2 ຊາມູເອນ 13:4 - ພຣະຄຳພີສັກສິ4 ລາວເວົ້າຕໍ່ອຳໂນນວ່າ, “ເຈົ້າເປັນລູກຊາຍຂອງກະສັດແທ້ໆ, ແຕ່ຂ້ອຍເຫັນເຈົ້າມີຄວາມທຸກຢູ່ທຸກວັນທຸກຄືນ; ເຈົ້າມີເລື່ອງຫຍັງກັນແທ້?” ອຳໂນນຕອບລາວວ່າ, “ຂ້ອຍຮັກນາງຕາມານ້ອງຕ່າງແມ່ ນ້ອງສາວອັບຊາໂລມ.” Uka jalj uñjjattʼäta |
ໂຢນາດາບກ່າວຕໍ່ລາວວ່າ, “ໃຫ້ເຈົ້າທຳທ່າໄຂ້ແລະເຂົ້າໄປນອນ. ເມື່ອພໍ່ຂອງເຈົ້າມາເບິ່ງໃຫ້ເຈົ້າບອກເພິ່ນວ່າ, ‘ກະລຸນາຂໍໃຫ້ຕາມານ້ອງສາວຂອງຂ້ານ້ອຍ ມາປ້ອນເຂົ້າຂ້ານ້ອຍແດ່. ຂ້ານ້ອຍຢາກໃຫ້ນາງມາທີ່ນີ້ ເພື່ອຈັດແຈ່ງອາຫານໃຫ້ຂ້ານ້ອຍໄດ້ເຫັນ ແລະໃຫ້ນາງເອງເປັນຜູ້ປ້ອນອາຫານໃຫ້ຂ້ານ້ອຍກິນ.”’
ປະຊາຊົນຂອງເຮົາເອີຍ ພວກເຈົ້າບໍ່ອັບອາຍເພາະສິ່ງອັນໜ້າລັງກຽດນີ້ບໍ? ບໍ່ ພວກເຈົ້າບໍ່ອັບອາຍຂາຍໜ້າຫຍັງດອກ; ສີໜ້າຂອງພວກເຈົ້າຊື່ໆ ແລະບໍ່ແດງເລີຍ ສະນັ້ນ ພວກເຈົ້າຈຶ່ງຈະລົ້ມລົງດັ່ງພວກອື່ນທີ່ລົ້ມລົງແລ້ວ; ເມື່ອເຮົາລົງໂທດພວກເຈົ້າ ກໍແມ່ນຈຸດຈົບສຳລັບພວກເຈົ້າເທົ່ານັ້ນແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.