Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 14:2 - ພຣະຄຳພີສັກສິ

2 ສະນັ້ນ ລາວ​ຈຶ່ງ​ສົ່ງ​ຄົນ​ໄປ​ນຳ​ເອົາ​ຍິງ​ຊາວ​ເມືອງ​ເຕກົວ​ຄົນ​ໜຶ່ງ​ມາ. ຍິງ​ຄົນ​ນີ້​ເປັນ​ຄົນ​ສະຫລາດ. ເມື່ອ​ນາງ​ມາ​ຮອດ ໂຢອາບ​ຈຶ່ງ​ບອກ​ນາງ​ວ່າ, “ໃຫ້​ເຈົ້າ​ທຳທ່າ​ໄວ້ທຸກ ແລະ​ຢ່າ​ຫວີຜົມ. ໃຫ້​ເຮັດ​ຄື​ຄົນ​ທີ່​ໄວ້ທຸກ​ມາ​ແຕ່​ດົນນານ​ແລ້ວ.

Uka jalj uñjjattʼäta Copia luraña




2 ຊາມູເອນ 14:2
17 Jak'a apnaqawi uñst'ayäwi  

ຕາມາ​ລຸກ​ຂຶ້ນ​ໜີ​ເມືອ​ເຮືອນ​ຂອງຕົນ; ນາງ​ເອົາ​ຜ້າ​ອັດ​ໜ້າ​ອອກ​ແລະ​ນຸ່ງ​ເຄື່ອງ​ໄວ້ທຸກ​ຕາມ​ເຄີຍ.


ເມື່ອ​ນາງ​ບັດເຊບາ​ໄດ້ຍິນ​ຂ່າວ​ວ່າ ຜົວ​ຂອງຕົນ​ຖືກ​ຂ້າ ນາງ​ຈຶ່ງ​ໄວ້ທຸກ​ໃຫ້​ແກ່​ລາວ.


ກະສັດ​ດາວິດ​ຈຶ່ງ​ລຸກ​ຂຶ້ນ​ຈາກ​ພື້ນ​ຫ້ອງ ໄປ​ອາບນໍ້າ, ຫວີຜົມ ແລະ​ປ່ຽນ​ເຄື່ອງນຸ່ງຫົ່ມ. ແລ້ວ​ເພິ່ນ​ກໍ​ໄປ​ນະມັດສະການ​ພຣະເຈົ້າຢາເວ​ທີ່​ພຣະວິຫານ. ເມື່ອ​ເພິ່ນ​ກັບຄືນ​ມາ​ວັງ​ແລ້ວ ເພິ່ນ​ກໍ​ຖາມ​ຫາ​ອາຫານ​ແລະ​ກິນ​ໃນທັນທີ​ໂລດ ເມື່ອ​ພວກເຂົາ​ຍົກ​ມາ​ໃຫ້​ເພິ່ນ.


ຢູ່​ໃນ​ເມືອງ​ນີ້ ຍັງ​ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ຜູ້​ສະຫລາດ​ຫລາຍ ນາງ​ຮ້ອງ​ອອກ​ມາ​ຈາກ​ກຳແພງ​ເມືອງ​ນັ້ນ​ວ່າ, “ຟັງ​ກ່ອນ ຟັງ​ກ່ອນ ໄປ​ບອກ​ໂຢອາບ​ມາ​ພີ້​ເພາະ​ຂ້ອຍ​ຢາກ​ເວົ້າ​ກັບ​ລາວ.”


ເຮເລັດ ຊາວ​ເປເລັດ; ອີຣາ ລູກຊາຍ​ຂອງ​ອິກເກັດ ຊາວ​ເຕກົວ.


ເພິ່ນ​ຈຶ່ງ​ກ່າວ​ຕໍ່​ເມຍ​ຂອງຕົນ​ວ່າ, “ໃຫ້​ເຈົ້າ​ປອມຕົວ​ເພື່ອ​ບໍ່​ໃຫ້​ຜູ້ໃດ​ຈື່​ເຈົ້າ​ໄດ້ ແລະ​ໄປ​ທີ່​ເມືອງ​ຊີໂລ​ບ່ອນ​ທີ່​ຜູ້ທຳນວາຍ​ອາຮີຢາ​ອາໄສ​ຢູ່​ຄື​ຜູ້​ທີ່​ໄດ້​ບອກ​ຂ້ອຍ​ວ່າ ຂ້ອຍ​ຕ້ອງ​ໄດ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ.


ພຣະເຈົ້າຢາເວ​ໄດ້​ບອກ​ອາຮີຢາ​ວ່າ, “ເມຍ​ຂອງ​ເຢໂຣໂບອາມ​ກຳລັງ​ເດີນທາງ​ມາ​ຫາ ເພື່ອ​ຖາມ​ກ່ຽວກັບ​ເລື່ອງ​ລູກຊາຍ​ຂອງ​ນາງ​ທີ່​ປ່ວຍ​ຢູ່​ນັ້ນ.” ແລ້ວ​ພຣະອົງ​ກໍໄດ້​ບອກ​ຄຳ​ເວົ້າ​ແກ່​ອາຮີຢາ. ເມື່ອ​ເມຍ​ຂອງ​ກະສັດ​ເຢໂຣໂບອາມ​ມາຮອດ ນາງ​ກໍ​ທຳທ່າ​ເຮັດ​ເປັນ​ຄົນອື່ນ.


ເບັດເລເຮັມ, ເອຕາມ, ເຕກົວ,


ວັນ​ຕໍ່ມາ​ແຕ່​ເຊົ້າໆ ປະຊາຊົນ​ໄດ້​ອອກ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ເຕກົວ. ກ່ອນ​ພວກເຂົາ​ຈະ​ອອກ​ໄປ ກະສັດ​ເຢໂຮຊາຟັດ​ໄດ້​ກ່າວ​ແກ່​ພວກເຂົາ ດ້ວຍ​ຖ້ອຍຄຳ​ເຫຼົ່ານີ້: “ນັກຮົບ​ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ ແລະ​ພວກທ່ານ​ຈະ​ຢືນ​ຢູ່​ໄດ້​ຢ່າງ​ໝັ້ນຄົງ. ຈົ່ງ​ເຊື່ອໝັ້ນ​ສິ່ງ​ທີ່​ຜູ້ທຳນວາຍ​ບອກ​ພວກທ່ານ ແລະ​ພວກທ່ານ​ຈະ​ເຮັດ​ສຳເລັດ​ໜ້າທີ່.”


ພວກ​ຜູ້ຊາຍ​ຊາວ​ເມືອງ​ເຕກົວ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ເປັນ​ຕອນ​ທີ​ສອງ​ຂອງ​ພວກເຂົາ ຄື​ຕັ້ງແຕ່​ຈຸດ​ໜຶ່ງ​ທີ່​ກົງກັນຂ້າມ​ກັບ​ຫໍຄອຍ​ໃຫຍ່ ຊຶ່ງ​ໃຊ້​ເຝົ້າຍາມ​ພຣະວິຫານ ຈົນ​ໄປ​ຮອດ​ກຳແພງ​ຂອງ​ໂອເຟນ.


ພວກ​ຜູ້ຊາຍ​ຊາວ​ເມືອງ​ເຕກົວ​ໄດ້​ສ້າງ​ສ່ວນ​ຕໍ່ໄປ; ແຕ່​ຊາວ​ເມືອງ​ທີ່​ເປັນ​ຊົນຊັ້ນ​ຜູ້ນຳ​ບໍ່ຍອມ​ເຮັດ​ວຽກ​ໜັກ ຊຶ່ງ​ພວກ​ຄວບຄຸມ​ວຽກ​ໄດ້​ມອບໝາຍ​ໃຫ້​ພວກຕົນ.


ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ປູກຝັງ​ຕາມ​ຜືນ​ແຜ່ນດິນ ແລະ​ຜະລິດ​ເຫຼົ້າ​ອະງຸ່ນ​ທີ່​ໃຫ້​ຄວາມ​ມ່ວນຊື່ນ ນໍ້າມັນ​ໝາກກອກເທດ​ທີ່​ໃຫ້​ຄວາມ​ຊື່ນບານ ແລະ​ເຂົ້າ​ທີ່​ໃຫ້​ພວກເຂົາ​ມີ​ເຫື່ອແຮງ​ຂຶ້ນໃໝ່.


ຈົ່ງ​ເຮັດ​ໃຫ້​ໃຈ​ເບີກບານ ແລະ​ມີ​ຄວາມສຸກ​ຢູ່​ສະເໝີ.


ປະຊາຊົນ​ເບັນຢາມິນ​ເອີຍ ຈົ່ງ​ແລ່ນ​ປົບໜີ​ເອົາ​ຕົວ​ລອດ​ສາ​ເຖີດ ຈົ່ງ​ປົບໜີ​ຈາກ​ນະຄອນ​ເຢຣູຊາເລັມ​ສາ ຈົ່ງ​ເປົ່າແກ​ຂຶ້ນ​ໃນ​ເມືອງ​ເຕກົວ ແລະ​ຈົ່ງ​ດັງ​ໄຟ​ຂຶ້ນ​ເປັນ​ສັນຍານ​ຢູ່​ໃນ​ເມືອງ​ເບັດ​ຮັກເກເຣັມ. ໄພພິບັດ ແລະ​ການທຳລາຍ​ຈາກ​ທາງ​ເໜືອ​ເກືອບ​ຈະ​ມາຮອດ​ແລ້ວ.


ຕໍ່ໄປນີ້​ແມ່ນ​ຄຳເວົ້າ​ຂອງ​ອາໂມດ ຄົນລ້ຽງແກະ​ຜູ້ໜຶ່ງ​ໃນ​ເມືອງ​ເຕກົວ. ກ່ອນ​ແຜ່ນດິນ​ໄຫວ​ສອງ​ປີ ເມື່ອ​ອຸດຊີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ ແລະ​ເຢໂຣໂບອາມ ລູກຊາຍ​ຂອງ​ເຢໂຮອາດ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ; ພຣະເຈົ້າ​ໄດ້​ເປີດເຜີຍ​ເລື່ອງລາວ​ເຫຼົ່ານີ້​ທັງໝົດ ກ່ຽວກັບ​ຊາດ​ອິດສະຣາເອນ​ໃຫ້​ແກ່​ອາໂມດ.


ເມື່ອ​ເຈົ້າ​ຖືສິນ​ອົດອາຫານ​ນັ້ນ ຈົ່ງ​ລ້າງ​ໜ້າ​ແລະ​ຫວີຜົມ,


ສະນັ້ນ ເຈົ້າ​ຈົ່ງ​ອາບນໍ້າ, ທາ​ນໍ້າຫອມ ແລະ​ນຸ່ງ​ເຄື່ອງ​ໂຕ​ຈົບງາມ​ທີ່ສຸດ ແລ້ວ​ໃຫ້​ເຈົ້າ​ໄປ​ໃນ​ລານ​ບ່ອນ​ທີ່​ເພິ່ນ​ກຳລັງ​ຟາດເຂົ້າ​ນັ້ນ ແຕ່​ຢ່າ​ໃຫ້​ເພິ່ນ​ຮູ້​ວ່າ​ເຈົ້າ​ຢູ່​ທີ່​ນັ້ນ ຈົນກວ່າ​ເພິ່ນ​ກິນ​ແລະ​ດື່ມ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka