Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 13:5 - ພຣະຄຳພີສັກສິ

5 ໂຢນາດາບ​ກ່າວ​ຕໍ່​ລາວ​ວ່າ, “ໃຫ້​ເຈົ້າ​ທຳທ່າ​ໄຂ້​ແລະ​ເຂົ້າ​ໄປ​ນອນ. ເມື່ອ​ພໍ່​ຂອງ​ເຈົ້າ​ມາ​ເບິ່ງ​ໃຫ້​ເຈົ້າ​ບອກ​ເພິ່ນ​ວ່າ, ‘ກະລຸນາ​ຂໍ​ໃຫ້​ຕາມາ​ນ້ອງສາວ​ຂອງ​ຂ້ານ້ອຍ ມາ​ປ້ອນ​ເຂົ້າ​ຂ້ານ້ອຍ​ແດ່. ຂ້ານ້ອຍ​ຢາກ​ໃຫ້​ນາງ​ມາ​ທີ່​ນີ້ ເພື່ອ​ຈັດແຈ່ງ​ອາຫານ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ ແລະ​ໃຫ້​ນາງ​ເອງ​ເປັນ​ຜູ້​ປ້ອນ​ອາຫານ​ໃຫ້​ຂ້ານ້ອຍ​ກິນ.”’

Uka jalj uñjjattʼäta Copia luraña




2 ຊາມູເອນ 13:5
8 Jak'a apnaqawi uñst'ayäwi  

ລາວ​ເວົ້າ​ຕໍ່​ອຳໂນນ​ວ່າ, “ເຈົ້າ​ເປັນ​ລູກຊາຍ​ຂອງ​ກະສັດ​ແທ້ໆ, ແຕ່​ຂ້ອຍ​ເຫັນ​ເຈົ້າ​ມີ​ຄວາມທຸກ​ຢູ່​ທຸກວັນ​ທຸກຄືນ; ເຈົ້າ​ມີ​ເລື່ອງ​ຫຍັງ​ກັນ​ແທ້?” ອຳໂນນ​ຕອບ​ລາວ​ວ່າ, “ຂ້ອຍ​ຮັກ​ນາງ​ຕາມາ​ນ້ອງ​ຕ່າງ​ແມ່ ນ້ອງສາວ​ອັບຊາໂລມ.”


ດັ່ງນັ້ນ ອຳໂນນ​ຈຶ່ງ​ທຳທ່າ​ໄຂ້​ແລະ​ເຂົ້າ​ໄປ​ນອນ. ເມື່ອ​ກະສັດ​ດາວິດ​ເຂົ້າ​ໄປ​ເບິ່ງ​ອຳໂນນ ລາວ​ຈຶ່ງ​ເວົ້າ​ກັບ​ເພິ່ນ​ວ່າ, “ກະລຸນາ​ໃຫ້​ຕາມາ ມາ​ເຮັດ​ເຂົ້າໜົມ​ຈັກ​ເລັກນ້ອຍ​ທີ່​ນີ້​ໃຫ້​ຂ້ານ້ອຍ​ເຫັນ​ແດ່ ແລະ​ໃຫ້​ນາງ​ເອງ​ເປັນ​ຜູ້​ປ້ອນ​ເຂົ້າໜົມ​ນັ້ນ​ໃຫ້​ຂ້ານ້ອຍ​ກິນ.”


ອາຮີໂຕເຟນ​ຕອບ​ວ່າ, “ໃຫ້​ທ່ານ​ໄປ​ສົມສູ່​ກັບ​ພວກເມຍນ້ອຍ​ຂອງ​ພໍ່​ຂອງທ່ານ​ທີ່​ເພິ່ນ​ໄດ້​ປະ​ໄວ້​ໃຫ້​ເຝົ້າ​ຣາຊວັງ; ແລ້ວ​ທຸກໆ​ຄົນ​ໃນ​ຊາດ​ອິດສະຣາເອນ​ກໍ​ຈະ​ໄດ້​ຮູ້​ວ່າ ທ່ານ​ກັບ​ພໍ່​ຂອງທ່ານ​ເປັນ​ສັດຕູ​ກັນ ແລະ​ພວກ​ທີ່​ຕິດຕາມ​ທ່ານ​ກໍ​ຈະ​ມີ​ກຳລັງ​ໃຈ​ຫລາຍ​ຂຶ້ນ.”


ຄົນ​ທີ່​ເຊົາ​ຮຽນຮູ້​ກໍ​ຈະ​ລະເລີຍ​ຕໍ່​ສິ່ງ​ທີ່​ຕົນ​ໄດ້​ຮຽນຮູ້​ມາ.


ບັດນີ້ ຈົ່ງ​ໃຫ້​ພວກທ່ານ​ພ້ອມກັບ​ກອງ​ປະຊຸມ​ຂອງ​ສະພາ​ສູງສຸດ ໄປ​ຂໍ​ອະນຸຍາດ​ນາຍພັນ​ໃຫ້​ນຳ​ໂປໂລ​ມາ ໂດຍ​ອ້າງ​ເຫດຜົນ​ກັບ​ເພິ່ນ​ວ່າ, ພວກທ່ານ​ຕ້ອງການ​ຮູ້​ເລື່ອງ​ຜູ້​ກ່ຽວ​ໃຫ້​ຄັກແນ່​ຕື່ມ​ອີກ, ສ່ວນ​ພວກເຮົາ​ນັ້ນ​ກໍ​ພ້ອມແລ້ວ​ທີ່​ຈະ​ຂ້າ​ລາວ ກ່ອນ​ລາວ​ມາ​ເຖິງ​ທີ່​ນີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka