6 ລາວປະຕິບັດຢ່າງນີ້ກັບຊາວອິດສະຣາເອນທຸກຄົນ ທີ່ມາຫາກະສັດເພື່ອໃຫ້ເພິ່ນຕັດສິນຄວາມໃຫ້; ດັ່ງນັ້ນ ພວກເຂົາຈຶ່ງມີຄວາມຈົງຮັກພັກດີຕໍ່ລາວ.
ຄົນນຳຂ່າວໄດ້ມາລາຍງານຕໍ່ກະສັດດາວິດວ່າ, “ຊາວອິດສະຣາເອນກຳລັງປະຕິຍານຕົນຈົງຮັກພັກດີຕໍ່ອັບຊາໂລມ.”
ຄົນບໍ່ຮູ້ພຣະເຈົ້າທຳລາຍຄົນດ້ວຍຄຳເວົ້າຂອງຕົນ, ແຕ່ຄົນຊອບທຳພົ້ນໄພໂດຍອາໄສປັນຍາຊ່ວຍ.
ຂ້າພະເຈົ້າໄດ້ສັງເກດເຫັນວ່າ ທຸກຄົນຢູ່ໃຕ້ດວງຕາເວັນຕ່າງກໍຈະເຂົ້າຂ້າງຊາຍໜຸ່ມ ຜູ້ທີ່ຈະຂຶ້ນເປັນກະສັດ.
ເທວະດາໄດ້ອະທິບາຍຕໍ່ໄປວ່າ, “ກະສັດແຫ່ງຊີເຣຍຜູ້ຕໍ່ໄປ ຈະເປັນຄົນຊົ່ວຮ້າຍ ຜູ້ບໍ່ມີສິດທີ່ຈະເປັນກະສັດ, ແຕ່ລາວຈະຂຶ້ນເປັນກະສັດຢ່າງບໍ່ມີຜູ້ໃດຄາດຄິດ ໂດຍໃຊ້ກົນອຸບາຍຢຶດຄອງອຳນາດ.
ດ້ວຍວ່າ, ຄົນທີ່ເຮັດດັ່ງນັ້ນ ພວກເຂົາບໍ່ໄດ້ບົວລະບັດຮັບໃຊ້ອົງພຣະຄຣິດເຈົ້າຂອງພວກເຮົາ, ແຕ່ພວກເຂົາເຫັນແກ່ປາກແກ່ທ້ອງຂອງຕົນເອງ, ພວກເຂົາໄດ້ລໍ້ລວງຄົນຊື່ໃຫ້ຫລົງ ດ້ວຍຄຳເວົ້າອັນອ່ອນຫວານ ແລະຄຳຫລອກລວງ.
ແລະດ້ວຍໃຈໂລບ ພວກເຂົາຈະໄດ້ກຳໄລຈາກພວກເຈົ້າດ້ວຍກ່າວຄຳຕົວະ ການລົງໂທດຄົນເຫຼົ່ານັ້ນ ທີ່ໄດ້ຖືກພິພາກສາດົນນານມາແລ້ວ ກໍບໍ່ເສີຍຊ້າຢູ່. ຄວາມຈິບຫາຍທີ່ຈະເກີດຂຶ້ນກັບພວກເຂົາ ກໍບໍ່ໄດ້ລືມພວກເຂົາ.