Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 15:16 - ພຣະຄຳພີສັກສິ

16 ດັ່ງນັ້ນ ກະສັດ​ພ້ອມ​ທຸກຄົນ​ໃນ​ຄອບຄົວ ແລະ​ບັນດາ​ຂ້າຣາຊການ​ຈຶ່ງ​ພາກັນ​ໜີໄປ ເວັ້ນໄວ້ແຕ່​ເມຍນ້ອຍ​ສິບ​ຄົນ ທີ່​ເພິ່ນ​ປະ​ໄວ້​ໃຫ້​ເຝົ້າ​ຣາຊວັງ.

Uka jalj uñjjattʼäta Copia luraña




2 ຊາມູເອນ 15:16
12 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ໃຫ້​ຜູ້ໜຶ່ງ​ໃນ​ຄອບຄົວ​ຂອງ​ເຈົ້າເອງ ນຳ​ເອົາ​ຄວາມ​ເດືອດຮ້ອນ​ມາ​ສູ່​ເຈົ້າ. ເຈົ້າ​ຈະ​ໄດ້​ເຫັນ​ເຫດການ​ນີ້ ເມື່ອ​ເຮົາ​ເອົາ​ເມຍ​ທັງຫລາຍ​ຂອງ​ເຈົ້າ​ໃຫ້​ແກ່​ຊາຍ​ອື່ນ ແລະ​ຊາຍ​ຄົນ​ນັ້ນ​ກໍ​ຈະ​ສົມສູ່​ກັບ​ພວກ​ນາງ​ຢ່າງ​ເປີດເຜີຍ.


ຊາຍ​ຮັ່ງມີ​ນັ້ນ​ມີ​ງົວ​ແລະ​ແກະ​ຫລາຍ​ໂຕ


ພວກເຂົາ​ຕອບ​ວ່າ, “ແມ່ນແລ້ວ ກະສັດ​ເຈົ້າຂ້າ ພວກ​ຂ້ານ້ອຍ​ພ້ອມ​ທີ່​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ທ່ານ​ສັ່ງ.”


ຂະນະທີ່​ກະສັດ​ແລະ​ບັນດາ​ຂ້າຣາຊການ​ກຳລັງ​ຍ່າງ​ອອກ​ໄປ​ຈາກ​ເມືອງ​ນັ້ນ ກໍ​ມາ​ຢຸດ​ຢູ່​ທີ່​ເຮືອນ​ຫລັງ​ສຸດທ້າຍ.


ພວກເຮົາ​ໄດ້​ຫົດສົງ​ອັບຊາໂລມ​ໃຫ້​ເປັນ​ກະສັດ ແຕ່​ອັບຊາໂລມ​ໄດ້​ຖືກ​ຂ້າ​ຢູ່​ໃນ​ສະໜາມຮົບ​ແລ້ວ. ດັ່ງນັ້ນ ເປັນຫຍັງ​ຈຶ່ງ​ບໍ່ມີ​ຜູ້ໃດ ໄປ​ເຊີນ​ເອົາ​ກະສັດ​ດາວິດ​ກັບຄືນ​ມາ​ປົກຄອງ.”


ເມື່ອ​ກະສັດ​ດາວິດ​ມາ​ເຖິງ​ວັງ​ທີ່​ນະຄອນ​ເຢຣູຊາເລັມ​ແລ້ວ ເພິ່ນ​ກໍ​ເອົາ​ເມຍນ້ອຍ​ສິບ​ຄົນ​ທີ່​ເພິ່ນ​ປະ​ໄວ້​ໃຫ້​ເຝົ້າ​ວັງ​ໄປ​ຂັງ​ໄວ້. ເພິ່ນ​ລ້ຽງດູ​ພວກເຂົາ​ຕາມ​ຄວາມ​ຕ້ອງການ, ແຕ່​ບໍ່ໄດ້​ສົມສູ່​ກັບ​ພວກເຂົາ​ອີກ​ເລີຍ. ພວກ​ເຫຼົ່ານີ້​ຖືກ​ຂັງ​ໄວ້​ຢ່າງ​ນີ້ ແລະ​ຢູ່​ເປັນ​ຍິງໝ້າຍ​ຕະຫລອດ​ຊີວິດ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ນີ້​ມີ​ສັດຕູ​ຫລາຍ ມີ​ຫລາຍ​ຄົນ​ທີ່ສຸດ​ຫັນ​ມາ​ຕໍ່ສູ້​ຂ້ານ້ອຍ​ຢູ່


ຢ່າ​ດຳເນີນ​ຊີວິດ​ເໝືອນ​ຢ່າງ​ຊາວ​ໂລກນີ້ ແຕ່​ຈົ່ງ​ຮັບ​ການ​ຊົງ​ປ່ຽນແປງ​ຈິດໃຈ​ຂອງ​ພວກເຈົ້າ​ໃໝ່ ແລ້ວ​ອຸປະນິໄສ​ຂອງ​ພວກເຈົ້າ​ຈຶ່ງ​ຈະ​ປ່ຽນ​ໃໝ່ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ຈະ​ຮູ້​ວ່າ​ອັນ​ໃດ​ດີ ອັນ​ໃດ​ເປັນ​ທີ່​ພໍພຣະໄທ ແລະ​ອັນ​ໃດ​ດີທີ່ສຸດ.


ບາຣັກ​ໄດ້​ເກນ​ທະຫານ​ຈາກ​ເຜົ່າ​ເຊບູໂລນ​ແລະ​ເຜົ່າ​ເນັບທາລີ ແລະ​ໄດ້​ມີ​ຈຳນວນ​ສິບພັນ​ຄົນ ໄດ້​ຕິດຕາມ​ລາວ​ໄປ. ສ່ວນ​ນາງ​ເດໂບຣາ​ນັ້ນ​ກໍ​ໄປ​ນຳ​ພວກເຂົາ​ດ້ວຍ.


ຂໍ​ທ່ານ​ກະລຸນາ​ຮັບ​ເອົາ​ຂອງຂວັນ​ທີ່​ຂ້ານ້ອຍ​ນຳ​ມາ​ໃຫ້​ທ່ານ ແລະ​ແຈກຢາຍ​ໃຫ້​ຄົນ​ຂອງທ່ານ​ກິນ​ເຖີດ.


ແລ້ວ​ນາງ​ກໍ​ຟ້າວ​ລຸກ​ຂຶ້ນ ແລະ​ຂີ່​ລໍ​ໄປ​ພ້ອມ​ດ້ວຍ​ສາວໃຊ້​ຫ້າ​ຄົນ. ນາງ​ໄປ​ກັບ​ພວກ​ຄົນ​ຮັບໃຊ້​ຂອງ​ດາວິດ ແລະ​ກາຍເປັນ​ເມຍ​ຂອງ​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka