Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 14:9 - ພຣະຄຳພີສັກສິ

9 ນາງ​ເວົ້າ​ຕໍ່​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ບໍ່​ວ່າ​ກະສັດ​ຈະ​ເຮັດ​ຫຍັງ​ລົງ​ໄປ​ກໍຕາມ ຂ້ານ້ອຍ​ກັບ​ຄອບຄົວ​ຂອງ​ຂ້ານ້ອຍ​ຈະ​ຮັບ​ເອົາ​ຄຳ​ຕິຕຽນ​ນັ້ນ ສ່ວນ​ກະສັດ​ແລະ​ຄອບຄົວ​ຂອງ​ກະສັດ​ແລ້ວ​ຈະ​ບໍ່ມີ​ຄວາມຜິດ​ຫຍັງ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 14:9
10 Jak'a apnaqawi uñst'ayäwi  

ແມ່​ຕອບ​ລາວ​ວ່າ, “ລູກ​ເອີຍ ຂໍ​ໃຫ້​ຄຳສາບແຊ່ງ​ຕົກ​ຖືກ​ແມ່​ເທາະ; ຈົ່ງ​ເຮັດ​ຕາມ​ທີ່​ແມ່​ບອກ​ເຖີດ ຈົ່ງ​ໄປ​ເອົາ​ແບ້​ມາ.”


ລູກ​ຈະ​ຍອມ​ອຸທິດ​ຊີວິດ​ເພື່ອ​ລາວ​ເອງ ໃຫ້​ພໍ່​ມອບ​ຄວາມ​ຮັບຜິດຊອບ​ໃຫ້​ລູກ​ໂລດ. ຖ້າ​ລູກ​ບໍ່​ນຳ​ລາວ​ກັບຄືນ​ມາ​ໄດ້​ຢ່າງ​ປອດໄພ ລູກ​ຈະ​ຍອມ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ພໍ່​ຕະຫລອດ​ຊີວິດ.


ກະສັດ​ຕອບ​ວ່າ, “ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຂູ່ເຂັນ​ເຈົ້າ ຈົ່ງ​ນຳ​ເອົາ​ລາວ​ມາ​ຫາ​ເຮົາ ແລ້ວ​ລາວ​ກໍ​ຈະ​ບໍ່​ລົບກວນ​ເຈົ້າ​ອີກ​ຕໍ່ໄປ.”


ກະສັດ​ຕອບ​ນາງ​ວ່າ, “ໃຫ້​ເຈົ້າ​ກັບ​ເມືອ​ສາ ເຮົາ​ຈະ​ຈັດການ​ເລື່ອງ​ນີ້​ເອງ.”


ໂທດ​ຂ້າ​ຄົນ​ນີ້​ກໍ​ຈະ​ຕົກ​ຖືກ​ໂຢອາບ​ກັບ​ລູກຫລານ​ຂອງ​ລາວ​ຕະຫລອດໄປ. ແຕ່​ພຣະເຈົ້າຢາເວ​ຈະ​ໃຫ້​ລູກຫລານ​ຂອງ​ກະສັດ​ດາວິດ ຂຶ້ນ​ຄອງ​ບັນລັງ​ສືບແທນ​ເພິ່ນ​ຕໍ່ໄປ.”


ຖ້າ​ພວກເຈົ້າ​ຫາກ​ເຮັດ​ເຊັ່ນນັ້ນ ກໍ​ເທົ່າ​ກັບ​ເຮັດ​ໃຫ້​ດິນແດນ​ທີ່​ພວກເຈົ້າ​ພວມ​ອາໄສ​ຢູ່​ນັ້ນ​ເປັນ​ມົນທິນ. ເມື່ອ​ຜູ້ຂ້າຄົນ​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ ກໍ​ບໍ່ມີ​ພິທີ​ໃດ​ຈະ​ຊຳລະ​ມົນທີນ​ໃຫ້​ໝົດ​ໄປ​ຈາກ​ດິນແດນ​ໄດ້ ນອກຈາກ​ການ​ປະຫານ​ຊີວິດ​ຂອງ​ຜູ້ຂ້າຄົນ​ນັ້ນ.


ປະຊາຊົນ​ທັງໝົດ​ຕອບ​ວ່າ, “ໃຫ້​ໂທດ​ເລື່ອງ​ຄວາມ​ຕາຍ​ຂອງ​ລາວ ຕົກ​ຖືກ​ພວກເຮົາ ແລະ​ລູກຫລານ​ຂອງ​ພວກເຮົາ.”


ນາງ​ຂາບລົງ​ທີ່​ຕີນ​ຂອງ​ດາວິດ ແລະ​ເວົ້າ​ວ່າ, “ທ່ານເອີຍ ກະລຸນາ​ຟັງ​ຂ້ານ້ອຍ​ກ່ອນ​ທ້ອນ ໃຫ້​ຂ້ານ້ອຍ​ຮັບ​ເອົາ​ຄວາມຜິດ​ທັງໝົດ​ນັ້ນ​ສາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka