Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 13:22 - ພຣະຄຳພີສັກສິ

22 ສ່ວນ​ອັບຊາໂລມ​ກໍ​ກຽດຊັງ​ອຳໂນນ​ຫລາຍ​ທີ່ສຸດ ຈົນ​ລາວ​ບໍ່​ຍອມ​ເວົ້າຈາ​ກັບ​ອຳໂນນ​ອີກ​ຕໍ່ໄປ ຍ້ອນ​ລາວ​ໄດ້​ຂົ່ມຂືນ​ຕາມາ ນ້ອງສາວ​ຂອງຕົນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 13:22
19 Jak'a apnaqawi uñst'ayäwi  

ເບທູເອນ​ແລະ​ລາບານ​ຈຶ່ງ​ຕອບ​ວ່າ “ເມື່ອ​ເລື່ອງ​ນີ້​ເປັນ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ​ແລ້ວ ບໍ່ແມ່ນ​ພວກເຮົາ​ທີ່​ຈະ​ຕັດສິນໃຈ​ແນວໃດ​ແນວໜຶ່ງ​ໄດ້.


ໃນ​ຄືນ​ນັ້ນ ພຣະເຈົ້າ​ໄດ້​ປາກົດ​ໃນ​ຄວາມຝັນ​ຂອງ​ລາບານ​ຊາວ​ອາຣາມ ແລະ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ລະວັງ ເຈົ້າ​ຢ່າ​ຂູ່ເຂັນ​ຢາໂຄບ​ແຕ່​ຢ່າງ​ໃດ​ເລີຍ.”


ຂ້ອຍ​ມີ​ສິດ​ທີ່​ຈະ​ທຳຮ້າຍ​ເຈົ້າ, ແຕ່​ຄືນ​ນີ້​ພຣະເຈົ້າ​ຂອງ​ພໍ່​ເຈົ້າ​ໄດ້​ບອກ​ຂ້ອຍ ບໍ່​ໃຫ້​ຂູ່ເຂັນ​ເຈົ້າ​ແຕ່​ປະການ​ໃດ.


ເມື່ອ​ກະສັດ​ໄດ້ຍິນ​ເຖິງ​ເລື່ອງ​ນີ້ ເພິ່ນ​ຈຶ່ງ​ໂກດຮ້າຍ​ທີ່ສຸດ.


ຜູ້​ທີ່​ອຳ​ຄວາມ​ກຽດຊັງ​ໄວ້ ກໍ​ເປັນ​ຄົນ​ຂີ້ຕົວະ ຜູ້​ທີ່​ຫາ​ເວົ້າຂວັນ​ຄົນ ກໍ​ເປັນ​ຄົນໂງ່ຈ້າ.


ຖ້າ​ເຈົ້າ​ກັບ​ເພື່ອນບ້ານ​ຄິດ​ເຫັນ​ແຕກຕ່າງ​ກັນ ຈົ່ງ​ຕົກລົງ​ກັນ​ເອງ ແລະ​ຢ່າ​ເປີດເຜີຍ​ໃຫ້​ໃຜ​ຮູ້.


ຄົນ​ໜ້າຊື່​ໃຈຄົດ ແຝງ​ຄວາມ​ກຽດຊັງ​ໄວ້​ໃນ​ຄຳເວົ້າ​ອັນ​ປະຈົບ​ປະແຈງ.


ລາວ​ອາດ​ປິດບັງ​ຄວາມ​ກຽດຊັງ​ໄວ້, ແຕ່​ທຸກຄົນ​ຈະ​ໄດ້​ເຫັນ​ຄວາມຊົ່ວ​ທີ່​ລາວ​ກະທຳ.


ຈົ່ງ​ລະງັບ​ຄວາມ​ໂມໂຫ​ຂອງເຈົ້າ​ໄວ້ ເພາະ​ຄົນໂງ່ຈ້າ​ນັ້ນ​ມີ​ຄວາມ​ໂກດແຄ້ນ​ຢູ່​ໃນໃຈ.


“ຖ້າ​ພີ່ນ້ອງ​ຂອງ​ເຈົ້າ​ເຮັດ​ບາບ​ຕໍ່ສູ້​ເຈົ້າ ຈົ່ງ​ໄປ​ຕັກເຕືອນ​ລາວ​ໃຫ້​ຮູ້​ຄວາມຜິດ​ດ້ວຍ​ຕົນເອງ​ກັບ​ລາວ​ເທົ່ານັ້ນ ຖ້າ​ລາວ​ຍອມ​ຟັງ​ເຈົ້າ ກໍໄດ້​ພີ່ນ້ອງ​ຄືນ​ມາ.


ຈະ​ຮ້າຍ​ກໍ​ຮ້າຍ​ໄດ້ ແຕ່​ຢ່າ​ໃຫ້​ຄວາມ​ຮ້າຍ​ເປັນ​ເຫດ​ໃຫ້​ເກີດ​ການ​ຜິດບາບ ຢ່າ​ຮ້າຍ​ຢູ່​ຈົນ​ຕາເວັນ​ຕົກ.


ສ່ວນ​ໃຈ​ຂົມຂື່ນ, ໃຈ​ໂມໂຫ​ໂທໂສ, ໃຈ​ຄຽດຮ້າຍ​ນັ້ນ ຢ່າ​ສູ່​ໃຫ້​ຢູ່​ໃກ້​ພວກເຈົ້າ ການ​ອຶກກະທຶກ​ຜິດຖຽງ​ກັນ ແລະ​ການ​ກ່າວ​ສຽດສີ​ກັນ​ກໍ​ຢ່າ​ໃຫ້​ມີ ຈົ່ງ​ຫລີກເວັ້ນ​ຈາກ​ການ​ປອງຮ້າຍ​ທຸກ​ຮູບແບບ.


ແຕ່​ຜູ້​ທີ່​ກຽດຊັງ​ພີ່ນ້ອງ​ຂອງຕົນ ກໍ​ຍັງ​ຢູ່​ໃນ​ຄວາມມືດ ແລະ​ທຽວ​ໄປ​ໃນ​ຄວາມມືດ ແລ້ວ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ຈະ​ໄປ​ໃສ ເພາະ​ຄວາມມືດ​ໄດ້​ເຮັດ​ໃຫ້​ຕາ​ຂອງຕົນ​ບອດ​ເສຍ​ແລ້ວ.


ຜູ້ໃດ​ທີ່​ເວົ້າ​ວ່າ ຕົນ​ຢູ່​ໃນ​ຄວາມ​ສະຫວ່າງ ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມມືດ​ຈົນເຖິງ​ດຽວ​ນີ້.


ດັ່ງນັ້ນ ຈຶ່ງ​ເຫັນ​ໄດ້​ວ່າ​ຜູ້ໃດ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ​ຜູ້ໃດ​ເປັນ​ລູກ​ຂອງ​ມານຮ້າຍ ຄື​ຜູ້ໃດ​ທີ່​ບໍ່​ເຮັດ​ຕາມ​ຄວາມ​ທ່ຽງທຳ ຫລື​ບໍ່​ຮັກ​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ບໍ່ແມ່ນ​ລູກ​ຂອງ​ພຣະເຈົ້າ.


ຢ່າ​ໃຫ້​ເປັນ​ເໝືອນ​ກາອິນ ຜູ້​ມາ​ຈາກ​ມານຊົ່ວຮ້າຍ ແລະ​ໄດ້​ຂ້າ​ນ້ອງຊາຍ​ຂອງຕົນ​ເສຍ. ດ້ວຍເຫດໃດ​ລາວ​ຈຶ່ງ​ຂ້າ​ນ້ອງ ກໍ​ເພາະ​ການ​ເຮັດ​ຂອງຕົນ​ຊົ່ວ ແລະ​ການ​ເຮັດ​ຂອງ​ນ້ອງ​ນັ້ນ​ຊອບທຳ.


ທຸກຄົນ​ທີ່​ກຽດຊັງ​ພີ່ນ້ອງ​ຂອງຕົນ ກໍ​ເປັນ​ຜູ້​ຂ້າຄົນ ພວກເຈົ້າ​ຮູ້​ແລ້ວ​ວ່າ ຜູ້​ຂ້າຄົນ​ບໍ່ມີ​ຊີວິດ​ນິຣັນດອນ​ຕັ້ງ​ຢູ່​ໃນ​ເຂົາ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka