Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 14:8 - ພຣະຄຳພີສັກສິ

8 ກະສັດ​ຕອບ​ນາງ​ວ່າ, “ໃຫ້​ເຈົ້າ​ກັບ​ເມືອ​ສາ ເຮົາ​ຈະ​ຈັດການ​ເລື່ອງ​ນີ້​ເອງ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 14:8
7 Jak'a apnaqawi uñst'ayäwi  

ດຽວ​ນີ້ ຍາດຕິພີ່ນ້ອງ​ຂອງ​ຂ້ານ້ອຍ​ທັງໝົດ​ຕ່າງ​ກໍ​ຫັນ​ມາ​ຕໍ່ສູ້​ຂ້ານ້ອຍ ແລະ​ຂໍຮ້ອງ​ຂ້ານ້ອຍ​ມອບ​ລູກຊາຍ​ໃຫ້​ພວກເຂົາ ເພື່ອ​ຂ້າ​ແກ້ແຄ້ນ​ຄືນ​ຍ້ອນ​ລາວ​ໄດ້​ຂ້າ​ອ້າຍ​ຂອງຕົນ. ຖ້າ​ພວກເຂົາ​ເຮັດ​ດັ່ງນັ້ນ ຂ້ານ້ອຍ​ກໍ​ຈະ​ບໍ່ມີ​ລູກ​ເຫຼືອ​ຢູ່​ນຳ​ເລີຍ. ພວກເຂົາ​ຈະ​ທຳລາຍ​ຄວາມຫວັງ​ອັນ​ສຸດທ້າຍ​ຂອງ​ຂ້ານ້ອຍ ແລະ​ຈະ​ບໍ່​ໃຫ້​ຂ້ານ້ອຍ​ມີ​ລູກຊາຍ​ເພື່ອ​ສືບ​ເຊື້ອສາຍ​ຜົວ​ຂອງ​ຂ້ານ້ອຍ​ອີກ​ຕໍ່ໄປ.”


ນາງ​ເວົ້າ​ຕໍ່​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ບໍ່​ວ່າ​ກະສັດ​ຈະ​ເຮັດ​ຫຍັງ​ລົງ​ໄປ​ກໍຕາມ ຂ້ານ້ອຍ​ກັບ​ຄອບຄົວ​ຂອງ​ຂ້ານ້ອຍ​ຈະ​ຮັບ​ເອົາ​ຄຳ​ຕິຕຽນ​ນັ້ນ ສ່ວນ​ກະສັດ​ແລະ​ຄອບຄົວ​ຂອງ​ກະສັດ​ແລ້ວ​ຈະ​ບໍ່ມີ​ຄວາມຜິດ​ຫຍັງ.”


ກະສັດ​ກ່າວ​ແກ່​ຊີບາ​ວ່າ, “ທຸກສິ່ງ​ທີ່​ເປັນ​ຂອງ​ເມຟີໂບເຊັດ​ກໍ​ເປັນ​ຂອງ​ເຈົ້າ.” ຊີບາ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຂ້ານ້ອຍ​ຍິນດີ​ຮັບໃຊ້​ທ່ານ ຂໍ​ໃຫ້​ຂ້ານ້ອຍ​ເປັນ​ທີ່​ພໍໃຈ​ຂອງທ່ານ​ເລື້ອຍໆ​ເທີ້ນ.”


ຂ້ອຍ​ນີ້​ເປັນ​ດັ່ງ​ພໍ່​ຜູ້ໜຶ່ງ​ຂອງ​ຄົນ​ຍາກຈົນ ແລະ​ເຂົ້າຂ້າງ​ຄົນ​ຕ່າງແດນ​ທີ່​ຖືກ​ເດືອດຮ້ອນ.


ຟັງ​ກ່ອນ​ຈຶ່ງ​ຕອບ ການ​ຕອບ​ກ່ອນ​ໂດຍ​ບໍ່​ຟັງ​ເປັນ​ຄວາມ​ໂງ່ງ່າວ​ແລະ​ຄວາມ​ອັບອາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka