Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 13:26 - ພຣະຄຳພີສັກສິ

26 ອັບຊາໂລມ​ຈຶ່ງ​ຂໍຮ້ອງ​ວ່າ, “ຖ້າດັ່ງນັ້ນ ພໍ່​ຈະ​ອະນຸຍາດ​ໃຫ້​ອຳໂນນ ນ້ອງຊາຍ​ຂອງ​ຂ້ານ້ອຍ​ໄປ​ໄດ້​ບໍ່?” ກະສັດ​ຖາມ​ວ່າ, “ເປັນຫຍັງ​ລາວ​ຈຶ່ງ​ຈະ​ຕ້ອງ​ໄປ?”

Uka jalj uñjjattʼäta Copia luraña




2 ຊາມູເອນ 13:26
8 Jak'a apnaqawi uñst'ayäwi  

ກະສັດ​ຕອບ​ອັບຊາໂລມ​ວ່າ, “ລູກເອີຍ ບໍ່ໄດ້ດອກ ຖ້າ​ພວກເຮົາ​ໄປ​ໝົດ​ທຸກຄົນ ກໍ​ຈະ​ເປັນ​ການ​ລຳບາກ​ແກ່​ລູກ.” ຝ່າຍ​ອັບຊາໂລມ​ກໍ​ໜ່ວງໜ່ຽວ​ຢາກ​ໃຫ້​ພໍ່​ຂອງຕົນ​ໄປ ແຕ່​ກະສັດ​ບໍ່​ຍອມ​ໄປ​ແລະ​ເພິ່ນ​ກໍໄດ້​ອວຍພອນ​ລາວ.


ແຕ່​ອັບຊາໂລມ​ຍັງ​ສືບຕໍ່​ຊູຊີ​ຂໍຮ້ອງ​ຢູ່​ຢ່າງ​ນັ້ນ ຈົນ​ກະສັດ​ດາວິດ​ຍອມ​ໃຫ້​ອຳໂນນ ແລະ​ພວກ​ລູກຊາຍ​ຄົນອື່ນໆ​ໄປ​ກັບ​ອັບຊາໂລມ. ອັບຊາໂລມ​ໄດ້​ຈັດ​ງານລ້ຽງ​ອັນ​ໃຫຍ່ໂຕ​ຂຶ້ນ​ຢ່າງ​ງານລ້ຽງ​ຂອງ​ກະສັດ


ໂຢອາບ​ເວົ້າ​ກັບ​ອາມາສາ​ວ່າ, “ສະຫາຍ​ເອີຍ ສະບາຍດີ​ບໍ່?” ລາວ​ເອົາ​ມື​ເບື້ອງຂວາ​ຈັບ​ໜວດ​ຂອງ​ອາມາສາ ເໝືອນ​ກັບ​ວ່າ​ຈະ​ຈູບ​ລາວ


ເມື່ອ​ອັບເນ​ມາ​ເຖິງ​ເມືອງ​ເຮັບໂຣນ ໂຢອາບ​ຈຶ່ງ​ພາ​ລາວ​ຫລີກ​ໄປ​ທາງ​ປະຕູ​ເມືອງ​ໂດຍ​ທຳທ່າ​ວ່າ​ຢາກ​ເວົ້າ​ກັບ​ລາວ​ເປັນ​ທາງ​ສ່ວນຕົວ. ໃນ​ທີ່ນັ້ນ ໂຢອາບ​ໄດ້​ໃຊ້​ມີດ​ແທງ​ທີ່​ທ້ອງ​ຂອງ​ລາວ. ອັບເນ​ຖືກ​ລອບ​ສັງຫານ​ເຊັ່ນນີ້ ເພາະ​ລາວ​ໄດ້​ຂ້າ​ອາສາເຮນ​ນ້ອງຊາຍ​ໂຢອາບ.


ຄຳເວົ້າ​ລາວ​ນັ້ນ​ນໍ້ານົມ​ຂຸ້ນ​ກໍ​ບໍ່​ນີ້ມ​ປານ ແຕ່​ຈິດໃຈ​ລາວ​ພັດ​ມີ​ແຕ່​ຄວາມ​ຂົມຂື່ນ. ຄຳເວົ້າ​ລາວ​ນັ້ນ​ລ່ຽນໄຫລ​ເໝືອນ​ນໍ້າມັນ​ພືດ ແຕ່​ມັນ​ພັດ​ເປັນ​ດັ່ງ​ມີດ​ຄົມໆ​ໃຊ້​ປາດ​ຊີ້ນ.


ຄົນ​ໜ້າຊື່​ໃຈຄົດ ແຝງ​ຄວາມ​ກຽດຊັງ​ໄວ້​ໃນ​ຄຳເວົ້າ​ອັນ​ປະຈົບ​ປະແຈງ.


ເພາະ​ເຫດ​ນີ້​ແຫຼະ ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ຫລອມ​ປະຊາຊົນ​ຂອງເຮົາ ດັ່ງ​ທີ່​ເຮົາ​ຫລອມ​ໂລຫະ ແລະ​ໃຫ້​ພວກເຂົາ​ປະເຊີນ​ກັບ​ການ​ທົດລອງ ມີ​ຫຍັງ​ແດ່​ທີ່​ຊ່ວຍເຫລືອ ເມື່ອ​ພວກເຂົາ​ມັກ​ເຮັດ​ຊົ່ວ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka