Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 12:8 - ພຣະຄຳພີສັກສິ

8 ເຮົາ​ໄດ້​ມອບ​ອານາຈັກ​ຂອງ​ໂຊນ​ກັບ​ເມຍ​ທັງຫລາຍ​ຂອງ​ລາວ​ໃຫ້​ເຈົ້າ ເຮົາ​ໄດ້​ມອບ​ຊາວ​ອິດສະຣາເອນ ແລະ​ຊາວ​ຢູດາ​ໃຫ້​ເປັນ​ຂອງ​ເຈົ້າ. ຖ້າ​ສິ່ງ​ເຫຼົ່ານີ້​ຍັງ​ບໍ່​ພຽງພໍ​ສຳລັບ​ເຈົ້າ ເຮົາ​ອາດ​ໃຫ້​ເຈົ້າ​ຫລາຍກວ່າ​ນີ້​ອີກ​ຫລາຍ​ເທົ່າ​ກໍໄດ້.

Uka jalj uñjjattʼäta Copia luraña




2 ຊາມູເອນ 12:8
11 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ໃຫ້​ຜູ້ໜຶ່ງ​ໃນ​ຄອບຄົວ​ຂອງ​ເຈົ້າເອງ ນຳ​ເອົາ​ຄວາມ​ເດືອດຮ້ອນ​ມາ​ສູ່​ເຈົ້າ. ເຈົ້າ​ຈະ​ໄດ້​ເຫັນ​ເຫດການ​ນີ້ ເມື່ອ​ເຮົາ​ເອົາ​ເມຍ​ທັງຫລາຍ​ຂອງ​ເຈົ້າ​ໃຫ້​ແກ່​ຊາຍ​ອື່ນ ແລະ​ຊາຍ​ຄົນ​ນັ້ນ​ກໍ​ຈະ​ສົມສູ່​ກັບ​ພວກ​ນາງ​ຢ່າງ​ເປີດເຜີຍ.


ຊາຍ​ຮັ່ງມີ​ນັ້ນ​ມີ​ງົວ​ແລະ​ແກະ​ຫລາຍ​ໂຕ


ຕໍ່ມາ ຊາວ​ຢູດາ​ກໍ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ ໃຫ້​ເປັນ​ກະສັດ​ຂອງ​ພວກ​ຕົນ. ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ຂ່າວ​ວ່າ, ຊາວ​ເມືອງ​ຢາເບັດ​ກີເລອາດ​ໄດ້​ຝັງ​ຊາກສົບ​ຂອງ​ໂຊນ​ແລ້ວ,


ເພິ່ນ​ໄດ້​ປົກຄອງ​ອານາຈັກ​ຢູດາຍ​ຢູ່​ທີ່​ເມືອງ​ເຮັບໂຣນ​ເປັນ​ເວລາ​ເຈັດ​ປີ​ກັບ​ຫົກ​ເດືອນ ແລະ​ປົກຄອງ​ອານາຈັກ​ອິດສະຣາເອນ ແລະ​ຢູດາຍ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສາມສິບສາມ​ປີ.


ແຕ່​ເຖິງ​ປານນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ບັດນີ້​ພຣະອົງ​ຍັງ​ກະທຳ​ຫລາຍ​ເພີ່ມຕື່ມ​ອີກ ໂດຍ​ໄດ້​ສັນຍາ​ໄວ້​ກ່ຽວກັບ​ເຊື້ອສາຍ​ຂອງ​ຂ້ານ້ອຍ​ໃນ​ພາຍຂ້າງໜ້າ. ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ພຣະອົງ​ໃຫ້​ຜູ້ໜຶ່ງ​ໄດ້​ຮູ້​ເຫັນ​ເລື່ອງ​ນີ້.


ກະສັດ​ດາວິດ​ກ່າວ​ຕໍ່ໄປ​ວ່າ, “ບໍ່​ຕ້ອງ​ຢ້ານ​ດອກ ເພື່ອ​ເຫັນ​ແກ່​ໂຢນາທານ​ພໍ່​ຂອງ​ເຈົ້າ ເຮົາ​ຈະ​ເມດຕາ​ເຈົ້າ. ເຮົາ​ຈະ​ເອົາ​ທີ່ດິນ​ທັງໝົດ​ທີ່​ເປັນ​ຂອງ​ກະສັດ​ໂຊນ ປູ່​ຂອງ​ເຈົ້າ​ນັ້ນ​ມອບ​ໃຫ້​ເຈົ້າ ແລະ​ເຮົາ​ຍິນດີ​ໃຫ້​ເຈົ້າ​ມາ​ຮ່ວມ​ໂຕະ​ຮັບປະທານ​ອາຫານ​ກັບ​ເຮົາ​ສະເໝີ.”


ກະສັດ​ຖາມ​ຄືນ​ວ່າ, “ເປັນຫຍັງ​ແມ່​ຈຶ່ງ​ຂໍຮ້ອງ​ລູກ​ຍົກ​ນາງ​ອາບີຊາກ​ຊາວ​ຊູເນມ​ໃຫ້​ລາວ​ເທົ່ານັ້ນ? ເປັນຫຍັງ​ແມ່​ບໍ່​ຂໍ​ໃຫ້​ລູກ​ຍົກ​ບັນລັງ​ໃຫ້​ລາວ. ເພາະ​ລາວ​ເປັນ​ອ້າຍ​ຂອງ​ລູກ ແລະ​ປະໂຣຫິດ​ອາບີອາທາ​ກັບ​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ກໍ​ຢູ່​ຝ່າຍ​ລາວ”


ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ຕາເວັນ​ແລະ​ເປັນ​ໂລ້ກຳບັງ ຊົງ​ປະທານ​ພຣະຄຸນ​ແລະ​ສະຫງ່າຣາສີ. ດ້ວຍ​ຄວາມ​ເມດຕາ​ແລະ​ກຽດສັກສີ ພຣະເຈົ້າຢາເວ​ໃຫ້​ຂອງ​ດີ ແກ່​ຜູ້​ທີ່​ເດີນ​ຕາມ​ທາງ​ອັນ​ຊອບທຳ​ຢ່າງ​ບໍ່​ອັ້ນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ແຕ່​ພຣະອົງ​ເປັນ​ພຣະເຈົ້າ​ຊົງ​ພຣະເມດຕາ ແລະ​ຊົງພຣະຄຸນ ບໍ່​ຮ້າຍ​ງ່າຍ ແລະ​ມີ​ຄວາມຮັກ​ອັນໝັ້ນຄົງ ແລະ​ສັດຊື່​ຢູ່​ສະເໝີ.


ພຣະອົງ​ຜູ້​ບໍ່ໄດ້​ຊົງ​ຫວງ​ພຣະບຸດ​ຂອງ​ພຣະອົງ​ເອງ ແຕ່​ໄດ້​ຊົງ​ປະທານ​ພຣະບຸດ​ນັ້ນ ໄວ້​ເພື່ອ​ປະໂຫຍດ​ແກ່​ເຮົາ​ທັງຫລາຍ ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ປະທານ​ສິ່ງສາລະພັດ​ໃຫ້​ພວກເຮົາ​ດ້ວຍ​ກັນ​ກັບ​ພຣະບຸດ​ນັ້ນ​ຫລື?


ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ? ເປັນຫຍັງ​ຈຶ່ງ​ຢຶດເອົາ​ສິ່ງຂອງ​ເຫຼົ່ານີ້ ແລະ​ເຮັດ​ໃນ​ສິ່ງ​ທີ່​ບໍ່ດີ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka