Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 15:1 - ພຣະຄຳພີສັກສິ

1 ຕໍ່ມາ ອັບຊາໂລມ​ໄດ້​ຈັດ​ຫາ​ລົດຮົບ​ແລະ​ມ້າ​ຫລາຍ​ໂຕ​ສຳລັບ​ຕົນ ພ້ອມທັງ​ທະຫານ​ປ້ອງກັນ​ຕົວ​ຫ້າສິບ​ຄົນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 15:1
11 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ໃຫ້​ຜູ້ໜຶ່ງ​ໃນ​ຄອບຄົວ​ຂອງ​ເຈົ້າເອງ ນຳ​ເອົາ​ຄວາມ​ເດືອດຮ້ອນ​ມາ​ສູ່​ເຈົ້າ. ເຈົ້າ​ຈະ​ໄດ້​ເຫັນ​ເຫດການ​ນີ້ ເມື່ອ​ເຮົາ​ເອົາ​ເມຍ​ທັງຫລາຍ​ຂອງ​ເຈົ້າ​ໃຫ້​ແກ່​ຊາຍ​ອື່ນ ແລະ​ຊາຍ​ຄົນ​ນັ້ນ​ກໍ​ຈະ​ສົມສູ່​ກັບ​ພວກ​ນາງ​ຢ່າງ​ເປີດເຜີຍ.


ແລະ​ກະສັດ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ເອົາ​ພວກ​ຂ້າຣາຊການ​ປະຈຳວັງ​ໄປ​ກັບ​ພວກເຈົ້າ ໃຫ້​ໂຊໂລໂມນ​ລູກຊາຍ​ຂອງເຮົາ​ຂີ່​ລໍ​ຂອງເຮົາ ແລ້ວ​ແຫ່​ລາວ​ລົງ​ໄປ​ທີ່​ບໍ່ນໍ້າ​ກີໂຮນ


ເມື່ອ​ເຈົ້າ​ອັບຊາໂລມ​ໄດ້​ຕາຍໄປ​ນັ້ນ ອາໂດນີຢາ​ລູກຊາຍກົກ​ຂອງ​ກະສັດ​ດາວິດ ຜູ້​ທີ່​ໄດ້​ກັບ​ນາງ​ຮັກກິດ​ກໍ​ຍັງ​ມີ​ຊີວິດ​ຢູ່. ລາວ​ເປັນ​ຄົນ​ຮູບຮ່າງ​ງາມ​ຫລາຍ. ກະສັດ​ດາວິດ​ບໍ່ເຄີຍ​ຕຳໜິ​ຕິຕຽນ​ລາວ​ໃນ​ເລື່ອງ​ໃດໆ​ທັງໝົດ ແລະ​ລາວ​ກໍ​ທະເຍີ​ທະຍານ​ຢາກ​ເປັນ​ກະສັດ. ອາໂດນີຢາ​ຕຽມ​ເອົາ​ລົດຮົບ, ມ້າ ແລະ​ທະຫານ​ຕິດຕາມ​ຕົນ​ໄປ​ຫ້າສິບ​ຄົນ.


ບາງຄົນ​ໄວ້ວາງໃຈ​ໃນ​ລົດຮົບ​ຂອງ​ພວກຕົນ ຄົນອື່ນ​ໄວ້ວາງໃຈ​ໃນ​ມ້າ​ຮົບ​ຂອງ​ເຂົາເຈົ້າ ແຕ່​ພວກເຮົາ​ໄວ້ວາງໃຈ​ໃນ​ພຣະນາມ ແຫ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.


ຄົນ​ອວດດີ​ຈະ​ຖືກ​ອັບອາຍ​ຂາຍໜ້າ, ແຕ່​ປັນຍາ​ຢູ່​ກັບ​ຄົນ​ຖ່ອມຕົວ​ຖ່ອມໃຈ.


ຄວາມ​ອວດຕົວ​ຈອງຫອງ​ນຳ​ໄປ​ສູ່​ການທຳລາຍ ແລະ​ຄຳເວົ້າ​ຫຍາບຊ້າ​ກໍ​ນຳ​ໄປ​ສູ່​ການ​ຫຼົ້ມຈົມ.


ຄົນ​ທີ່​ມັກ​ເລື່ອງ​ກໍ​ຫາເຫດ​ໃສ່​ຕົນເອງ ຄົນ​ຂີ້ສະຫາວ ກໍ​ກ້າວ​ໄປ​ສູ່​ຄວາມພິນາດ.


ກະສັດ​ບໍ່​ຕ້ອງ​ມີ​ມ້າ​ຈຳນວນ​ຫລວງຫລາຍ​ໄວ້​ໃຊ້​ໃນ​ກອງທັບ ແລະ​ບໍ່​ຕ້ອງ​ສົ່ງ​ຄົນ​ໄປ​ຊື້​ມ້າ ທີ່​ປະເທດ​ເອຢິບ ເພາະ​ພຣະເຈົ້າຢາເວ​ໄດ້​ບອກ​ໄພ່ພົນ​ຂອງ​ພຣະອົງ​ບໍ່​ໃຫ້​ພວກເຂົາ​ກັບ​ໄປ​ທີ່​ນັ້ນ​ອີກ​ຈັກເທື່ອ.


ເພິ່ນ​ອະທິບາຍ​ວ່າ, “ກະສັດ​ຂອງ​ພວກເຈົ້າ​ຈະ​ປະຕິບັດ​ຕໍ່​ພວກເຈົ້າ​ດັ່ງນີ້: ເພິ່ນ​ຈະ​ເອົາ​ລູກຊາຍ​ຂອງ​ພວກເຈົ້າ​ໄປ​ເປັນ​ທະຫານ, ບາງຄົນ​ຈະ​ເປັນ​ທະຫານ​ປະຈຳ​ລົດຮົບ, ບາງຄົນ​ຈະ​ເປັນ​ທະຫານ​ມ້າ ແລະ​ບາງຄົນ​ຈະ​ເປັນ​ທະຫານ​ໜ່ວຍ​ກ້າຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka