Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 13:18 - ພຣະຄຳພີສັກສິ

18 ຄົນ​ຮັບໃຊ້​ຈຶ່ງ​ຍູ້​ນາງ​ອອກ​ໄປ​ແລະ​ອັດ​ປະຕູ​ໃສ່​ໄລ​ໄວ້. ນາງ​ຕາມາ​ນຸ່ງ​ເສື້ອຄຸມ​ແຂນ​ຍາວ ຊຶ່ງ​ເປັນ​ເສື້ອ​ສຳລັບ​ພວກ​ລູກສາວ​ຂອງ​ກະສັດ ຜູ້​ທີ່​ບໍ່​ທັນ​ແຕ່ງງານ​ນຸ່ງ​ກັນ​ໃນ​ສະໄໝ​ນັ້ນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 13:18
7 Jak'a apnaqawi uñst'ayäwi  

ພໍ​ໂຢເຊັບ​ມາ​ຮອດ​ບ່ອນ​ພວກເຂົາ​ຢູ່ ພວກເຂົາ​ກໍ​ກຸມ​ແກ້​ເສື້ອລ່າມ ທີ່​ລາວ​ນຸ່ງ​ນັ້ນ​ອອກ.


ຢາໂຄບ​ຮັກ​ໂຢເຊັບ​ຫລາຍກວ່າ​ລູກຊາຍ​ຄົນອື່ນໆ ເພາະ​ເພິ່ນ​ໄດ້​ລາວ​ເມື່ອ​ເພິ່ນ​ແກ່ຕົວ​ແລ້ວ. ເພິ່ນ​ໄດ້​ຕັດ​ເສື້ອລ່າມ ມີ​ແຂນ​ຜືນ​ໜຶ່ງ​ໃຫ້​ລາວ.


ແລ້ວ​ພວກເຂົາ​ກໍ​ພາກັນ​ຖື​ເສື້ອ​ນັ້ນ​ໄປ​ຫາ​ພໍ່ ແລະ​ເວົ້າ​ວ່າ, “ພວກ​ລູກ​ໄດ້​ພົບ​ເສື້ອ​ຜືນ​ນີ້. ເບິ່ງດູ, ມັນ​ແມ່ນ​ເສື້ອ​ລູກຊາຍ​ຂອງ​ພໍ່​ຫລື​ບໍ່?”


ລາວ​ເອີ້ນ​ເອົາ​ຄົນ​ຮັບໃຊ້​ປະຈຳຕົວ​ມາ ແລະ​ບອກ​ວ່າ, “ຈົ່ງ​ເອົາ​ຍິງ​ຄົນ​ນີ້​ອອກ​ໄປ​ໃຫ້​ພົ້ນ​ສາຍ​ຕາ​ຂ້ອຍ​ດຽວ​ນີ້ ຍູ້​ນາງ​ອອກ​ໄປ​ແລະ​ອັດ​ປະຕູ​ໃສ່​ໄລ​ໄວ້.”


ແລ້ວ​ເອຮຸດ​ກໍ​ອອກ​ມາ​ຂ້າງ​ນອກ, ອັດ​ປະຕູ​ໃສ່​ໄລ​ໄວ້.


ວ່າ, ‘ພວກເຂົາ​ພວມ​ຮິບໂຮມ​ເອົາ​ເຄື່ອງ​ມາ​ແບ່ງປັນ​ກັນ ມີ​ຜູ້​ສາວ​ໜຶ່ງ​ຫລື​ສອງ​ຄົນ​ຕໍ່​ທະຫານ​ຜູ້ໜຶ່ງ ມີ​ເສື້ອຜ້າ​ລາຄາ​ແພງໆ​ອີກ​ເພື່ອ​ໃຫ້​ສີເສຣາ ທັງ​ຜ້າ​ຫຍິບແສ່ວ​ງາມໆ​ຄ້ອງຄໍ​ຣາຊີນີ​ດ້ວຍ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka