11 ອັບຊາໂລມໄດ້ເຊີນເອົາສອງຮ້ອຍຄົນ ຈາກນະຄອນເຢຣູຊາເລັມໄປກັບຕົນ. ພວກເຫຼົ່ານີ້ບໍ່ຮູ້ເຖິງແຜນການກະບົດນີ້ແຕ່ຢ່າງໃດ ແລະພາກັນໄປດ້ວຍຄວາມບໍຣິສຸດໃຈ.
ອັບຣາຮາມເອງບອກວ່ານາງເປັນນ້ອງສາວຂອງລາວ ແລະນາງຊາຣາເອງກໍເວົ້າຄືກັນ. ຂ້ານ້ອຍເຮັດໄປດ້ວຍຄວາມບໍຣິສຸດໃຈ ແລະບໍ່ໄດ້ເຮັດຜິດຫຍັງເລີຍ.”
ຄົນມີປັນຍາຄິດກ່ອນຈຶ່ງກ້າວອອກໄປ, ແຕ່ຄົນໂງ່ຈ້າເຊື່ອທຸກສິ່ງທີ່ຕົນໄດ້ຍິນ.
ຄົນທີ່ຢັ່ງຮູ້ຍ່ອມເຫັນຄວາມເດືອດຮ້ອນຈະມາເຖິງ ຈຶ່ງຮູ້ຈັກຊ່ອນຊົ້ນຕົນຫລົບຫລີກມັນໄດ້, ແຕ່ຄົນບໍ່ຄິດຈະຍ່າງກົງເຂົ້າໄປແລະກໍເສຍໃຈຕໍ່ມາພາຍຫລັງ.
“ເບິ່ງແມ! ເຮົາໃຊ້ພວກເຈົ້າອອກໄປເໝືອນແກະຢູ່ໃນທ່າມກາງຝູງໝາໄນ. ສະນັ້ນ ຈົ່ງສະຫລາດເໝືອນງູ ແລະອ່ອນສຸພາບເໝືອນນົກເຂົາ.
ແມ່ນແທ້ ຂ້ານ້ອຍໄດ້ຖາມພຣະເຈົ້າໃຫ້ລາວ ແລະຂ້ານ້ອຍເຮັດເຊັ່ນນັ້ນກໍບໍ່ແມ່ນເທື່ອທຳອິດ. ຂໍທ່ານຢ່າຫາວ່າ ຂ້ານ້ອຍຫລືຜູ້ໃດຜູ້ໜຶ່ງໃນຄອບຄົວຂອງຂ້ານ້ອຍກະບົດຕໍ່ທ່ານເລີຍ. ຂ້ານ້ອຍບໍ່ໄດ້ຮູ້ຫຍັງກ່ຽວກັບເລື່ອງນີ້.”