Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 13:12 - ພຣະຄຳພີສັກສິ

12 ນາງ​ຕອບ​ວ່າ, “ບໍ່ໄດ້​ດອກ​ອ້າຍ​ເອີຍ ຢ່າ​ບັງຄັບ​ນ້ອງ​ເຮັດ​ສິ່ງ​ທີ່​ອັບອາຍ​ຢ່າງ​ນີ້​ເລີຍ ເລື່ອງ​ຢ່າງ​ນີ້​ເຂົາ​ບໍ່​ໄດ້ກະທຳ​ໃນ​ຊາດ​ອິດສະຣາເອນ; ຂໍ​ຢ່າ​ເຮັດ​ສິ່ງ​ຊົ່ວຊ້າ​ຢ່າງ​ນີ້​ເລີຍ

Uka jalj uñjjattʼäta Copia luraña




2 ຊາມູເອນ 13:12
12 Jak'a apnaqawi uñst'ayäwi  

ເມື່ອ​ຊີເຄມ ລູກຊາຍ​ຂອງ​ຮາໂມ​ຊາວ​ຮີວີ ທີ່​ເປັນ​ຜູ້ປົກຄອງ​ໃນ​ຂົງ​ເຂດ​ນີ້ ເຫັນ​ດີນາ; ລາວ​ຈຶ່ງ​ຈັບ​ເອົາ​ນາງ​ໄປ​ຂົ່ມຂືນ.


ແລະ​ເປັນ​ເວລາ​ພໍດີ​ກັບ​ທີ່​ພວກ​ລູກຊາຍ​ຂອງ​ຢາໂຄບ​ພາກັນ​ກັບ​ມາ​ແຕ່​ທົ່ງນາ. ເມື່ອ​ຮູ້​ວ່າ​ນາງ​ດີນາ​ຖືກ​ຂົ່ມຂືນ. ພວກເຂົາ​ຈຶ່ງ​ຄຽດແຄ້ນ ແລະ​ທຸກໃຈ​ຫລາຍ​ທີ່​ຊີເຄມ​ໄດ້​ເຮັດ​ເຊັ່ນນັ້ນ ອັນ​ເປັນ​ການ​ໝິ່ນປະໝາດ​ຄົນ​ອິດສະຣາເອນ ໂດຍ​ໄດ້​ຂົ່ມຂືນ​ລູກສາວ​ຂອງ​ຢາໂຄບ.


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ຊາຍໜຸ່ມ​ຫລາຍ​ຄົນ​ທີ່​ຍັງ​ອ່ອນ​ຕໍ່​ໂລກ​ຍ່າງ​ໄປມາ, ແຕ່​ໃນ​ບັນດາ​ຄົນ​ເຫຼົ່ານັ້ນ ຂ້າພະເຈົ້າ​ໄດ້​ສັງເກດ​ເຫັນ​ຊາຍ​ຄົນ​ໜຶ່ງ​ທີ່​ໂງ່ຈ້າ​ເບົາປັນຍາ​ຜິດ​ທຳມະດາ.


ຊາຕາກຳ​ຂອງ​ພວກເຂົາ​ເປັນ​ເຊັ່ນນີ້ ກໍ​ຍ້ອນ​ພວກເຂົາ​ໄດ້​ເຮັດ​ບາບ​ຢ່າງ​ຮ້າຍແຮງ ຄື​ພວກເຂົາ​ໄດ້​ຫລິ້ນຊູ້​ສູ່ຜົວເມຍ ແລະ​ໄດ້​ເວົ້າຕົວະ​ໃນ​ນາມ​ຂອງ​ເຮົາ ທີ່​ເຮົາ​ບໍ່ໄດ້​ສັ່ງ​ໄວ້​ແກ່​ພວກເຂົາ. ເຮົາ​ຮູ້ເຫັນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ເຮົາ​ກໍ​ເປັນ​ພະຍານ​ຕໍ່ສູ້​ໃນເລື່ອງນີ້. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.”


ຢ່າ​ສົມສູ່​ກັບ​ເອື້ອຍ​ຕ່າງ​ພໍ່ ຫລື​ຕ່າງ​ແມ່; ນາງ​ແມ່ນ​ເອື້ອຍ​ຂອງ​ພວກເຈົ້າ​ຄືກັນ.


ຢ່າ​ສົມສູ່​ກັບ​ເອື້ອຍ ຫລື​ນ້ອງສາວ​ຂອງ​ພວກເຈົ້າ ເພາະ​ນາງ​ກໍໄດ້​ໃຫຍ່​ຂຶ້ນ​ຮ່ວມ​ເຮືອນ​ດຽວກັນ​ກັບ​ພວກເຈົ້າ.


ຖ້າ​ຊາຍ​ຜູ້ໜຶ່ງ​ແຕ່ງງານ​ກັບ​ເອື້ອຍ ຫລື​ນ້ອງ​ຂອງ​ຕົນເອງ ຫລື​ເອື້ອຍ​ນ້ອງ​ຕ່າງ​ພໍ່​ຕ່າງ​ແມ່​ກັນ, ພວກເຂົາ​ຈະ​ຕ້ອງ​ຖືກ​ປະຊາຊົນ​ປະຈານ​ຂາຍໜ້າ ແລະ​ຖືກ​ຂັບໄລ່​ໃຫ້​ອອກ​ໄປ​ຈາກ​ຊຸມຊົນ. ລາວ​ໄດ້​ສົມສູ່​ກັບ​ເອື້ອຍ​ຫລື​ນ້ອງ​ຂອງຕົນ; ສະນັ້ນ ລາວ​ຈຶ່ງ​ຕ້ອງ​ຮັບ​ຜົນ​ທີ່​ຕາມ​ມາ.


ກໍ​ໃຫ້​ນຳ​ຍິງ​ນັ້ນ​ອອກ​ໄປ​ທີ່​ປະຕູ​ເຮືອນ​ພໍ່​ຂອງ​ນາງ ແລ້ວ​ໃຫ້​ຊາວ​ເມືອງ​ແກວ່ງ​ກ້ອນຫີນ​ໃສ່​ໃຫ້​ຕາຍ​ໃນ​ທີ່ນັ້ນ. ນາງ​ໄດ້​ເຮັດ​ສິ່ງ​ທີ່​ອັບອາຍ​ຂາຍໜ້າ​ທ່າມກາງ​ຊາວ​ເມືອງ​ຂອງ​ພວກເຮົາ ໂດຍ​ສົມສູ່​ທາງເພດ​ກ່ອນ​ແຕ່ງງານ​ຄາວ​ທີ່​ນາງ​ໄດ້​ອາໄສ​ຢູ່​ນຳ​ພໍ່​ແມ່. ໃນ​ທຳນອງນີ້​ພວກເຈົ້າ​ຈຶ່ງ​ຈະ​ກຳຈັດ​ຄວາມ​ຊົ່ວຮ້າຍ​ນີ້.


ລາວ​ຈະ​ຕ້ອງ​ຈ່າຍ​ເງິນ​ຫ້າສິບ​ຫລຽນ​ໃຫ້​ພໍ່​ຂອງ​ຍິງ​ນັ້ນ ແລ້ວ​ໃຫ້​ລາວ​ຮັບ​ເອົາ​ນາງ​ໄປ​ເປັນ​ເມຍ​ຂອງຕົນ ເພາະ​ລາວ​ໄດ້​ບັງຄັບ​ນາງ​ໃຫ້​ສົມສູ່​ທາງເພດ​ກັບ​ຕົນ. ລາວ​ຈະ​ຢ່າຮ້າງ​ນາງ​ບໍ່ໄດ້​ຕະຫລອດ​ຊີວິດ.


ແຕ່​ຊາຍ​ແກ່​ຄົນນີ້​ໄດ້​ອອກ​ໄປ​ຂ້າງ​ນອກ ແລະ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ພີ່ນ້ອງ​ເອີຍ ຢ່າ​ເຮັດ​ເທາະ ຂ້ອຍ​ຮ້ອງຂໍ​ນຳ. ຢ່າ​ເຮັດ​ໃນ​ສິ່ງ​ທີ່​ຜິດ​ສິນທຳ​ອັນ​ຊົ່ວຊ້າ​ນີ້​ເລີຍ ຊາຍ​ຄົນນີ້​ເປັນ​ແຂກ​ຂອງຂ້ອຍ.


ຂ້ອຍ​ຈຶ່ງ​ເອົາ​ຊາກສົບ​ຂອງ​ນາງ​ຕັດ​ເປັນ​ຕ່ອນ​ແລະ​ສົ່ງ​ໄປ​ໃຫ້​ແຕ່ລະເຜົ່າ ໃນ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ. ຊາວ​ເມືອງ​ນີ້​ໄດ້​ສ້າງ​ຄວາມ​ຊົ່ວຊ້າ ແລະ​ປະພຶດ​ຜິດ​ສິນທຳ​ຢູ່​ໃນ​ທ່າມກາງ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka