Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 13:25 - ພຣະຄຳພີສັກສິ

25 ກະສັດ​ຕອບ​ອັບຊາໂລມ​ວ່າ, “ລູກເອີຍ ບໍ່ໄດ້ດອກ ຖ້າ​ພວກເຮົາ​ໄປ​ໝົດ​ທຸກຄົນ ກໍ​ຈະ​ເປັນ​ການ​ລຳບາກ​ແກ່​ລູກ.” ຝ່າຍ​ອັບຊາໂລມ​ກໍ​ໜ່ວງໜ່ຽວ​ຢາກ​ໃຫ້​ພໍ່​ຂອງຕົນ​ໄປ ແຕ່​ກະສັດ​ບໍ່​ຍອມ​ໄປ​ແລະ​ເພິ່ນ​ກໍໄດ້​ອວຍພອນ​ລາວ.

Uka jalj uñjjattʼäta Copia luraña




2 ຊາມູເອນ 13:25
9 Jak'a apnaqawi uñst'ayäwi  

ອັບຊາໂລມ​ໄດ້​ໄປ​ຫາ​ກະສັດ​ດາວິດ ແລະ​ເວົ້າ​ວ່າ, “ຂ້ານ້ອຍ​ຈະ​ຈັດ​ໃຫ້​ມີ​ການ​ຕັດ​ຂົນແກະ​ຂຶ້ນ; ຂໍ​ເຊີນ​ໃຫ້​ພໍ່​ແລະ​ພວກ​ຂ້າຣາຊການ​ຂອງ​ພໍ່ ມາ​ຮ່ວມ​ໃນ​ງານ​ຄັ້ງ​ນີ້​ໄດ້​ບໍ່?”


ອັບຊາໂລມ​ຈຶ່ງ​ຂໍຮ້ອງ​ວ່າ, “ຖ້າດັ່ງນັ້ນ ພໍ່​ຈະ​ອະນຸຍາດ​ໃຫ້​ອຳໂນນ ນ້ອງຊາຍ​ຂອງ​ຂ້ານ້ອຍ​ໄປ​ໄດ້​ບໍ່?” ກະສັດ​ຖາມ​ວ່າ, “ເປັນຫຍັງ​ລາວ​ຈຶ່ງ​ຈະ​ຕ້ອງ​ໄປ?”


ໂຢອາບ​ຂາບລົງ​ຕໍ່ໜ້າ​ກະສັດ​ດາວິດ​ດ້ວຍ​ຄວາມນັບຖື ທັງກ່າວ​ວ່າ, “ຂ້າແດ່​ພະຣາຊາ ຂໍ​ໃຫ້​ພຣະເຈົ້າ​ອວຍພອນ​ທ່ານ​ເຖີດ. ບັດນີ້ ຂ້ານ້ອຍ​ຮູ້​ແລ້ວ​ວ່າ​ທ່ານ​ພໍໃຈ​ໃນ​ຕົວ​ຂ້ານ້ອຍ ເພາະ​ທ່ານ​ໄດ້​ຕອບ​ຄຳ​ຮ້ອງ​ຂໍ​ຂອງ​ຂ້ານ້ອຍ.”


ສະນັ້ນ ນາຍ​ຈຶ່ງ​ບອກ​ວ່າ, ‘ຈົ່ງ​ອອກ​ໄປ​ຕາມ​ທາງ​ໃຫຍ່​ແລະ​ນ້ອຍ​ທີ່​ນອກ​ເມືອງ ເພື່ອ​ນຳ​ຕົວ​ພວກເຂົາ​ໃຫ້​ເຂົ້າ​ມາ ເພື່ອ​ໃຫ້​ເຕັມ​ເຮືອນ​ຂອງເຮົາ.’


ແຕ່​ພວກເພິ່ນ​ທັງສອງ​ໄດ້​ຊັກຊວນ​ໃຫ້​ພຣະອົງ​ຢູ່ ໂດຍ​ເວົ້າ​ວ່າ, “ເຊີນ​ພັກ​ຄ້າງຄືນ​ຢູ່​ກັບ​ພວກເຮົາ​ສາ ເພາະ​ໃກ້​ຈະ​ຄໍ່າ​ມືດ​ແລ້ວ.” ດັ່ງນັ້ນ ພຣະອົງ​ຈຶ່ງ​ເຂົ້າ​ໄປ​ພັກ​ຢູ່​ກັບ​ພວກເພິ່ນ.


ເມື່ອ​ນາງ​ພ້ອມ​ກັບ​ໄທ​ເຮືອນ​ຂອງຕົນ ໄດ້​ຮັບ​ບັບຕິສະມາ​ແລ້ວ ກໍໄດ້​ເຊີນ​ພວກເຮົາ​ວ່າ, “ຖ້າ​ພວກທ່ານ​ເຫັນ​ວ່າ ຂ້ານ້ອຍ​ເປັນ​ຜູ້​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ເຊີນ​ເຂົ້າ​ມາ​ພັກ​ອາໄສ​ໃນ​ເຮືອນ​ຂອງ​ຂ້ານ້ອຍ.” ແລະ​ນາງ​ໄດ້​ວອນຂໍ​ຈົນ​ພວກເຮົາ​ຂັດ​ບໍ່ໄດ້.


ເວລາ​ຕໍ່ມາ ໂບອາດ​ເອງ​ໄດ້​ມາ​ຈາກ​ເມືອງ​ເບັດເລເຮັມ ເພື່ອ​ຖາມ​ຄວາມສຸກ​ທຸກ​ຂອງ​ຄົນງານ. ເພິ່ນ​ເວົ້າ​ວ່າ, “ຂໍ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຈົ້າ​ເທີ້ນ.” ພວກເຂົາ​ຕອບ​ວ່າ, “ຂໍ​ພຣະເຈົ້າຢາເວ​ອວຍພອນ​ທ່ານ​ເຖີດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka