖິງ​ແກ່​ຄວາມຕາຍ ແລະ​ພໍ່​ກໍ​ຈະ​ເຮັດ​ຢ່າງ​ດຽວກັນ​ຕໍ່​ລູກ, ລູກ​ຈະ​ຫັນ​ມາ​ຕໍ່ສູ້​ພໍ່​ແມ່​ຂອງຕົນ​ໃຫ້​ເຖິງ​ແກ່​ຄວາມ​ຕາຍ.


ຂ້າແດ່​ພະຣາຊາ ຂໍ​ທ່ານ​ຟັງ​ຂ້ານ້ອຍ​ເວົ້າ​ສາ​ກ່ອນ ຖ້າ​ແມ່ນ​ພຣະເຈົ້າຢາເວ​ໃຫ້​ທ່ານ​ເປັນ​ຜູ້​ຕໍ່ສູ້​ຂ້ານ້ອຍ​ແລ້ວ ການ​ຖວາຍບູຊາ​ຢ່າງ​ໜຶ່ງ​ກໍ​ຈະ​ກະທຳ​ໃຫ້​ພຣະອົງ​ປ່ຽນໃຈ, ແຕ່​ຖ້າ​ແມ່ນ​ມະນຸດ​ເປັນ​ຜູ້​ກະທຳ​ເອງ ກໍ​ຂໍ​ໃຫ້​ຄຳສາບແຊ່ງ​ຂອງ​ພຣະເຈົ້າຢາເວ​ຕົກ​ຖືກ​ພວກເຂົາ ເພາະ​ພວກເຂົາ​ເອງ​ເປັນ​ຜູ້​ຕາມລ່າ​ຂ້ານ້ອຍ​ໃຫ້​ອອກ​ຈາກ​ດິນແດນ​ຂອງ​ພຣະເຈົ້າຢາເວ ແລະ​ໃຫ້​ຂ້ານ້ອຍ​ໄປ​ອາໄສ​ຢູ່​ໃນ​ປະເທດ​ທີ່​ຂ້ານ້ອຍ​ຈຳເປັນ​ຕ້ອງ​ຂາບໄຫວ້​ພະອື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka