1 ໂຢອາບລູກຊາຍຂອງເຊຣູອີຢາຮູ້ວ່າກະສັດດາວິດຄິດຮອດອັບຊາໂລມຫລາຍທີ່ສຸດ
ແຕ່ເມື່ອເພິ່ນທຸເລົາໃນເລື່ອງການຕາຍຂອງອຳໂນນແລ້ວ ເພິ່ນຈຶ່ງຄິດຮອດອັບຊາໂລມຫລາຍທີ່ສຸດ.
ສະນັ້ນ ລາວຈຶ່ງສົ່ງຄົນໄປນຳເອົາຍິງຊາວເມືອງເຕກົວຄົນໜຶ່ງມາ. ຍິງຄົນນີ້ເປັນຄົນສະຫລາດ. ເມື່ອນາງມາຮອດ ໂຢອາບຈຶ່ງບອກນາງວ່າ, “ໃຫ້ເຈົ້າທຳທ່າໄວ້ທຸກ ແລະຢ່າຫວີຜົມ. ໃຫ້ເຮັດຄືຄົນທີ່ໄວ້ທຸກມາແຕ່ດົນນານແລ້ວ.
ເມື່ອໄດ້ຍິນດັ່ງນັ້ນ ກະສັດກໍເຕັມໄປດ້ວຍຄວາມທຸກໃຈ. ເພິ່ນລຸກຂຶ້ນຍ່າງໄປພ້ອມທັງຮ້ອງໄຫ້ ແລະຈົ່ມວ່າ, “ໂອ ອັບຊາໂລມລູກຊາຍຂອງພໍ່ເອີຍ ຖ້າເປັນໄປໄດ້ພໍ່ເອງຢາກຈະຕາຍແທນລູກເສຍ ໂອ ອັບຊາໂລມລູກຊາຍຂອງພໍ່ເອີຍ! ລູກຊາຍຂອງພໍ່ເອີຍ!”
ເມື່ອທະຫານໄດ້ຍິນວ່າກະສັດໄວ້ທຸກນຳລູກຊາຍຂອງຕົນ ຄວາມຊົມຊື່ນຍິນດີແຫ່ງໄຊຊະນະຈຶ່ງກາຍເປັນຄວາມໂສກເສົ້າ ສຳລັບທະຫານທັງໝົດຂອງກະສັດດາວິດໃນມື້ນັ້ນ.
ສ່ວນກະສັດດາວິດກໍເອົາຜ້າປົກໜ້າຂອງຕົນຮ້ອງໄຫ້ສຽງດັງພ້ອມທັງຈົ່ມວ່າ, “ໂອ ອັບຊາໂລມລູກຊາຍຂອງພໍ່! ໂອ ອັບຊາໂລມລູກຊາຍຂອງພໍ່ ລູກຊາຍຂອງພໍ່ເອີຍ!”
ລູກຊາຍສາມຄົນຂອງນາງເຊຣູອີຢາ: ໂຢອາບ, ອາບີໄຊ ແລະອາສາເຮນກໍຢູ່ໃນທີ່ນັ້ນດ້ວຍ. ສ່ວນອາສາເຮນຜູ້ແລ່ນໄວເໝືອນຟານປ່ານັ້ນ
ເພິ່ນຍັງມີລູກສາວສອງຄົນ ດັ່ງນີ້: ນາງເຊຣູອີຢາ ແລະນາງອາບີກາຍ. ນາງເຊຣູອີຢາລູກສາວຂອງເຢຊີມີລູກຊາຍສາມຄົນ ດັ່ງນີ້: ອາບີໄຊ, ໂຢອາບ ແລະອາສາເຮນ.
ທຸກຄົນຍ່ອມຕ້ອງການຄົນດີມາປົກຄອງ, ແຕ່ຄວາມຍຸດຕິທຳໄດ້ມາທາງພຣະເຈົ້າຢາເວເທົ່ານັ້ນ.