Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 14:3 - ພຣະຄຳພີສັກສິ

3 ແລ້ວ​ຈຶ່ງ​ໄປ​ພົບ​ກະສັດ​ແລະ​ເວົ້າ​ຕາມ​ຄຳ​ທີ່​ຂ້ອຍ​ຈະ​ບອກ​ເຈົ້າ.” ໂຢອາບ​ຈຶ່ງ​ບອກ​ຄຳ​ເວົ້າ​ໃຫ້​ແກ່​ນາງ.

Uka jalj uñjjattʼäta Copia luraña




2 ຊາມູເອນ 14:3
9 Jak'a apnaqawi uñst'ayäwi  

ກະສັດ​ກ່າວ​ວ່າ, “ແມ່ນ​ແຜນການ​ຂອງ​ໂຢອາບ​ບໍ? ທີ່​ໃຫ້​ເຈົ້າ​ມາ​ກ່າວ​ສິ່ງ​ເຫຼົ່ານີ້.” ແລະ​ນາງ​ໄດ້​ຕອບ​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ຕາບໃດ​ທີ່​ວິນຍານຂອງ​ກະສັດ​ມີ​ຊີວິດ​ຢູ່ ບໍ່​ມີ​ຜູ້ໃດ​ສາມາດ​ປົກປິດ​ຄວາມຈິງ​ຈາກ​ກະສັດ​ໄດ້​ດອກ. ແມ່ນ​ໂຢອາບ ຂ້າຣາຊການ​ຂອງທ່ານ​ນັ້ນແຫລະ ເປັນ​ຜູ້​ບອກ​ໃຫ້​ຂ້ານ້ອຍ​ເຮັດ​ແລະ​ບອກ​ໃຫ້​ຂ້ານ້ອຍ​ເວົ້າ.


ຍິງ​ຊາວ​ເມືອງ​ເຕກົວ​ກໍ​ໄດ້​ເຂົ້າ​ໄປ​ພົບ​ກະສັດ ໂດຍ​ກົ້ມ​ຂາບລົງ​ດ້ວຍ​ຄວາມນັບຖື ແລະ​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ກະລຸນາ​ຊ່ວຍ​ຂ້ານ້ອຍ​ແດ່ທ້ອນ.”


ຂ້າພະເຈົ້າ​ໄດ້​ສົ່ງ​ພວກ​ເຫຼົ່ານີ້​ໄປ​ຫາ​ອິດໂດ ຫົວໜ້າ​ຊຸມນຸມ​ຂອງ​ປະຊາຊົນ​ທີ່ ກາສີຟີອາ ເພື່ອ​ຂໍ​ໃຫ້​ລາວ​ກັບ​ພວກ​ຜູ້​ຮ່ວມງານ​ຂອງ​ລາວ ຄື​ຄົນ​ທີ່​ເຮັດ​ວຽກ​ຢູ່​ໃນ​ວິຫານ​ໃຫ້​ສົ່ງ​ຄົນ​ມາ​ຮັບໃຊ້​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ເຮົາ.


ເຈົ້າ​ຈົ່ງ​ກ່າວ​ແກ່​ລາວ ແລະ​ບອກ​ເລື່ອງ​ຕ່າງໆ​ນັ້ນ​ໃຫ້​ລາວ​ເວົ້າ. ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ກ່າວ ແລະ​ທັງ​ຈະ​ບອກ​ເຈົ້າ​ທັງສອງ​ວ່າ​ຄວນ​ຈະ​ເຮັດ​ຢ່າງ​ໃດ.


ເຮົາ​ໄດ້​ກາງ ຈັກກະວານ ແລະ​ວາງ​ຮາກຖານ​ແຜ່ນດິນ​ໂລກ ເຮົາ​ກ່າວ​ແກ່​ນະຄອນ​ເຢຣູຊາເລັມ​ດັ່ງນີ້: ‘ເຈົ້າ​ເປັນ​ປະຊາຊົນ​ທີ່​ເຮົາ​ປົກປ້ອງ​ຄຸ້ມຄອງ​ໄວ້ ເຮົາ​ມອບ​ຄຳສັ່ງສອນ​ໃຫ້​ເຈົ້າ​ຮັກສາ​ໄວ້.”’


ຝ່າຍ​ເຮົາ​ເຮັດ​ພັນທະສັນຍາ​ກັບ​ພວກເຈົ້າ ພຣະເຈົ້າຢາເວ​ກ່າວ​ວ່າ: ເຮົາ​ໄດ້​ມອບ​ພຣະວິນຍານ​ຂອງເຮົາ​ໃຫ້​ພວກເຈົ້າ ແລະ​ມອບ​ຂໍ້​ຄຳສັ່ງສອນ​ຂອງເຮົາ​ໃຫ້​ເປັນ​ຂອງ​ພວກເຈົ້າ​ຕະຫລອດໄປ ແລະ​ຕັ້ງແຕ່​ນີ້​ຕໍ່ໄປ​ພວກເຈົ້າ​ຕ້ອງ​ເຊື່ອຟັງ​ເຮົາ ພ້ອມ​ທັງ​ສັ່ງສອນ​ພວກ​ລູກຫລານ​ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ ໃຫ້​ເຊື່ອຟັງ​ເຮົາ​ທຸກຍຸກ​ທຸກສະໄໝ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ​ແຫລະ.


ແລ້ວ​ພຣະເຈົ້າຢາເວ​ກໍ​ເດ່​ມື​ອອກ​ແຕະ​ທີ່​ປາກ​ຂອງ​ຂ້າພະເຈົ້າ ແລະ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເບິ່ງດູ ເຮົາ​ກຳລັງ​ເອົາ​ຖ້ອຍຄຳ​ຂອງເຮົາ​ໃສ່​ເຂົ້າ​ໄປ​ໃນ​ປາກ​ຂອງ​ເຈົ້າ​ເພື່ອ​ໃຫ້​ເຈົ້າ​ກ່າວ.


ພຣະເຈົ້າຢາເວ​ໄດ້​ບອກ​ບາລາອາມ​ສິ່ງ​ທີ່​ລາວ​ຕ້ອງ​ກ່າວ; ແລ້ວ​ພຣະອົງ​ກໍ​ສົ່ງ​ລາວ​ກັບຄືນ​ມາ​ຫາ​ເຈົ້າ​ບາຫລາກ ເພື່ອ​ແຈ້ງ​ຖ້ອຍຄຳ​ຂອງ​ພຣະອົງ​ສູ່​ເພິ່ນ​ຟັງ.


ເຮົາ​ຈະ​ສົ່ງ​ຜູ້ທຳນວາຍ​ຄົນ​ໜຶ່ງ​ເໝືອນ​ເຈົ້າ​ນີ້ແຫລະ ຈາກ​ປະຊາຊົນ​ໃນ​ຊາດ​ຂອງ​ພວກເຂົາ​ເອງ​ມາ​ໃຫ້; ເຮົາ​ຈະ​ບອກ​ລາວ​ໃນ​ສິ່ງ​ທີ່​ຈະ​ກ່າວ ແລະ​ລາວ ຈະ​ບອກ​ປະຊາຊົນ​ທຸກໆ​ສິ່ງ​ຕາມ​ທີ່​ເຮົາ​ສັ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka