2 ຊາມູເອນ 14:11 - ພຣະຄຳພີສັກສິ11 ນາງເວົ້າວ່າ, “ຂ້າແດ່ພະຣາຊາ ກະລຸນາພາວັນນາອະທິຖານພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ເພື່ອວ່າຍາດຕິພີ່ນ້ອງຂອງຂ້ານ້ອຍ ຜູ້ທີ່ຮັບຜິດຊອບແກ້ແຄ້ນຕໍ່ການຕາຍຂອງລູກຊາຍຂ້ານ້ອຍນັ້ນ ຈະບໍ່ເຮັດຜິດອັນຮ້າຍແຮງກວ່ານັ້ນ ໂດຍຂ້າລູກຊາຍຄົນໜຶ່ງອີກຂອງຂ້ານ້ອຍ.” ກະສັດດາວິດຕອບວ່າ, “ເຮົາສັນຍາໂດຍພຣະເຈົ້າຢາເວອົງຊົງຊີວິດຢູ່ ວ່າລູກຊາຍອີກຄົນໜຶ່ງຂອງເຈົ້າຈະບໍ່ຖືກທຳຮ້າຍແຕ່ຢ່າງໃດໝົດ.” Uka jalj uñjjattʼäta |
ແຕ່ປະຊາຊົນເວົ້າຕໍ່ກະສັດໂຊນວ່າ, “ຈະໃຫ້ໂຢນາທານ ຜູ້ທີ່ນຳໄຊຊະນະອັນຍິ່ງໃຫຍ່ມາສູ່ຊາດອິດສະຣາເອນຖືກຂ້າຊັ້ນບໍ? ບໍ່ໄດ້ ພວກຂ້ານ້ອຍຂໍສັນຍາຕໍ່ພຣະເຈົ້າຢາເວອົງຊົງຊີວິດຢູ່ວ່າ ແມ່ນແຕ່ຜົມເສັ້ນໜຶ່ງທີ່ຫົວຂອງເພິ່ນຈະບໍ່ໃຫ້ສູນເສຍໄປ. ສິ່ງທີ່ເພິ່ນໄດ້ເຮັດໃນມື້ນີ້ ແມ່ນການຊ່ວຍເຫລືອຂອງພຣະເຈົ້າ.” ສະນັ້ນ ປະຊາຊົນຈຶ່ງຊ່ວຍໂຢນາທານບໍ່ໃຫ້ຖືກຂ້າ.