Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 14:21 - ພຣະຄຳພີສັກສິ

21 ຕໍ່ມາ ກະສັດ​ຈຶ່ງ​ເວົ້າ​ກັບ​ໂຢອາບ​ວ່າ, “ເຮົາ​ຕັດສິນໃຈ​ແລ້ວ​ທີ່​ຈະ​ເຮັດ​ຕາມ​ເຈົ້າ​ຕ້ອງການ. ຈົ່ງ​ໄປ​ນຳ​ເອົາ​ຊາຍໜຸ່ມ​ອັບຊາໂລມ​ກັບຄືນ​ມາ​ສາ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 14:21
4 Jak'a apnaqawi uñst'ayäwi  

ນາງ​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ກະລຸນາ​ພາວັນນາ​ອະທິຖານ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ທ່ານ ເພື່ອ​ວ່າ​ຍາດຕິພີ່ນ້ອງ​ຂອງ​ຂ້ານ້ອຍ ຜູ້​ທີ່​ຮັບຜິດຊອບ​ແກ້ແຄ້ນ​ຕໍ່​ການ​ຕາຍ​ຂອງ​ລູກຊາຍ​ຂ້ານ້ອຍ​ນັ້ນ ຈະ​ບໍ່​ເຮັດ​ຜິດ​ອັນ​ຮ້າຍແຮງ​ກວ່າ​ນັ້ນ ໂດຍ​ຂ້າ​ລູກຊາຍ​ຄົນ​ໜຶ່ງ​ອີກ​ຂອງ​ຂ້ານ້ອຍ.” ກະສັດ​ດາວິດ​ຕອບ​ວ່າ, “ເຮົາ​ສັນຍາ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່ ວ່າ​ລູກຊາຍ​ອີກ​ຄົນ​ໜຶ່ງ​ຂອງ​ເຈົ້າ​ຈະ​ບໍ່​ຖືກ​ທຳຮ້າຍ​ແຕ່​ຢ່າງໃດ​ໝົດ.”


ໂຢອາບ​ຂາບລົງ​ຕໍ່ໜ້າ​ກະສັດ​ດາວິດ​ດ້ວຍ​ຄວາມນັບຖື ທັງກ່າວ​ວ່າ, “ຂ້າແດ່​ພະຣາຊາ ຂໍ​ໃຫ້​ພຣະເຈົ້າ​ອວຍພອນ​ທ່ານ​ເຖີດ. ບັດນີ້ ຂ້ານ້ອຍ​ຮູ້​ແລ້ວ​ວ່າ​ທ່ານ​ພໍໃຈ​ໃນ​ຕົວ​ຂ້ານ້ອຍ ເພາະ​ທ່ານ​ໄດ້​ຕອບ​ຄຳ​ຮ້ອງ​ຂໍ​ຂອງ​ຂ້ານ້ອຍ.”


ເລື່ອງ​ນີ້​ເຮັດ​ໃຫ້​ກະສັດ​ເປັນທຸກໃຈ​ໜັກ ແຕ່​ເພິ່ນ​ບໍ່​ອາດ​ປະຕິເສດ​ນາງ​ໄດ້ ເພາະ​ໄດ້​ສັນຍາ​ສາບານ​ໄວ້​ກັບ​ນາງ​ແລ້ວ ຕໍ່ໜ້າ​ບັນດາ​ແຂກ​ທັງໝົດ​ຂອງຕົນ.


ເຮົາ​ຂໍ​ສັນຍາ​ຕໍ່​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່ ຄື​ອົງ​ທີ່​ຊ່ວຍ​ໃຫ້​ຊາດ​ອິດສະຣາເອນ​ມີ​ໄຊຊະນະ​ວ່າ ຜູ້​ທີ່​ເຮັດ​ຜິດ​ຈະ​ຕ້ອງ​ຖືກ​ຂ້າ ແມ່ນແຕ່​ໂຢນາທານ​ລູກຊາຍ​ຂອງເຮົາ​ກໍຕາມ.” ແຕ່​ບໍ່ມີ​ຜູ້ໃດ​ໃນ​ທ່າມກາງ​ປະຊາຊົນ​ທັງໝົດ​ເວົ້າ​ຫຍັງ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka