Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 14:7 - ພຣະຄຳພີສັກສິ

7 ດຽວ​ນີ້ ຍາດຕິພີ່ນ້ອງ​ຂອງ​ຂ້ານ້ອຍ​ທັງໝົດ​ຕ່າງ​ກໍ​ຫັນ​ມາ​ຕໍ່ສູ້​ຂ້ານ້ອຍ ແລະ​ຂໍຮ້ອງ​ຂ້ານ້ອຍ​ມອບ​ລູກຊາຍ​ໃຫ້​ພວກເຂົາ ເພື່ອ​ຂ້າ​ແກ້ແຄ້ນ​ຄືນ​ຍ້ອນ​ລາວ​ໄດ້​ຂ້າ​ອ້າຍ​ຂອງຕົນ. ຖ້າ​ພວກເຂົາ​ເຮັດ​ດັ່ງນັ້ນ ຂ້ານ້ອຍ​ກໍ​ຈະ​ບໍ່ມີ​ລູກ​ເຫຼືອ​ຢູ່​ນຳ​ເລີຍ. ພວກເຂົາ​ຈະ​ທຳລາຍ​ຄວາມຫວັງ​ອັນ​ສຸດທ້າຍ​ຂອງ​ຂ້ານ້ອຍ ແລະ​ຈະ​ບໍ່​ໃຫ້​ຂ້ານ້ອຍ​ມີ​ລູກຊາຍ​ເພື່ອ​ສືບ​ເຊື້ອສາຍ​ຜົວ​ຂອງ​ຂ້ານ້ອຍ​ອີກ​ຕໍ່ໄປ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 14:7
9 Jak'a apnaqawi uñst'ayäwi  

ແລະ​ລືມ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ລາວ​ມາ​ນັ້ນ. ແລ້ວ​ແມ່​ກໍ​ຈະ​ໃຊ້​ຄົນ​ໄປ​ເອົາ​ເຈົ້າ​ກັບຄືນ​ມາ. ເປັນຫຍັງ​ໜໍ ຂ້ອຍ​ຈະ​ຕ້ອງ​ສູນເສຍ​ລູກ​ທັງສອງ​ໃນ​ມື້​ດຽວ?”


ພຣະອົງ​ໄລ່​ຂ້ານ້ອຍ​ໃຫ້​ໜີ​ຈາກ​ບ່ອນ​ທີ່​ທຳມາ​ຫາກິນ ແລະ​ໃຫ້​ຫ່າງໄກ​ຈາກ​ພຣະອົງ. ຂ້ານ້ອຍ​ຈະ​ເປັນ​ຄົນ​ຂາດ​ທີ່​ເພິ່ງ ແລະ​ພະເນຈອນ​ໄປ​ເທິງ​ແຜ່ນດິນ​ໂລກ ແລະ​ຜູ້ໃດ​ຜູ້ໜຶ່ງ​ທີ່​ພົບ​ຂ້ານ້ອຍ ກໍ​ຈະ​ສັງຫານ​ຂ້ານ້ອຍ​ເສຍ.”


ພວກ​ຂ້າຣາຊການ​ໃນ​ວັງ​ເຂົ້າ​ໄປ​ຫາ​ເພິ່ນ ແລະ​ພະຍາຍາມ​ຊັກຊວນ​ເພິ່ນ​ໃຫ້​ລຸກ​ຂຶ້ນ, ແຕ່​ເພິ່ນ​ປະຕິເສດ​ແລະ​ທັງ​ບໍ່​ຍອມ​ກິນ​ຫຍັງ​ກັບ​ພວກເຂົາ.


ຂ້ານ້ອຍ​ມີ​ລູກຊາຍ​ສອງ​ຄົນ, ແຕ່​ມື້​ໜຶ່ງ​ທັງສອງ​ໄດ້​ເກີດ​ຜິດຖຽງກັນ​ຢູ່​ໃນ​ທົ່ງນາ ແລະ​ບໍ່ມີ​ຜູ້ໃດ​ແຍກ​ພວກເຂົາ​ອອກ​ຈາກ​ກັນ​ໄດ້. ລູກຊາຍ​ຄົນ​ໜຶ່ງ​ຈຶ່ງ​ໄດ້​ຂ້າ​ລູກຊາຍ​ອີກ​ຄົນ​ໜຶ່ງ​ຕາຍ.


ກະສັດ​ຕອບ​ນາງ​ວ່າ, “ໃຫ້​ເຈົ້າ​ກັບ​ເມືອ​ສາ ເຮົາ​ຈະ​ຈັດການ​ເລື່ອງ​ນີ້​ເອງ.”


ພີ່ນ້ອງ​ຜູ້​ໃກ້ຊິດ​ຂອງ​ຜູ້​ຕາຍ​ຕ້ອງ​ຮັບຜິດຊອບ ລົງໂທດ​ຜູ້ຂ້າຄົນ​ນັ້ນ​ໃຫ້​ເຖິງ​ຕາຍ. ເມື່ອ​ຫາ​ຕົວ​ພົບ​ເມື່ອໃດ ໃຫ້​ຂ້າ​ຖິ້ມ​ເມື່ອນັ້ນ.


ແຕ່​ເມື່ອ​ຄົນ​ເຊົ່າ​ສວນ​ເຫຼົ່ານັ້ນ ເຫັນ​ລູກຊາຍ​ຂອງ​ເພິ່ນ ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ກັນແລະກັນ​ວ່າ, ‘ຄົນ​ນີ້​ແຫຼະ ເປັນ​ເຈົ້າ​ຂອງ​ມໍຣະດົກ ຈົ່ງ​ຂ້າ​ມັນ​ເສຍ ແລ້ວ​ພວກເຮົາ​ກໍ​ຈະ​ໄດ້​ມໍຣະດົກ​ຂອງ​ມັນ’


ລູກຊາຍ​ຜູ້​ທຳອິດ​ທີ່​ເຂົາ​ໄດ້​ນຳ​ກັນ​ຈະ​ຖື​ວ່າ​ເປັນ​ລູກ​ຂອງ​ຜູ້​ທີ່​ໄດ້​ຕາຍໄປ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ລາວ​ຈະ​ສືບຕໍ່​ມີ​ໃນ​ຊາດ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka