Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 15:2 - ພຣະຄຳພີສັກສິ

2 ອັບຊາໂລມ​ຈະ​ຕ້ອງ​ລຸກ​ແຕ່​ເຊົ້າ ແລະ​ໄປ​ຢືນ​ຢູ່​ທີ່​ທາງ​ປະຕູ​ກຳແພງ​ເມືອງ. ເມື່ອໃດ​ເຫັນ​ຄົນ​ທີ່​ມີ​ເລື່ອງ​ຜິດຖຽງກັນ ເພື່ອ​ຈະ​ໄປ​ຫາ​ກະສັດ​ຕັດສິນ​ຄວາມ​ໃຫ້ ອັບຊາໂລມ​ຈະ​ຕ້ອງ​ໄປ​ເອີ້ນ​ຄົນ​ນັ້ນ​ມາ ແລະ​ຖາມ​ລາວ​ວ່າ, “ເຈົ້າ​ມາ​ແຕ່​ໃສ?” ແລະ​ຫລັງຈາກ​ຄົນ​ນັ້ນ​ໄດ້​ບອກ​ລາວ​ເຖິງ​ເຜົ່າ​ທີ່​ຕົນ​ສັງກັດ​ຢູ່​ແລ້ວ

Uka jalj uñjjattʼäta Copia luraña




2 ຊາມູເອນ 15:2
13 Jak'a apnaqawi uñst'ayäwi  

ແລ້ວ​ຮາໂມ​ກັບ​ລູກຊາຍ​ຂອງຕົນ​ກໍ​ໄປ​ບ່ອນ​ປະຊຸມ​ທີ່​ປະຕູ​ເມືອງ ແລະ​ເວົ້າ​ກັບ​ຊາວ​ເມືອງ​ວ່າ,


ແລ້ວ​ກະສັດ​ກໍ​ລຸກ​ຂຶ້ນ​ໄປ​ນັ່ງ​ຢູ່​ໃກ້​ກັບ​ປະຕູ​ເມືອງ. ເມື່ອ​ທະຫານ​ຂອງ​ເພິ່ນ​ຮູ້​ວ່າ​ເພິ່ນ​ຢູ່​ທີ່​ນັ້ນ ພວກເຂົາ​ທຸກຄົນ​ຈຶ່ງ​ມາ​ເຕົ້າໂຮມ​ກັນ​ອ້ອມຮອບ​ເພິ່ນ​ອີກ. ໃນ​ລະຫວ່າງ​ນັ້ນ ຊາວ​ອິດສະຣາເອນ​ທຸກຄົນ​ຕ່າງ​ກໍໄດ້​ປົບໜີ​ເມືອ​ເຮືອນ​ຂອງ​ໃຜ​ລາວ.


ພວກເຂົາ​ຕອບ​ວ່າ, “ຖ້າ​ທ່ານ​ເມດຕາ​ຄົນ​ເຫຼົ່ານີ້ ແລະ​ພະຍາຍາມ​ເອົາໃຈ​ພວກເຂົາ​ໂດຍ​ໃຫ້​ຄຳຕອບ​ທີ່​ພວກເຂົາ​ພໍໃຈ ພວກເຂົາ​ກໍ​ຈະ​ຮັບໃຊ້​ທ່ານ​ຢ່າງ​ສັດຊື່​ເລື້ອຍໄປ.”


ຕອນເຊົ້າ ຄາດຕະກອນ​ລຸກ​ຂຶ້ນ​ໄປ​ຂ້າ​ຄົນຈົນ ແລະ​ຕອນ​ກາງຄືນ ພວກເຂົາ​ກໍ​ອອກ​ໄປ​ຫາຊອກ​ປຸ້ນຈີ້.


ເມື່ອ​ເຢທະໂຣ​ໄດ້​ເຫັນ​ທຸກໆ​ສິ່ງ​ທີ່​ໂມເຊ​ເຮັດ ເພິ່ນ​ຈຶ່ງ​ຖາມ​ວ່າ, “ວຽກ​ທັງໝົດ​ທີ່​ເຈົ້າ​ກຳລັງ​ເຮັດ​ຢູ່​ນີ້​ເພື່ອ​ປະຊາຊົນ​ບໍ່ແມ່ນ​ບໍ? ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ເຮັດ​ຜູ້​ດຽວ ໂດຍ​ປ່ອຍ​ປະຊາຊົນ​ໃຫ້​ຢືນ​ຢູ່​ທີ່​ນີ້​ແຕ່​ເຊົ້າ​ຮອດ​ຄໍ່າ ເພື່ອ​ຂໍ​ຄວາມເຫັນ​ຈາກ​ເຈົ້າ?”


ເມື່ອ​ມີ​ສອງ​ຄົນ​ໂຕ້ຖຽງ​ກັນ ພວກເຂົາ​ກໍ​ມາ​ຫາ​ຂ້ອຍ ແລະ​ຂ້ອຍ​ຕ້ອງ​ຕັດສິນ​ໃຫ້ ລະຫວ່າງ​ເຂົາ​ທັງສອງ​ວ່າ​ແມ່ນ​ໃຜ​ເປັນ​ຜູ້​ຖືກ ແລະ​ພ້ອມ​ດຽວກັນ​ນັ້ນ​ຂ້ອຍ​ກໍ​ຕ້ອງ​ສັ່ງສອນ​ພວກເຂົາ ໃຫ້​ຮູ້​ເຖິງ​ກົດເກນ​ແລະ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າ.”


ພວກເຂົາ​ໄດ້​ເຮັດ​ໜ້າທີ່​ເປັນ​ຜູ້​ຕັດສິນຄວາມ​ປະຈຳ ໂດຍ​ນຳ​ຄະດີ​ໃຫຍ່ໆ​ມາ​ຫາ​ໂມເຊ; ສ່ວນ​ຄະດີ​ເລັກນ້ອຍ​ນັ້ນ ພວກເຂົາ​ພິຈາລະນາ​ຕັດສິນ​ກັນ​ເອງ.


ຄົນຊົ່ວ​ບໍ່​ຫ່ອນ​ນອນ​ຫລັບ​ໄດ້​ຈົນກວ່າ​ພວກເຂົາ​ໄດ້​ໄປ​ເຮັດ​ຜິດ​ມາ. ພວກເຂົາ​ນອນ​ມືນ​ຕາ ຈົນກວ່າ​ໄດ້​ທຳຮ້າຍ​ຄົນ​ແລ້ວ​ຈຶ່ງ​ນອນ​ຫລັບ​ໄດ້.


ເທວະດາ​ໄດ້​ອະທິບາຍ​ຕໍ່ໄປ​ວ່າ, “ກະສັດ​ແຫ່ງ​ຊີເຣຍ​ຜູ້​ຕໍ່ໄປ ຈະ​ເປັນ​ຄົນຊົ່ວຮ້າຍ ຜູ້​ບໍ່ມີ​ສິດ​ທີ່​ຈະ​ເປັນ​ກະສັດ, ແຕ່​ລາວ​ຈະ​ຂຶ້ນ​ເປັນ​ກະສັດ​ຢ່າງ​ບໍ່ມີ​ຜູ້ໃດ​ຄາດຄິດ ໂດຍ​ໃຊ້​ກົນອຸບາຍ​ຢຶດຄອງ​ອຳນາດ.


ວັນ​ຕໍ່ມາ​ແຕ່​ເຊົ້າໆ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ເຖົ້າແກ່​ທຸກຄົນ​ໄດ້​ວາງແຜນ​ຕໍ່ສູ້​ພຣະເຢຊູເຈົ້າ ເພື່ອ​ປະຫານ​ຊີວິດ​ພຣະອົງ.


ອາດ​ຈະ​ມີ​ເລື່ອງ​ໃນ​ບາງ​ຄະດີ​ທີ່​ບັນດາ​ຜູ້ຕັດສິນ​ທ້ອງຖິ່ນ​ຕັດສິນ​ໄດ້​ຍາກ​ເຊັ່ນ​ວ່າ: ຄະດີ​ກ່ຽວກັບ​ສິດທິ​ເລື່ອງ​ມໍຣະດົກ ຫລື​ຄະດີ​ເລື່ອງ​ການ​ທຳຮ້າຍ​ຮ່າງກາຍ ຫລື​ຄະດີ​ອື່ນໆ​ກ່ຽວກັບ​ການ​ໄຈ້ແຍກ​ລະຫວ່າງ​ເລື່ອງ​ຄາດຕະກຳ​ແລະ​ເລື່ອງ​ຂ້າ​ຄົນ​ຕາຍ ໂດຍ​ບໍ່​ເຈດຕະນາ. ເມື່ອ​ມີ​ກໍລະນີ​ເຊັ່ນນີ້​ເກີດຂຶ້ນ ຈົ່ງ​ໄປ​ບ່ອນ​ນະມັດສະການ​ແຫ່ງ​ດຽວ ຊຶ່ງ​ເປັນ​ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກ​ໄວ້,


ໂບອາດ​ໄດ້​ໄປ​ບ່ອນ​ປະຊຸມ​ທີ່​ປະຕູ​ເມືອງ​ແລະ​ນັ່ງ​ຢູ່​ທີ່​ນັ້ນ. ແລ້ວ​ພີ່ນ້ອງ​ຜູ້​ໃກ້ຊິດ​ຂອງ​ເອລີເມເຫຼັກ ທີ່​ໂບອາດ​ກ່າວ​ເຖິງ​ນັ້ນ​ກໍ​ຍ່າງ​ຜ່ານ​ມາ. ໂບອາດ​ຈຶ່ງ​ເອີ້ນ​ໃສ່​ວ່າ, “ເພື່ອນ​ເອີຍ ເຊີນ​ມາ​ນັ່ງ​ທີ່ນີ້​ກ່ອນ.” ລາວ​ຈຶ່ງ​ເຂົ້າ​ໄປ​ນັ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka