Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 16:1 - ພຣະຄຳພີສັກສິ

1 ເມື່ອ​ກະສັດ​ດາວິດ​ຍ່າງ​ກາຍ​ເນີນພູ​ໄປ​ນ້ອຍ​ໜຶ່ງ ໃນທັນໃດ ຊີບາ​ຄົນ​ຮັບໃຊ້​ຂອງ​ເມຟີໂບເຊັດ​ກໍ​ມາ​ພົບ​ເພິ່ນ. ຊີບາ​ມີ​ລໍ​ຢູ່​ຄູ່​ໜຶ່ງ​ຊຶ່ງ​ບັນທຸກ​ເຂົ້າຈີ່​ສອງຮ້ອຍ​ກ້ອນ, ໝາກອະງຸ່ນ​ແຫ້ງ​ຮ້ອຍ​ມັດ, ໝາກໄມ້​ສົດ​ຮ້ອຍ​ມັດ ແລະ​ນໍ້າ​ອະງຸ່ນ​ເຕັມ​ໜຶ່ງ​ຖົງ.

Uka jalj uñjjattʼäta Copia luraña




2 ຊາມູເອນ 16:1
17 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ໄດ້​ຮ້ອງໄຫ້​ຂຶ້ນ​ໄປ​ເທິງ​ພູເຂົາ​ໝາກກອກເທດ; ເພິ່ນ​ປະ​ຕີນ​ເປົ່າ​ແລະ​ເອົາ​ຜ້າ​ຄຸມ​ຫົວ​ໄວ້​ເປັນ​ເຄື່ອງໝາຍ​ສະແດງ​ເຖິງ​ຄວາມ​ໂສກເສົ້າ. ທຸກຄົນ​ທີ່​ຕິດຕາມ​ເພິ່ນ​ໄປ​ນັ້ນ​ກໍ​ເອົາ​ຜ້າ​ຄຸມ​ຫົວ​ແລະ​ຮ້ອງໄຫ້​ເໝືອນກັນ.


ເມື່ອ​ກະສັດ​ດາວິດ​ຂຶ້ນ​ໄປ​ຮອດ​ເທິງ​ເນີນພູ​ບ່ອນ​ມີ​ທີ່​ນະມັດສະການ​ພຣະເຈົ້າ, ຮູຊາຍ​ຄົນ​ຊາວ​ເມືອງ​ອາກກິດ ແລະ​ເປັນ​ເພື່ອນ​ສະໜິດ​ຂອງ​ເພິ່ນ​ກໍ​ມາ​ພົບ. ລາວ​ຈີກ​ເສື້ອຜ້າ​ແລະ​ໂຮຍ​ຂີ້ຝຸ່ນ​ດິນ​ໃສ່​ຫົວ.


ມີ​ພັນ​ຄົນ​ຈາກ​ຕະກຸນ​ເບັນຢາມິນ​ໄປ​ກັບ​ລາວ. ຊີບາ ຄົນ​ຮັບໃຊ້​ປະຈຳ​ຄອບຄົວ​ຂອງ​ກະສັດ​ໂຊນ​ພ້ອມ​ກັບ​ລູກຊາຍ​ສິບຫ້າ​ຄົນ ແລະ​ຄົນ​ຮັບໃຊ້​ອີກ​ຊາວ​ຄົນ ກໍໄດ້​ມາ​ຄື​ກັນ. ພວກ​ເຫຼົ່ານີ້​ມາ​ຮອດ​ແມ່ນໍ້າ​ຈໍແດນ​ກ່ອນ​ກະສັດ​ດາວິດ.


ບາກຊິນໄລ​ເຖົ້າແກ່​ຫລາຍ​ແລະ​ອາຍຸ​ໄດ້​ແປດສິບ​ປີ. ລາວ​ເປັນ​ຄົນ​ຮັ່ງມີ​ຫລາຍ. ເມື່ອ​ກະສັດ​ຍັງ​ພັກ​ຢູ່​ທີ່​ມະຫານາອິມ​ນັ້ນ ລາວ​ເປັນ​ຜູ້​ຈັດຫາ​ສະບຽງ​ອາຫານ​ໃຫ້​ເພິ່ນ.


ແມ່ນແຕ່​ຈາກ​ທີ່​ໄກ​ອອກ​ໄປ​ທາງເໜືອ​ຂອງ​ບັນດາ​ເຜົ່າ​ອິດຊາຄາ, ເຊບູໂລນ ແລະ​ເນັບທາລີ, ປະຊາຊົນ​ກໍ​ໃຊ້​ລໍ, ອູດ, ລາ ແລະ​ງົວ ຕ່າງ​ອາຫານ​ມາ​ຊ່ວຍ ເຊັ່ນ: ແປ້ງເຂົ້າ, ໝາກເດື່ອ, ໝາກອະງຸ່ນ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ. ພວກເຂົາ​ໄດ້​ນຳ​ງົວ​ແລະ​ແກະ​ມາ​ຂ້າ​ກິນ​ດ້ວຍ. ທັງໝົດ​ນີ້​ແມ່ນ​ການ​ສະແດງ​ອອກ​ເຖິງ​ຄວາມ​ຊົມຊື່ນ​ຍິນດີ​ນຳ​ກັນ​ທົ່ວ​ທັງປະເທດ.


ມີ​ຂອງຂວັນ​ໄປ​ພ້ອມ​ໄຂ​ປ່ອງ​ທາງ​ສູ່​ທຸກຢ່າງ ຄົນ​ສຳຄັນ​ກໍ​ເຂົ້າ​ພົບ​ໄດ້​ຢ່າງ​ແສນ​ງ່າຍດາຍ.


ຂ້ອຍເອງ​ຈະ​ຢູ່​ທີ່​ເມືອງ​ມີຊະປາ​ນີ້​ເປັນ​ຜູ້​ຕາງໜ້າ​ຂອງ​ພວກເຈົ້າ ເມື່ອ​ພວກ​ບາບີໂລນ​ມາ​ທີ່ນີ້, ແຕ່​ພວກເຈົ້າ​ຮວບຮວມ ແລະ​ສະສົມ​ເຫຼົ້າ​ອະງຸ່ນ, ຜົນລະໄມ້ ແລະ​ນໍ້າມັນ​ໝາກກອກເທດ ແລະ​ອາໄສ​ຢູ່​ໃນ​ໝູ່ບ້ານ​ທີ່​ພວກເຈົ້າ​ຄຸ້ມຄອງ​ນັ້ນ​ໄດ້.”


ສະນັ້ນ ພວກເຂົາ​ຈຶ່ງ​ອອກ​ໜີ​ຈາກ​ບ່ອນ​ຕ່າງໆ ທີ່​ພວກຕົນ​ໄດ້​ກະຈັດ​ກະຈາຍ​ໄປ​ນັ້ນ ແລະ​ກັບຄືນ​ມາ​ຢູດາຍ. ພວກເຂົາ​ໄດ້​ມາ​ຫາ​ເກດາລີຢາ​ທີ່​ເມືອງ​ມີຊະປາ; ໃນ​ທີ່ນັ້ນ ພວກເຂົາ​ໄດ້​ຮວບຮວມ​ເຫຼົ້າ​ອະງຸ່ນ ແລະ​ຜົນລະໄມ້​ໄວ້​ເປັນ​ຈຳນວນ​ຫລວງຫລາຍ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ໃຫ້​ຂ້າພະເຈົ້າ​ເຫັນ​ນິມິດ​ຢ່າງ​ອື່ນ​ອີກ. ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ກະຕ່າ​ໝາກໄມ້​ກະຕ່າ​ໜຶ່ງ.


ໝົດຫວັງ​ສາ​ແລ້ວ ຂ້າພະເຈົ້າ​ເປັນ​ດັ່ງ​ຄົນ​ອຶດຫິວ​ຜູ້ໜຶ່ງ ທີ່​ຫາ​ໝາກໄມ້​ລະດູ​ຮ້ອນ​ກິນ ແຕ່​ບໍ່​ພົບ ແລະ​ໝາກອະງຸ່ນ​ໃນ​ສວນ​ກໍ​ບໍ່ມີ​ເລີຍ. ໝາກອະງຸ່ນ​ແລະ​ໝາກເດື່ອ​ໄດ້​ຖືກ​ເກັບ​ໄປ​ໝົດ​ສາ​ແລ້ວ.


ຈາກ​ບ່ອນ​ນີ້ ເຈົ້າ​ຈະ​ໄປ​ຮອດ​ຕົ້ນໄມ້​ສັກສິດ​ທີ່​ຕາໂບ; ໃນ​ທີ່ນັ້ນ ເຈົ້າ​ຈະ​ພົບ​ຊາຍ​ສາມ​ຄົນ; ພວກເຂົາ​ກຳລັງ​ເດີນທາງ​ໄປ​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າ​ທີ່​ເມືອງ​ເບັດເອນ. ຄົນ​ໜຶ່ງ​ໃນ​ພວກເຂົາ​ນັ້ນ​ຈູງ​ແບ້ນ້ອຍ​ສາມ​ໂຕ; ຄົນ​ໜຶ່ງ​ອີກ​ມີ​ເຂົ້າຈີ່​ສາມ​ກ້ອນ​ແລະ​ຜູ້​ທີ​ສາມ​ມີ​ຖົງ​ເຫຼົ້າ​ອະງຸ່ນ.


ເຢຊີ​ໄດ້​ສົ່ງ​ດາວິດ​ໄປ​ຫາ​ກະສັດ​ໂຊນ​ພ້ອມ​ກັບ​ແບ້ນ້ອຍ​ໂຕໜຶ່ງ, ລໍ​ໂຕໜຶ່ງ​ທີ່​ບັນທຸກ​ເຂົ້າຈີ່ ແລະ​ນໍ້າ​ອະງຸ່ນ​ເຕັມ​ຖົງ​ໜຶ່ງ.


ແລ້ວ​ອາບີກາຍ​ກໍ​ຟ້າວ​ຕຽມ​ເອົາ​ເຂົ້າຈີ່​ສອງຮ້ອຍ​ກ້ອນ, ເຫຼົ້າ​ອະງຸ່ນ​ສອງ​ຖົງ​ໜັງ, ແກະ​ເຜົາ​ຫ້າ​ໂຕ, ເຂົ້າ​ຂົ້ວ​ຫ້າ​ກະຖັງ, ໝາກອະງຸ່ນ​ແຫ້ງ​ຮ້ອຍ​ມັດ ແລະ​ເຂົ້າໜົມ​ໝາກເດື່ອ​ສອງຮ້ອຍ​ກ້ອນ​ບັນທຸກ​ໃສ່​ຫລັງ​ລໍ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka