Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 14:12 - ພຣະຄຳພີສັກສິ

12 ຍິງ​ນັ້ນ​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ກະລຸນາ​ໃຫ້​ຂ້ານ້ອຍ​ເວົ້າ​ຕື່ມ​ຈັກ​ຄຳ​ໜຶ່ງ​ແດ່ທ້ອນ.” ເພິ່ນ​ຕອບ​ວ່າ, “ຈົ່ງ​ເວົ້າ​ມາ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 14:12
10 Jak'a apnaqawi uñst'ayäwi  

ອັບຣາຮາມ​ໄດ້ຕອບ​ແລະ​ກ່າວ​ຕື່ມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍໂຜດ​ຍົກໂທດ​ໃຫ້​ແກ່​ຂ້ານ້ອຍ ທີ່​ກ້າ​ກ່າວ​ຕໍ່​ພຣະອົງ​ອີກ. ຂ້ານ້ອຍ​ເປັນ​ພຽງແຕ່​ມະນຸດ​ເທົ່ານັ້ນ ແລະ​ບໍ່ມີ​ສິດ​ທີ່​ຈະ​ກ່າວ​ຫຍັງ.


ອັບຣາຮາມ​ຮຽນ​ຖາມ​ອີກ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຢ່າ​ຟ້າວ​ໂກດຮ້າຍ​ເລີຍ ຂ້ານ້ອຍ​ຂໍ​ຖາມ​ພຣະອົງ​ອີກ​ຄັ້ງ​ໜຶ່ງ​ເທົ່ານັ້ນ. ພຣະອົງ​ຈະ​ເຮັດ​ແນວໃດ ຖ້າ​ມີ​ພຽງແຕ່ 10 ຄົນ?” ພຣະອົງ​ຕອບ​ວ່າ, “ເຮົາ​ກໍ​ຈະ​ບໍ່​ທຳລາຍ​ເມືອງ​ນັ້ນ​ເຊັ່ນກັນ ຖ້າ​ມີ​ພຽງແຕ່ 10 ຄົນ.”


ຢູດາ​ໄດ້​ເຂົ້າ​ໄປ​ຫາ​ໂຢເຊັບ ແລະ​ຂໍຮ້ອງ​ວ່າ, “ທ່ານເອີຍ ກະລຸນາ​ໃຫ້​ຂ້ານ້ອຍ​ໄດ້​ເວົ້າ​ກັບ​ທ່ານ​ຢ່າງ​ກົງໄປ​ກົງມາ​ແດ່ທ້ອນ. ຢ່າ​ຟ້າວ​ຮ້າຍ​ໃຫ້​ຂ້ານ້ອຍ​ເລີຍ; ທ່ານເອງ​ກໍ​ເປັນ​ດັ່ງ​ກະສັດ.


ນາງ​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ກະລຸນາ​ພາວັນນາ​ອະທິຖານ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ທ່ານ ເພື່ອ​ວ່າ​ຍາດຕິພີ່ນ້ອງ​ຂອງ​ຂ້ານ້ອຍ ຜູ້​ທີ່​ຮັບຜິດຊອບ​ແກ້ແຄ້ນ​ຕໍ່​ການ​ຕາຍ​ຂອງ​ລູກຊາຍ​ຂ້ານ້ອຍ​ນັ້ນ ຈະ​ບໍ່​ເຮັດ​ຜິດ​ອັນ​ຮ້າຍແຮງ​ກວ່າ​ນັ້ນ ໂດຍ​ຂ້າ​ລູກຊາຍ​ຄົນ​ໜຶ່ງ​ອີກ​ຂອງ​ຂ້ານ້ອຍ.” ກະສັດ​ດາວິດ​ຕອບ​ວ່າ, “ເຮົາ​ສັນຍາ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່ ວ່າ​ລູກຊາຍ​ອີກ​ຄົນ​ໜຶ່ງ​ຂອງ​ເຈົ້າ​ຈະ​ບໍ່​ຖືກ​ທຳຮ້າຍ​ແຕ່​ຢ່າງໃດ​ໝົດ.”


ນາງ​ເວົ້າ​ໃຫ້​ເພິ່ນ​ວ່າ, “ເປັນຫຍັງ​ກະສັດ​ຈຶ່ງ​ເຮັດ​ຜິດ​ຕໍ່​ປະຊາຊົນ​ຂອງ​ພຣະເຈົ້າ​ຢ່າງ​ນີ້? ກະສັດ​ບໍ່​ອະນຸຍາດ​ໃຫ້​ລູກຊາຍ​ຂອງທ່ານ​ທີ່​ໄດ້​ປົບໜີໄປ​ນັ້ນ​ກັບຄືນ​ມາ. ສະນັ້ນ ກະສັດ​ຈຶ່ງ​ປະນາມ​ທ່ານເອງ​ໃນ​ສິ່ງ​ທີ່​ທ່ານ​ໄດ້​ເວົ້າ​ໄປ​ນັ້ນ.


ໂຢອາບ​ຈຶ່ງ​ໄປ​ຫາ​ຍິງ​ຄົນ​ນັ້ນ ແລະ​ນາງ​ກໍ​ຖາມ​ໂຢອາບ​ວ່າ, “ທ່ານ​ແມ່ນ​ໂຢອາບ​ແມ່ນ​ບໍ່?” ລາວ​ຕອບ​ວ່າ, “ແມ່ນແລ້ວ ຂ້ອຍ​ນີ້​ແຫຼະ​ແມ່ນ​ໂຢອາບ.” ນາງ​ເວົ້າ​ວ່າ, “ທ່ານເອີຍ ກະລຸນາ​ຟັງ​ຂ້ານ້ອຍ.” ໂຢອາບ​ຕອບ​ວ່າ, “ຂ້ອຍ​ກຳລັງ​ຟັງ​ເຈົ້າ​ຢູ່.”


ແລ້ວ​ລາວ​ກໍ​ເວົ້າ​ຕື່ມ​ວ່າ, “ຂ້ອຍ​ຢາກ​ຂໍ​ຖາມ​ເຈົ້າ​ບາງ​ຢ່າງ​ແດ່​ໄດ້​ບໍ?” ຣາຊິນີ​ຖາມ​ວ່າ, “ຖາມ​ເລື່ອງ​ຫຍັງ?”


“ຂ້າແດ່​ພຣະເຈົ້າຢາເວ ຖ້າ​ຂ້ານ້ອຍ​ຖົກຖຽງ​ຄະດີ​ກັບ​ພຣະອົງ ພຣະອົງ​ກໍ​ຈະ​ພິສູດ​ວ່າ​ພຣະອົງ​ເປັນ​ຝ່າຍ​ຖືກຕ້ອງ. ແຕ່​ຂ້ານ້ອຍ​ຕ້ອງ​ຖາມ​ພຣະອົງ​ເຖິງ​ຄວາມ​ຍຸດຕິທຳ ເປັນຫຍັງ​ຄົນຊົ່ວ​ຈຶ່ງ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ແທ້? ເປັນຫຍັງ​ຄົນ​ບໍ່​ສັດຊື່ ຄົນ​ຂີ້ສໍ້​ຂີ້ໂກງ ຈຶ່ງ​ໄດ້​ຮັບ​ຜົນ​ສຳເລັດ​ໃນ​ຊີວິດ?


ແລ້ວ​ກະສັດ​ອັກຄຼີປາ​ກໍ​ກ່າວ​ແກ່​ໂປໂລ​ວ່າ, “ບັດນີ້ ເຮົາ​ອະນຸຍາດ​ໃຫ້​ເຈົ້າ​ກ່າວ​ແກ້​ຄະດີ​ໄດ້.” ດັ່ງນັ້ນ ໂປໂລ​ຈຶ່ງ​ຢຽດ​ມື​ອອກ ແລະ​ກ່າວ​ແກ້​ຄະດີ​ວ່າ,


ນາງ​ຂາບລົງ​ທີ່​ຕີນ​ຂອງ​ດາວິດ ແລະ​ເວົ້າ​ວ່າ, “ທ່ານເອີຍ ກະລຸນາ​ຟັງ​ຂ້ານ້ອຍ​ກ່ອນ​ທ້ອນ ໃຫ້​ຂ້ານ້ອຍ​ຮັບ​ເອົາ​ຄວາມຜິດ​ທັງໝົດ​ນັ້ນ​ສາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka