Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 16:10 - ພຣະຄຳພີສັກສິ

10 ກະສັດ​ກ່າວ​ຕໍ່​ອາບີໄຊ​ແລະ​ໂຢອາບ​ອ້າຍ​ຂອງ​ລາວ​ວ່າ, “ບໍ່ແມ່ນ​ເລື່ອງ​ຂອງ​ພວກເຈົ້າ ຖ້າ​ຄຳ​ປ້ອຍດ່າ​ນັ້ນ​ເປັນ​ຍ້ອນ​ພຣະເຈົ້າຢາເວ​ໄດ້​ບອກ​ລາວ ຜູ້ໃດ​ແດ່​ມີ​ສິດ​ຖາມ​ວ່າ, ‘ເປັນຫຍັງ​ລາວ​ຈຶ່ງ​ດ່າ​ເຮົາ?”’

Uka jalj uñjjattʼäta Copia luraña




2 ຊາມູເອນ 16:10
21 Jak'a apnaqawi uñst'ayäwi  

ພວກເຈົ້າ​ໄດ້​ເຮັດ​ເລື່ອງ​ຊົ່ວຊ້າ​ຕໍ່​ຂ້ອຍ, ແຕ່​ພຣະເຈົ້າ​ໄດ້​ຫັນປ່ຽນ​ໃຫ້​ເປັນ​ເລື່ອງ​ດີ ເພື່ອ​ຊ່ວຍ​ຊີວິດ​ຂອງ​ຫລາຍໆ​ຄົນ​ໃຫ້​ຍັງ​ມີ​ຊີວິດ​ຢູ່​ໄດ້​ຈົນ​ທຸກ​ວັນ​ນີ້ ຍ້ອນ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ.


ແຕ່​ກະສັດ​ດາວິດ​ໄດ້​ເວົ້າ​ກັບ​ອາບີໄຊ ແລະ​ໂຢອາບ​ອ້າຍ​ຂອງ​ລາວ​ວ່າ, “ແມ່ນ​ຜູ້ໃດ​ຖາມ​ເອົາ​ຄວາມ​ຄິດ​ເຫັນ​ນຳ​ພວກເຈົ້າ? ພວກເຈົ້າ​ຈະ​ເຮັດ​ໃຫ້​ເຮົາ​ເດືອດຮ້ອນ​ອີກ​ບໍ? ດຽວ​ນີ້​ເຮົາ​ເອງ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ວັນ​ນີ້​ຈະ​ບໍ່ມີ​ຄົນ​ອິດສະຣາເອນ​ຜູ້ໃດ​ຖືກ​ປະຫານ​ຊີວິດ.”


ແລ້ວ​ກະສັດ​ດາວິດ​ກໍ​ກ່າວ​ແກ່​ຊີເມອີ​ວ່າ, “ເຮົາ​ຂໍ​ສັນຍາ​ວ່າ ເຈົ້າ​ຈະ​ບໍ່​ຖືກ​ປະຫານ​ຊີວິດ.”


ເຖິງ​ແມ່ນ​ວ່າ​ເຮົາ​ເປັນ​ກະສັດ​ທີ່​ພຣະເຈົ້າ​ໄດ້​ຊົງ​ຫົດສົງ, ແຕ່​ເຮົາ​ກໍ​ຮູ້​ສຶກ​ອ່ອນແອ​ໃນວັນນີ້. ພວກ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ນີ້​ຊ່າງ​ໂຫດຮ້າຍ​ແກ່​ເຮົາ​ແທ້ນໍ ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ຄາດຕະກອນ​ເຫຼົ່ານີ້ ຕາມ​ທີ່​ພວກເຂົາ​ຄວນ​ຈະ​ໄດ້​ຮັບ​ເຖີດ.”


ຜູ້​ເປັນ​ແມ່​ຈຶ່ງ​ເວົ້າ​ກັບ​ເອລີຢາ​ວ່າ, “ທ່ານ​ຜູ້​ເປັນ​ຄົນ​ຂອງ​ພຣະເຈົ້າ ເປັນຫຍັງ​ທ່ານ​ຈຶ່ງ​ເຮັດ​ກັບ​ຂ້ານ້ອຍ​ແບບ​ນີ້? ທ່ານ​ມາ​ນີ້​ເພື່ອ​ທົບທວນ​ໃຫ້​ຫວນ​ລະນຶກເຖິງ​ບາບ​ຂອງ​ຂ້ານ້ອຍ​ແຕ່​ເກົ່າກ່ອນ ແລະ​ເປັນ​ເຫດ​ໃຫ້​ລູກຊາຍ​ຂອງ​ຂ້ານ້ອຍ​ຕາຍ​ດ້ວຍ?”


ຍັງ​ມີ​ເລື່ອງ​ອື່ນ​ອີກ ເຈົ້າ​ຈື່​ໄດ້​ບໍ​ສິ່ງ​ທີ່​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ໄດ້​ເຮັດ​ຕໍ່​ພໍ່ ໂດຍ​ໄດ້​ຂ້າ​ຜູ້​ບັນຊາການ​ກອງທັບ​ຂອງ​ຊາດ​ອິດສະຣາເອນ​ສອງ​ຄົນ ຄື​ອັບເນ​ລູກຊາຍ​ຂອງ​ເນຣະ ແລະ​ອາມາສາ​ລູກຊາຍ​ຂອງ​ເຢເທີ. ເຈົ້າ​ຈື່​ໄດ້​ບໍ​ວ່າ​ລາວ​ໄດ້​ຂ້າ​ພວກເຂົາ​ໃນ​ຍາມ​ສະຫງົບສຸກ ເພື່ອ​ແກ້ແຄ້ນ​ໃຫ້​ແກ່​ພວກ​ທີ່​ຕາຍໄປ​ໃນ​ຍາມ​ສົງຄາມ. ລາວ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ ບັດນີ້ ພໍ່​ຕ້ອງ​ຮັບຜິດຊອບ​ຕໍ່​ການ​ກະທຳ​ຂອງ​ລາວ ແລະ​ພໍ່​ຕ້ອງ​ຮັບ​ຄວາມ​ທໍລະມານ ໃນ​ຜົນ​ກຳ​ນັ້ນ.


ທ່ານ​ຄົງ​ຄິດ​ວ່າ ຂ້າພະເຈົ້າ​ມາ​ໂຈມຕີ ແລະ​ທຳລາຍ​ປະເທດ​ຂອງທ່ານ ປາດສະຈາກ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ຊັ້ນບໍ? ພຣະເຈົ້າຢາເວ​ເອງ​ທີ່​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ມາ​ໂຈມຕີ ແລະ​ທຳລາຍ​ປະເທດ​ຂອງທ່ານ.”


ພຣະອົງ​ເອົາ​ສິ່ງ​ທີ່​ຊົງ​ຢາກໄດ້ ຜູ້ໃດ​ຢຸດຢັ້ງ​ໄດ້ນໍ; ບໍ່ມີ​ຜູ້ໃດ​ກ້າ​ຖາມ​ວ່າ, ‘ກຳລັງ​ເຮັດ​ຫຍັງ?’


ຂ້ານ້ອຍ​ຈະ​ມິດງຽບ​ແລະ​ຈະ​ບໍ່​ເວົ້າ​ຫຍັງ​ຈັກ​ຄຳ ເພາະວ່າ​ພຣະອົງ​ໃຫ້​ເຮັດ​ຢູ່​ຢ່າງນີ້.


ກະສັດ​ເຮັດ​ທຸກສິ່ງ​ດ້ວຍ​ອຳນາດ ແລະ​ບໍ່ມີ​ຜູ້ໃດ​ທ້າທາຍ​ສິ່ງ​ທີ່​ເພິ່ນ​ເຮັດ​ນັ້ນ​ໄດ້.


ບໍ່ມີ​ຜູ້ໃດ​ເຮັດ​ສິ່ງໜຶ່ງ​ສິ່ງໃດ​ໄດ້​ເລີຍ ຖ້າ​ອົງພຣະ​ຜູ້​ເປັນເຈົ້າ​ເອງ​ບໍ່​ປະສົງ​ໃຫ້​ເຮັດ.


ພຣະອົງ​ຖື​ວ່າ​ຄົນ​ໃນ​ໂລກນີ້​ບໍ່ມີ​ຫຍັງ​ໝົດ ຕ່າງ​ກໍ​ບໍ່ມີ​ຄຸນຄ່າ​ບໍ່ມີ​ຫຍັງ​ທັງນັ້ນ; ມະນຸດ​ໃນໂລກ ແລະ​ເທວະດາ​ເທິງ​ສະຫວັນ ກໍ​ຢູ່​ໃຕ້​ການປົກຄອງ​ຂອງ​ພຣະອົງ​ທັງນັ້ນ. ບໍ່ມີ​ຜູ້ໃດ​ສາມາດ​ຂັດຂວາງ​ພຣະປະສົງ ຫລື​ສອບຖາມ​ເຖິງ​ສິ່ງ​ທີ່​ພຣະອົງ​ຊົງ​ກະທຳ.


ພຣະອົງ​ຈຶ່ງ​ຫັນ​ກັບ​ມາ​ຫາ​ເປໂຕ ແລະ​ເວົ້າ​ວ່າ, “ອ້າຍ​ມານຊາຕານ ຈົ່ງ​ຖອຍ​ໜີໄປ​ໃຫ້​ໄກ​ຈາກ​ເຮົາ ເຈົ້າ​ເປັນ​ສິ່ງ​ກີດຂວາງ​ທາງ​ເດີນ​ຂອງເຮົາ ເພາະ​ເຈົ້າ​ບໍ່ໄດ້​ຄິດ​ຢ່າງ​ພຣະເຈົ້າ ແຕ່​ຄິດ​ຢ່າງ​ມະນຸດ.”


ໃນ​ທັນໃດນັ້ນ ມັນ​ກໍ​ແຜດ​ສຽງ​ວ່າ, “ໂອ ບຸດ​ພຣະເຈົ້າ​ເອີຍ ທ່ານ​ຕ້ອງການ​ຫຍັງ​ຈາກ​ພວກ​ຂ້ານ້ອຍ? ທ່ານ​ຈະ​ມາ​ລົງໂທດ​ພວກ​ຂ້ານ້ອຍ​ກ່ອນ​ເຖິງ​ເວລາ​ຊັ້ນບໍ?”


ພຣະເຢຊູເຈົ້າ​ກ່າວ​ຕໍ່​ເປໂຕ​ວ່າ, “ຈົ່ງ​ເອົາ​ດາບ​ຄືນ​ໃສ່​ຝັກ​ໄວ້​ເສຍ ເຈົ້າ​ຄິດ​ວ່າ​ເຮົາ​ຈະ​ບໍ່​ດື່ມ​ຈອກ​ແຫ່ງ​ຄວາມ​ທົນທຸກ​ທໍລະມານ ທີ່​ພຣະບິດາເຈົ້າ​ໄດ້​ມອບ​ໃຫ້​ເຮົາ​ນັ້ນ​ບໍ?”


ແຕ່​ມະນຸດ​ເອີຍ, ເຈົ້າ​ເປັນ​ຜູ້ໃດ ຈຶ່ງ​ກ້າ​ກ່າວ​ໂຕ້​ຕອບ​ພຣະເຈົ້າ​ໄດ້? ສິ່ງ​ທີ່​ຖືກ​ປັ້ນ​ຈະ​ກ່າວ​ແກ່​ຜູ້​ປັ້ນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ປັ້ນ​ຂ້ອຍ​ມາ​ແບບ​ນີ້?”


ເມື່ອ​ເຂົາ​ກ່າວ​ຄຳ​ໝິ່ນປະໝາດ​ພຣະອົງ ພຣະອົງ​ກໍ​ບໍ່ໄດ້​ຕອບຄືນ ເມື່ອ​ພຣະອົງ​ທົນທຸກ​ທໍລະມານ​ພຣະອົງ​ກໍ​ບໍ່ໄດ້​ຂູ່ອາຄາດ ແຕ່​ພຣະອົງ​ໄດ້​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ​ຜູ້ຕັດສິນ​ຢ່າງ​ຍຸດຕິທຳ.


ຂ້າແດ່​ພະຣາຊາ ຂໍ​ທ່ານ​ຟັງ​ຂ້ານ້ອຍ​ເວົ້າ​ສາ​ກ່ອນ ຖ້າ​ແມ່ນ​ພຣະເຈົ້າຢາເວ​ໃຫ້​ທ່ານ​ເປັນ​ຜູ້​ຕໍ່ສູ້​ຂ້ານ້ອຍ​ແລ້ວ ການ​ຖວາຍບູຊາ​ຢ່າງ​ໜຶ່ງ​ກໍ​ຈະ​ກະທຳ​ໃຫ້​ພຣະອົງ​ປ່ຽນໃຈ, ແຕ່​ຖ້າ​ແມ່ນ​ມະນຸດ​ເປັນ​ຜູ້​ກະທຳ​ເອງ ກໍ​ຂໍ​ໃຫ້​ຄຳສາບແຊ່ງ​ຂອງ​ພຣະເຈົ້າຢາເວ​ຕົກ​ຖືກ​ພວກເຂົາ ເພາະ​ພວກເຂົາ​ເອງ​ເປັນ​ຜູ້​ຕາມລ່າ​ຂ້ານ້ອຍ​ໃຫ້​ອອກ​ຈາກ​ດິນແດນ​ຂອງ​ພຣະເຈົ້າຢາເວ ແລະ​ໃຫ້​ຂ້ານ້ອຍ​ໄປ​ອາໄສ​ຢູ່​ໃນ​ປະເທດ​ທີ່​ຂ້ານ້ອຍ​ຈຳເປັນ​ຕ້ອງ​ຂາບໄຫວ້​ພະອື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka