Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 13:14 - ພຣະຄຳພີສັກສິ

14 ແຕ່​ລາວ​ບໍ່​ຍອມ​ຟັງ​ນາງ ແລະ​ຍ້ອນ​ເພິ່ນ​ມີ​ກຳລັງ​ຫລາຍກວ່າ ຈຶ່ງ​ຂົ່ມຂືນ​ແລະ​ຮ່ວມ​ນອນ​ກັບ​ນາງ.

Uka jalj uñjjattʼäta Copia luraña




2 ຊາມູເອນ 13:14
8 Jak'a apnaqawi uñst'ayäwi  

ເມື່ອ​ຊີເຄມ ລູກຊາຍ​ຂອງ​ຮາໂມ​ຊາວ​ຮີວີ ທີ່​ເປັນ​ຜູ້ປົກຄອງ​ໃນ​ຂົງ​ເຂດ​ນີ້ ເຫັນ​ດີນາ; ລາວ​ຈຶ່ງ​ຈັບ​ເອົາ​ນາງ​ໄປ​ຂົ່ມຂືນ.


ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ໃຫ້​ຜູ້ໜຶ່ງ​ໃນ​ຄອບຄົວ​ຂອງ​ເຈົ້າເອງ ນຳ​ເອົາ​ຄວາມ​ເດືອດຮ້ອນ​ມາ​ສູ່​ເຈົ້າ. ເຈົ້າ​ຈະ​ໄດ້​ເຫັນ​ເຫດການ​ນີ້ ເມື່ອ​ເຮົາ​ເອົາ​ເມຍ​ທັງຫລາຍ​ຂອງ​ເຈົ້າ​ໃຫ້​ແກ່​ຊາຍ​ອື່ນ ແລະ​ຊາຍ​ຄົນ​ນັ້ນ​ກໍ​ຈະ​ສົມສູ່​ກັບ​ພວກ​ນາງ​ຢ່າງ​ເປີດເຜີຍ.


ແລ້ວ​ອຳໂນນ​ກໍ​ເກີດ​ເບື່ອໜ່າຍ ແລະ​ກຽດຊັງ​ນາງ​ທີ່ສຸດ; ລາວ​ກຽດຊັງ​ນາງ​ຫລາຍກວ່າ​ຕອນ​ທີ່​ຫລົງ​ຮັກ​ນາງ​ມາ​ກ່ອນ​ນັ້ນ. ອຳໂນນ​ສັ່ງ​ນາງ​ວ່າ, “ຈົ່ງ​ອອກ​ໄປ​ຈາກ​ນີ້.”


ລາວ​ກຳລັງ​ກົ້ມ​ຕົວ​ລົງ​ໃສ່​ຕັ່ງນວມ​ຍາວ ບ່ອນ​ທີ່​ຣາຊີນີ​ເອສະເທີ​ນັ່ງ​ຢູ່​ນັ້ນ​ເພື່ອ​ຂໍ​ຄວາມ​ເມດຕາ ພໍດີ​ຖືກ​ກັບ​ເວລາ​ທີ່​ກະສັດ​ກັບຄືນ​ມາ​ຈາກ​ສວນ ແລະ​ເຂົ້າ​ໄປ​ໃນ​ຫ້ອງ. ເມື່ອ​ເຫັນ​ດັ່ງນີ້​ແລ້ວ ກະສັດ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ນີ້​ກຳລັງ​ຈະ​ຂົ່ມຂືນ​ຣາຊີນີ​ຕໍ່ໜ້າ​ເຮົາ​ຢູ່​ທີ່​ວັງ​ຂອງເຮົາ​ບໍ?” ກະສັດ​ເວົ້າ​ຍັງ​ບໍ່​ທັນ​ຂາດຄຳ ບັນດາ​ຊາຍ​ຕອນ​ກໍ​ເອົາ​ຜ້າ​ຄຸມ​ຫົວ​ຮາມານ​ໄວ້.


ຢ່າ​ສົມສູ່​ກັບ​ເອື້ອຍ ຫລື​ນ້ອງສາວ​ຂອງ​ພວກເຈົ້າ ເພາະ​ນາງ​ກໍໄດ້​ໃຫຍ່​ຂຶ້ນ​ຮ່ວມ​ເຮືອນ​ດຽວກັນ​ກັບ​ພວກເຈົ້າ.


‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ສົມສູ່​ກັບ​ເອື້ອຍ​ນ້ອງ​ຄີງໆ​ຂອງຕົນ ຫລື​ເອື້ອຍ​ນ້ອງ​ຕ່າງ​ພໍ່​ແມ່.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


ພວກ​ຜູ້ຊາຍ​ຊາວ​ເມືອງ​ກີເບອາ​ໄດ້​ມາ​ອ້ອມ​ເຮືອນ​ໃນ​ຕອນ​ກາງຄືນ ເພື່ອ​ຈະ​ຈັບ​ເອົາ​ຂ້ອຍ​ໄປ. ພວກເຂົາ​ຕັ້ງໃຈ​ຈະ​ຂ້າ​ຂ້ອຍ ແຕ່​ພວກເຂົາ​ຊໍ້າ​ຂົ່ມຂືນ​ເມຍນ້ອຍ​ຂອງຂ້ອຍ​ຈົນຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka