4 ຍິງຊາວເມືອງເຕກົວກໍໄດ້ເຂົ້າໄປພົບກະສັດ ໂດຍກົ້ມຂາບລົງດ້ວຍຄວາມນັບຖື ແລະເວົ້າວ່າ, “ຂ້າແດ່ພະຣາຊາ ກະລຸນາຊ່ວຍຂ້ານ້ອຍແດ່ທ້ອນ.”
ໃນວັນທີສາມ ມີຊາຍໜຸ່ມຜູ້ໜຶ່ງມາຈາກຄ້າຍຂອງກະສັດໂຊນ. ລາວຈີກເຄື່ອງນຸ່ງຂອງຕົນ ແລະເອົາຂີ້ຝຸ່ນດິນໂຮຍຫົວເພື່ອສະແດງຄວາມໂສກເສົ້າ ລາວເຂົ້າໄປຫາດາວິດ ແລະຂາບລົງດ້ວຍຄວາມນັບຖື.
ໂຢອາບຂາບລົງຕໍ່ໜ້າກະສັດດາວິດດ້ວຍຄວາມນັບຖື ທັງກ່າວວ່າ, “ຂ້າແດ່ພະຣາຊາ ຂໍໃຫ້ພຣະເຈົ້າອວຍພອນທ່ານເຖີດ. ບັດນີ້ ຂ້ານ້ອຍຮູ້ແລ້ວວ່າທ່ານພໍໃຈໃນຕົວຂ້ານ້ອຍ ເພາະທ່ານໄດ້ຕອບຄຳຮ້ອງຂໍຂອງຂ້ານ້ອຍ.”
ເພິ່ນຖາມນາງວ່າ, “ເຈົ້າຕ້ອງການຫຍັງ?” ນາງຕອບວ່າ, “ຂ້ານ້ອຍເປັນຍິງໝ້າຍທີ່ຍາກຈົນ ຜົວຂອງຂ້ານ້ອຍຕາຍປະ.
ອາຮີມາອາດຮ້ອງບອກກະສັດພ້ອມທັງຂາບລົງຕໍ່ໜ້າເພິ່ນ ແລະເວົ້າວ່າ, “ຂໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ຜູ້ໂຜດໃຫ້ທ່ານຊະນະພວກທີ່ກະບົດຕໍ່ທ່ານ.”
ຫລັງຈາກເດັກນ້ອຍກັບເມືອແລ້ວ ດາວິດໄດ້ອອກມາຈາກດ້ານຫລັງຂອງໂງ່ນຫີນ ກົ້ມຂາບລົງຕໍ່ໜ້າໂຢນາທານສາມເທື່ອ. ດາວິດກັບໂຢນາທານກອດກັນຮ້ອງໄຫ້. ດາວິດໂສກເສົ້າເສຍໃຈຫລາຍກວ່າໂຢນາທານ.
ພໍອາບີກາຍຫລຽວເຫັນດາວິດ ນາງກໍຟ້າວລົງຈາກຫລັງລໍ ແລະກົ້ມຂາບລົງດິນ