13 ຄົນນຳຂ່າວໄດ້ມາລາຍງານຕໍ່ກະສັດດາວິດວ່າ, “ຊາວອິດສະຣາເອນກຳລັງປະຕິຍານຕົນຈົງຮັກພັກດີຕໍ່ອັບຊາໂລມ.”
ລາວປະຕິບັດຢ່າງນີ້ກັບຊາວອິດສະຣາເອນທຸກຄົນ ທີ່ມາຫາກະສັດເພື່ອໃຫ້ເພິ່ນຕັດສິນຄວາມໃຫ້; ດັ່ງນັ້ນ ພວກເຂົາຈຶ່ງມີຄວາມຈົງຮັກພັກດີຕໍ່ລາວ.
ເມື່ອປະຊາຊົນເຫັນເຊັ່ນນີ້ ພວກເຂົາກໍມີຄວາມພໍໃຈໃນຕົວເພິ່ນ. ທຸກສິ່ງທີ່ກະສັດໄດ້ເຮັດລົງໄປນັ້ນເປັນທີ່ພໍໃຈປະຊາຊົນ.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍນີ້ມີສັດຕູຫລາຍ ມີຫລາຍຄົນທີ່ສຸດຫັນມາຕໍ່ສູ້ຂ້ານ້ອຍຢູ່
ມະນຸດຊາດລ້ວນແຕ່ປຽບດັ່ງລົມຫາຍໃຈ ຜູ້ໃຫຍ່ຫລືຜູ້ນ້ອຍກໍຕາມ ໄຮ້ຄ່າເໝືອນກັນ. ເມື່ອນຳພວກເຂົາມາຊັ່ງເບິ່ງກໍບໍ່ມີນໍ້າໜັກຫຍັງເລີຍ ພວກເຂົາເບົາກວ່າລົມຫາຍໃຈອີກຊໍ້າ.
ປະຊາຊົນທີ່ຍ່າງໄປທາງຫລັງພຣະອົງຮ້ອງຂຶ້ນວ່າ, “ໂຮຊັນນາ ແດ່ບຸດຂອງດາວິດ ຂໍພຣະເຈົ້າອວຍພອນທ່ານຜູ້ທີ່ສະເດັດມາໃນນາມຂອງອົງພຣະຜູ້ເປັນເຈົ້າ ຈົ່ງຊົງພຣະຈະເລີນ ໂຮຊັນນາໃນທີ່ສູງສຸດ.”
ແລ້ວປີລາດຈຶ່ງຖາມພວກເຂົາວ່າ, “ຖ້າຢ່າງນັ້ນ ພວກທ່ານຈະໃຫ້ຂ້າພະເຈົ້າເຮັດຢ່າງໃດ ແກ່ເຢຊູຜູ້ທີ່ເອີ້ນວ່າ ພຣະຄຣິດ?” ພວກເຂົາພາກັນຕອບວ່າ, “ໃຫ້ຄຶງໄວ້ທີ່ໄມ້ກາງແຂນ.”
ບັນດາພີ່ນ້ອງທາງແມ່ຂອງອາບີເມເຫຼັກ ໄດ້ໄປເວົ້າເລື່ອງນີ້ກັບຊາວເມືອງແທນລາວ. ດັ່ງນັ້ນ ຊາວຊີເຄມຈຶ່ງໄດ້ຕັດສິນໃຈຮັບເອົາອາບີເມເຫຼັກເປັນຜູ້ນຳຂອງພວກຕົນ ເພາະລາວເປັນຍາດຕິພີ່ນ້ອງຂອງພວກເຂົາ.