Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 15:3 - ພຣະຄຳພີສັກສິ

3 ອັບຊາໂລມ​ກໍ​ຈະ​ເວົ້າ​ໂລດ​ວ່າ, “ເບິ່ງແມ ຄະດີ​ຂອງ​ເຈົ້າ​ກໍດີ​ແລະ​ຖືກຕ້ອງ ແຕ່​ບໍ່ມີ​ຜູ້​ຕາງໜ້າ​ຂອງ​ກະສັດ​ເພື່ອ​ຈະ​ຟັງ​ຄະດີ​ຂອງ​ເຈົ້າ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 15:3
16 Jak'a apnaqawi uñst'ayäwi  

ລາວ​ຈະ​ເວົ້າ​ຕື່ມ​ວ່າ, “ຖ້າ​ຂ້ອຍ​ໄດ້​ເປັນ​ຜູ້​ຕັດສິນ​ຄວາມ​ແລ້ວ ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ມີ​ເລື່ອງ​ຕໍ່​ກັນ ຫລື​ນຳ​ຄຳ​ຮ້ອງທຸກ​ໄປ​ຫາ​ຂ້ອຍ ຂ້ອຍ​ຈະ​ໃຫ້​ຄວາມ​ເປັນທຳ​ແກ່​ລາວ.”


ກະສັດ​ດາວິດ​ໄດ້​ປົກຄອງ​ທົ່ວ​ທັງ​ຊາດ​ອິດສະຣາເອນ. ເພິ່ນ​ປະຕິບັດ​ຕໍ່​ປະຊາຊົນ​ຂອງຕົນ​ຢ່າງ​ຍຸດຕິທຳ ແລະ​ຢ່າງ​ສັດຊື່.


ທຸກຄົນ​ຕ່າງ​ກໍ​ກ່າວ​ຄຳຕົວະ​ຕໍ່​ກັນແລະກັນ ພວກເຂົາ​ຫລອກລວງ​ຊຶ່ງກັນແລະກັນ​ດ້ວຍ​ຄຳ​ປະຈົບ​ປະແຈງ.


ຈົ່ງ​ໃຫ້ກຽດ​ພໍ່​ແມ່​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ມີ​ອາຍຸ​ໝັ້ນຍືນ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ແກ່​ເຈົ້າ.


ຜູ້ໃດ​ກໍຕາມ​ທີ່​ສາບແຊ່ງ​ພໍ່​ແມ່​ຂອງຕົນ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ພຣະເຈົ້າຢາເວ​ພໍໃຈ​ນຳ​ຄົນດີ, ແຕ່​ພຣະອົງ​ກ່າວໂທດ​ຄົນ​ທີ່​ວາງແຜນ​ອັນ​ຊົ່ວຮ້າຍ.


ຜູ້​ທີ່​ດ່າ​ພໍ່​ແລະ​ບໍ່​ຊົມເຊີຍ​ແມ່​ຂອງຕົນ ຄົນ​ຢ່າງນີ້​ກໍມີ.


ຜູ້​ທີ່​ເຍາະເຍີ້ຍ​ພໍ່ ຫລື​ຊັງ​ແມ່​ຂອງຕົນ​ທີ່​ເຖົ້າແກ່​ແລ້ວ ຈະ​ຖືກ​ຝູງ​ແຮ້ງ ຫລື​ຝູງ​ກາ​ເຈາະ​ແກ່ນຕາ​ແລະ​ກັດກິນ.


ໃນ​ເມືອງ​ບໍ່ມີ​ຜູ້ໃດ​ທີ່​ນັບຖື​ພໍ່​ແມ່​ຂອງຕົນ. ເຈົ້າ​ສໍ້ໂກງ​ຄົນຕ່າງດ້າວ ແລະ​ເອົາລັດ​ເອົາປຽບ​ພວກ​ແມ່ໝ້າຍ ແລະ​ເດັກ​ກຳພ້າ.


ເທວະດາ​ໄດ້​ອະທິບາຍ​ຕໍ່ໄປ​ວ່າ, “ກະສັດ​ແຫ່ງ​ຊີເຣຍ​ຜູ້​ຕໍ່ໄປ ຈະ​ເປັນ​ຄົນຊົ່ວຮ້າຍ ຜູ້​ບໍ່ມີ​ສິດ​ທີ່​ຈະ​ເປັນ​ກະສັດ, ແຕ່​ລາວ​ຈະ​ຂຶ້ນ​ເປັນ​ກະສັດ​ຢ່າງ​ບໍ່ມີ​ຜູ້ໃດ​ຄາດຄິດ ໂດຍ​ໃຊ້​ກົນອຸບາຍ​ຢຶດຄອງ​ອຳນາດ.


ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ຕໍ່ສູ້​ໂມເຊ​ແລະ​ຕໍ່ສູ້​ອາໂຣນ ແລະ​ກ່າວ​ວ່າ, “ທ່ານ​ເຮັດ​ໂພດ​ເກີນ​ໄປ​ແລ້ວໃດ! ສະມາຊິກ​ທັງໝົດ​ຢູ່​ໃນ​ຊຸມຊົນ​ເປັນ​ຄົນ​ບໍຣິສຸດ ແລະ​ພຣະເຈົ້າຢາເວ​ກໍ​ສະຖິດ​ຢູ່​ນຳ​ພວກເຮົາ​ທຸກຄົນ. ແລ້ວ​ເປັນຫຍັງ​ທ່ານ​ຈຶ່ງ​ຖືຕົວ​ເໜືອ​ກວ່າ​ຊຸມຊົນ​ຂອງ​ພຣະເຈົ້າຢາເວ?”


ເພາະ​ພຣະເຈົ້າ​ກ່າວ​ວ່າ, ‘ຈົ່ງ​ນັບຖື​ພໍ່​ແມ່​ຂອງຕົນ’ ແລະ ‘ຜູ້ໃດ​ທີ່​ໝິ່ນປະໝາດ​ພໍ່​ແມ່​ຂອງຕົນ, ຜູ້ນັ້ນ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ.’


ໂປໂລ​ຕອບ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ ຂ້າພະເຈົ້າ​ບໍ່​ຮູ້​ວ່າ​ເພິ່ນ​ເປັນ​ມະຫາ​ປະໂຣຫິດ ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຢ່າ​ກ່າວ​ຄຳ​ຊົ່ວຮ້າຍ​ຕໍ່​ຜູ້​ປົກຄອງ​ພົນລະເມືອງ​ຂອງຕົນ.”’


ຈົ່ງ​ໃຫ້ກຽດ​ແກ່​ທຸກໆ​ຄົນ ຈົ່ງ​ຮັກ​ບັນດາ​ພີ່ນ້ອງ​ໃນ​ຄວາມເຊື່ອ​ດຽວກັນ ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຈົ່ງ​ເຄົາຣົບ​ນັບຖື​ຜູ້​ທີ່​ມີ​ອຳນາດ​ສູງສຸດ.


ເປັນ​ຕົ້ນ​ຈະ​ຊົງ​ລົງໂທດ​ແກ່​ຄົນ​ເຫຼົ່ານັ້ນ ທີ່​ປ່ອຍ​ຕົວ​ໄປ​ຕາມ​ກິເລດ​ຕັນຫາ ແລະ​ໝິ່ນປະໝາດ​ຕໍ່​ອຳນາດ​ທັງໝົດ. ຄູສອນ​ປອມ​ເຫຼົ່ານີ້​ມີ​ໃຈ​ກ້າກັ່ນ ແລະ​ເຮັດ​ຕາມ​ລຳພັງ​ໃຈ ພວກເຂົາ​ບໍ່​ສະທ້ານ​ຕົກໃຈ ເມື່ອ​ກ່າວ​ປະນາມ​ຕໍ່​ຜູ້​ມີ​ຍົດສັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka