1 ອັບຊາໂລມລູກຊາຍຂອງກະສັດດາວິດມີນ້ອງສາວຄົນໜຶ່ງທີ່ງາມຫລາຍ ແລະຍັງບໍ່ທັນໄດ້ແຕ່ງງານເທື່ອຊື່ວ່າ ຕາມາ. ອຳໂນນລູກຊາຍຄົນອື່ນອີກຂອງກະສັດດາວິດຫລົງຮັກກັບນາງ.
ຢາໂຄບຮັກນາງຣາເຊັນ ດັ່ງນັ້ນລາວຈຶ່ງເວົ້າວ່າ, “ຫລານຈະເຮັດວຽກໃຫ້ລູງເຈັດປີ ຖ້າລູງຍອມໃຫ້ຫລານແຕ່ງງານກັບຣາເຊັນ.”
ສະນັ້ນ ຢາໂຄບຈຶ່ງຕ້ອງເຮັດວຽກເຈັດປີເພື່ອຈະໄດ້ນາງຣາເຊັນ ແລະເວລາໄດ້ຜ່ານໄປເໝືອນສອງສາມມື້ ຍ້ອນວ່າລາວຮັກນາງຣາເຊັນ.
ແຕ່ເມື່ອເຫັນນາງງາມດືງດູດໃຈຫລາຍ ລາວຈຶ່ງຫລົງຮັກນາງ ແລະພະຍາຍາມໃຫ້ນາງຮັກຕົນຄືນ.
ລູກຊາຍທັງຫລາຍຂອງພຣະເຈົ້າ ທີ່ເຫັນວ່າຍິງສາວເຫຼົ່ານີ້ງາມຫລາຍ. ສະນັ້ນ ຈຶ່ງພາກັນຫາເລືອກເອົາເປັນເມຍຕາມໃຈມັກ.
ໃນຕອນຂ້ອນບ່າຍວັນໜຶ່ງ ກະສັດດາວິດຕື່ນຂຶ້ນຈາກນອນ ແລະຂຶ້ນໄປເທິງຫລັງຄາພຽງຂອງຣາຊວັງ. ໃນຂະນະທີ່ເພິ່ນຍ່າງໄປມານັ້ນ ເພິ່ນເລີຍຫລຽວເຫັນຍິງຄົນໜຶ່ງກຳລັງອາບນໍ້າ. ນາງເປັນຄົນງາມຫລາຍ.
ແລ້ວອຳໂນນກໍເກີດເບື່ອໜ່າຍ ແລະກຽດຊັງນາງທີ່ສຸດ; ລາວກຽດຊັງນາງຫລາຍກວ່າຕອນທີ່ຫລົງຮັກນາງມາກ່ອນນັ້ນ. ອຳໂນນສັ່ງນາງວ່າ, “ຈົ່ງອອກໄປຈາກນີ້.”
ລາວຮັກນາງຫລາຍທີ່ສຸດຈົນເຈັບໄຂ້ໄດ້ປ່ວຍ ເພາະເບິ່ງເໝືອນວ່າເປັນໄປບໍ່ໄດ້ສຳລັບຕົນທີ່ຈະໄດ້ນາງ; ໃນເມື່ອເປັນຍິງສາວບໍຣິສຸດ ນາງຈຶ່ງຖືກກັກຕົວໄວ້ບໍ່ໃຫ້ພົບຜູ້ຊາຍໃດໆ.
ອັບຊາໂລມມີລູກຊາຍສາມຄົນແລະມີລູກສາວຄົນໜຶ່ງຊື່ວ່າ ຕາມາ. ນາງຕາມາເປັນຍິງສາວທີ່ງາມຫລາຍ.
ກະສັດໂຊໂລໂມນໄດ້ເກີດມີຄວາມຮັກກັບຍິງສາວຊາວຕ່າງຊາດຫລາຍຄົນ. ນອກຈາກລູກສາວຂອງກະສັດເອຢິບແລ້ວເພິ່ນຍັງມີເມຍຄົນຮິດຕີ, ຄົນໂມອາບ, ຄົນອຳໂມນ, ຄົນເອໂດມ ແລະຄົນຊີໂດນ.
ອັບຊາໂລມ ມີແມ່ຊື່ນາງມາອາກາ ລູກສາວຂອງກະສັດຕານໄມແຫ່ງເມືອງເກຊູ ອາໂດນີຢາ ມີແມ່ຊື່ນາງຮັກກິດ
ນອກຈາກລູກທັງໝົດເຫຼົ່ານີ້ແລ້ວ ເພິ່ນຍັງມີລູກຊາຍຫລາຍຄົນທີ່ໄດ້ເກີດຈາກບັນດາເມຍນ້ອຍ. ເພິ່ນໄດ້ມີລູກສາວຜູ້ໜຶ່ງອີກຊື່ວ່າ ຕາມາ.
ສະເໜ່ເປັນສິ່ງທີ່ຫລອກລວງ ແລະຄວາມງາມກໍສູນເສຍໄປໄດ້, ແຕ່ຍິງທີ່ຢຳເກງພຣະເຈົ້າຢາເວ ສົມຄວນໄດ້ຮັບຄຳຊົມເຊີຍ.
ຢ່າໃຫ້ຄວາມງາມຂອງນາງເປັນທີ່ຍົວະເຍົ້າໃຈເຈົ້າໄດ້ ຢ່າໃຫ້ສາຍຕາອັນຫວານແກມລວງຂອງນາງ ເປັນແຮ້ວດັກຈັບເຈົ້າໄດ້.