5 ເພິ່ນຖາມນາງວ່າ, “ເຈົ້າຕ້ອງການຫຍັງ?” ນາງຕອບວ່າ, “ຂ້ານ້ອຍເປັນຍິງໝ້າຍທີ່ຍາກຈົນ ຜົວຂອງຂ້ານ້ອຍຕາຍປະ.
ພຣະເຈົ້າໄດ້ຍິນສຽງຂອງເດັກນ້ອຍຮ້ອງໄຫ້ ແລະເທວະດາຂອງພຣະເຈົ້າກໍໄດ້ເອີ້ນນາງຮາກາມາຈາກສະຫວັນວ່າ, “ຮາກາ ເຈົ້າມີຄວາມເດືອດຮ້ອນຫຍັງ? ຢ່າຢ້ານກົວເລີຍ. ພຣະເຈົ້າໄດ້ຍິນສຽງເດັກນ້ອຍຮ້ອງໄຫ້ແລ້ວ.
ຕາມາລຸກຂຶ້ນໜີເມືອເຮືອນຂອງຕົນ; ນາງເອົາຜ້າອັດໜ້າອອກແລະນຸ່ງເຄື່ອງໄວ້ທຸກຕາມເຄີຍ.
ຍິງຊາວເມືອງເຕກົວກໍໄດ້ເຂົ້າໄປພົບກະສັດ ໂດຍກົ້ມຂາບລົງດ້ວຍຄວາມນັບຖື ແລະເວົ້າວ່າ, “ຂ້າແດ່ພະຣາຊາ ກະລຸນາຊ່ວຍຂ້ານ້ອຍແດ່ທ້ອນ.”
ຂ້ານ້ອຍມີລູກຊາຍສອງຄົນ, ແຕ່ມື້ໜຶ່ງທັງສອງໄດ້ເກີດຜິດຖຽງກັນຢູ່ໃນທົ່ງນາ ແລະບໍ່ມີຜູ້ໃດແຍກພວກເຂົາອອກຈາກກັນໄດ້. ລູກຊາຍຄົນໜຶ່ງຈຶ່ງໄດ້ຂ້າລູກຊາຍອີກຄົນໜຶ່ງຕາຍ.