Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 12:9 - ພຣະຄຳພີສັກສິ

9 ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ? ເປັນຫຍັງ​ຈຶ່ງ​ເຮັດ​ສິ່ງ​ຊົ່ວຊ້າ​ຢ່າງ​ນີ້? ເຈົ້າ​ໄດ້​ໃຫ້​ອູຣິຢາ​ຖືກ​ຂ້າ​ໃນ​ສະໜາມຮົບ; ເຈົ້າ​ປ່ອຍ​ໃຫ້​ຊາວ​ອຳໂມນ​ຂ້າ​ລາວ ແລ້ວ​ເຈົ້າ​ກໍ​ເອົາ​ເມຍ​ຂອງ​ລາວ.

Uka jalj uñjjattʼäta Copia luraña




2 ຊາມູເອນ 12:9
23 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ສົ່ງ​ຄົນ​ໄປ​ນຳ​ເອົາ​ນາງ​ມາ ແລະ​ເຂົາ​ໄດ້​ພາ​ນາງ​ເຂົ້າ​ມາ​ພົບ​ເພິ່ນ ແລະ​ເພິ່ນ​ໄດ້​ສົມສູ່​ກັບ​ນາງ. (ນາງ​ຫາ​ກໍ​ເສັດສິ້ນ​ພິທີ​ຊຳລະ​ຕົວ ຫລັງຈາກ​ເຊົາ​ເປັນ​ປະຈຳເດືອນ.) ແລ້ວ​ນາງ​ກໍ​ກັບ​ເມືອ​ເຮືອນ.


ບັດນີ້ ຍ້ອນ​ວ່າ​ເຈົ້າ​ບໍ່​ເຊື່ອຟັງ​ເຮົາ​ທັງ​ເອົາ​ເມຍ​ຂອງ​ອູຣິຢາ ໃນ​ເຊື້ອສາຍ​ຂອງ​ເຈົ້າ​ທຸກ​ເຊັ່ນຄົນ​ຈະ​ມີ​ບາງຄົນ​ຕາຍ​ດ້ວຍ​ດາບ.


ລາວ​ດ່າ​ເພິ່ນ​ແລະ​ເວົ້າ​ວ່າ, “ໜີໄປ​ໃຫ້​ພົ້ນ ໜີໄປ​ໃຫ້​ພົ້ນ ຜູ້​ຮ້າຍ​ຂ້າ​ຄົນ ອາດຊະຍາກອນ​ຜູ້​ໂຫດຫ້ຽມ


ພຣະເຈົ້າຢາເວ​ໄດ້​ກະທຳ​ຢ່າງ​ນີ້ ເພາະ​ກະສັດ​ດາວິດ​ໄດ້​ເຮັດ​ໃຫ້​ພຣະອົງ​ພໍໃຈ ແລະ​ບໍ່ໄດ້​ຂືນ​ຄຳສັ່ງ​ໃດໆ​ຂອງ​ພຣະອົງ, ນອກຈາກ​ເລື່ອງ​ຂອງ​ອູຣິຢາ​ຊາວ​ຮິດຕີ​ເທົ່ານັ້ນ.


ຈົ່ງ​ບອກ​ລາວ​ວ່າ, ອັນນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວ: ‘ຫລັງຈາກ​ຂ້າ​ຊາຍ​ຜູ້ນີ້​ແລ້ວ ເຈົ້າ​ຍັງ​ຈະ​ຢຶດ​ຊັບສິນ​ຂອງ​ລາວ​ອີກ​ຊັ້ນບໍ?’ ພຣະເຈົ້າຢາເວ​ຍັງ​ກ່າວ​ອີກ​ວ່າ, ‘ຝູງ​ໝາ​ໄດ້​ເລຍ​ເລືອດ​ຂອງ​ນາໂບດ​ຢູ່​ບ່ອນໃດ ຝູງ​ໝາ​ກໍ​ຈະ​ເລຍ​ເລືອດ​ຂອງເຈົ້າ​ຢູ່​ບ່ອນ​ນັ້ນ​ເຊັ່ນດຽວ​ກັນ.”’


ເພິ່ນ​ຍັງ​ເຜົາ​ລູກຊາຍ​ຂອງ​ຕົນ​ເປັນ​ເຄື່ອງ​ບູຊາ​ຢູ່​ໃນ​ຮ່ອມພູ​ຮິນໂນມ. ເພິ່ນ​ໄດ້​ຝຶກ​ເວດມົນ​ຄາຖາ ແລະ​ປຶກສາ​ໝໍ​ມໍ. ເພິ່ນ​ໄດ້​ເຮັດ​ບາບ​ຢ່າງ​ໃຫຍ່ຫລວງ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ໄວ້​ຊີວິດ​ແລະ​ຊ່ວຍ​ໃຫ້​ພົ້ນ​ໄພ ແລະ​ຂ້ານ້ອຍ​ກໍ​ຈະ​ຊື່ນໃຈ​ເຖິງ​ຄວາມ​ຊອບທຳ​ນັ້ນ.


ເພາະ​ພຣະອົງ​ບໍ່ໄດ້​ຍິນດີ​ໃນ​ເຄື່ອງ​ຖວາຍບູຊາ ແລະ​ເຄື່ອງ​ເຜົາບູຊາ​ທັງຫຼາຍ​ທີ່​ຂ້ານ້ອຍ​ຈະ​ຖວາຍ ພຣະອົງ​ກໍ​ບໍ່​ພໍໃຈ​ນຳ​ດ້ວຍ.


ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ​ແຕ່ຜູ້ດຽວ ຄື​ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ຖື​ວ່າ​ເປັນ​ການ​ຊົ່ວຮ້າຍ. ການ​ທີ່​ພຣະອົງ​ຕັດສິນ​ຂ້ານ້ອຍ​ນັ້ນ​ກໍ​ຖືກຕ້ອງ​ແລ້ວ. ພຣະອົງ​ຊົງ​ຍຸດຕິທຳ​ເມື່ອ​ລົງໂທດ​ຂ້ານ້ອຍ​ນັ້ນ.


ພຣະອົງ​ເປີດເຜີຍ​ການບາບ​ຂອງ​ພວກ​ຂ້ານ້ອຍ​ຕໍ່ໜ້າ​ພຣະອົງ ຄື​ການບາບ​ອັນ​ລັບລີ້​ຊຶ່ງ​ພຣະອົງ​ເຫັນ​ໄດ້.


ຜູ້​ທີ່​ສັດຊື່​ກໍ​ຊີ້​ໃຫ້​ເຫັນ​ຄວາມ​ຢຳເກງ​ພຣະເຈົ້າຢາເວ, ແຕ່​ຜູ້​ທີ່​ບໍ່​ສັດຊື່​ກໍ​ດູໝິ່ນ​ປະໝາດ​ພຣະອົງ.


ສະນັ້ນ ບັດນີ້ ເຟືອງ ແລະ​ຫຍ້າແຫ້ງ​ຖືກ​ເຜົາ​ໄໝ້​ໃນ​ໄຟ​ສັນໃດ ຮາກເຫງົ້າ​ຂອງ​ພວກເຈົ້າ​ຈະ​ຂຸ​ແລະ​ດອກ​ຂອງ​ພວກເຈົ້າ​ຈະ​ຫ່ຽວແຫ້ງ ທັງ​ຖືກ​ລົມ​ພັດ​ໜີໄປ​ສັນນັ້ນ; ເພາະ​ພວກເຈົ້າ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຄື​ດູຖູກ​ຢຽບຫຍາມ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ໄດ້​ສັ່ງສອນ​ພວກເຮົາ.


ແຕ່​ແລ້ວ​ຊົນຊາດ​ນັ້ນ​ບໍ່​ເຊື່ອຟັງ​ເຮົາ​ແລະ​ຍັງ​ເຮັດ​ຊົ່ວ​ຕໍ່ໄປ ເຮົາ​ກໍ​ຈະ​ບໍ່​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ຢູດາ​ໄດ້​ເຮັດ​ບາບ​ເພີ່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ປະຕິເສດ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ຖື​ຮັກສາ​ຂໍ້ຄຳສັ່ງ​ຂອງ​ພຣະອົງ. ພວກເຂົາ​ເດີນທາງ​ຜິດ ໂດຍ​ຕິດຕາມ​ພະ​ຈອມປອມ​ທີ່​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ເຄີຍ​ນັບຖື​ມາ​ນັ້ນ.


ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ? ເປັນຫຍັງ​ຈຶ່ງ​ຢຶດເອົາ​ສິ່ງຂອງ​ເຫຼົ່ານີ້ ແລະ​ເຮັດ​ໃນ​ສິ່ງ​ທີ່​ບໍ່ດີ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ?”


ການ​ກະບົດ​ຕໍ່ສູ້​ພຣະອົງ​ເປັນ​ການ​ຊົ່ວຊ້າ​ເທົ່າ​ກັບ​ການ​ໃຊ້​ເວດມົນ​ຄາຖາ ແລະ​ຄວາມ​ອວດດີ​ກໍ​ເປັນ​ບາບ​ເທົ່າ​ກັບ​ການ​ຂາບໄຫວ້​ຮູບເຄົາຣົບ. ຍ້ອນ​ເຈົ້າ​ໄດ້​ປະຖິ້ມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ພຣະອົງ​ຈຶ່ງ​ປະຖິ້ມ​ເຈົ້າ ແລະ​ບໍ່​ໃຫ້​ເຈົ້າ​ເປັນ​ກະສັດ​ອີກ​ຕໍ່ໄປ.”


ຊາມູເອນ​ຕອບ​ວ່າ, “ເຮົາ​ຈະ​ບໍ່​ຄືນ​ເມືອ​ກັບ​ເຈົ້າ ເຈົ້າ​ໄດ້​ປະຖິ້ມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ປະຖິ້ມ​ເຈົ້າ ຈາກ​ການ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka