6 ລາວຕ້ອງໃຊ້ຄືນເຖິງສີ່ເທົ່າຕໍ່ລູກແກະທີ່ລາວເອົາໄປນັ້ນ ເພາະລາວໄດ້ເຮັດໃນສິ່ງທີ່ໂຫດຮ້າຍຫລາຍ.”
ຈົ່ງຍົກໜີ້ທັງໝົດ ທີ່ພວກເຂົາກູ້ຢືມພວກທ່ານນັ້ນເສຍ ເຊັ່ນ: ເປັນເງິນ ຫລືເຂົ້າ ຫລືເຫຼົ້າອະງຸ່ນ ຫລືນໍ້າມັນໝາກກອກເທດ ແລະຈົ່ງສົ່ງໄຮ່ນາ, ສວນອະງຸ່ນ, ສວນໝາກກອກເທດ ແລະເຮືອນຂອງພວກເຂົາດຽວນີ້ສາ.”
ຜູ້ນັ້ນຕ້ອງຈ່າຍຄ່າຫົວໃຫ້ແກ່ເຈົ້າຂອງສັດ ແລະສັດໂຕທີ່ຕາຍນີ້ໃຫ້ຕົກເປັນຂອງເຈົ້າຂອງນໍ້າສ້າງ.
ຖ້າຜູ້ໜຶ່ງລັກງົວຫລືແກະໄປຂ້າຫລືໄປຂາຍ ລາວຕ້ອງໃຊ້ຄືນງົວຫ້າໂຕແທນງົວໂຕໜຶ່ງ ແລະໃຊ້ແກະຫ້າໂຕແທນແກະໂຕໜຶ່ງ.
ແຕ່ຖ້າຖືກຈັບໄດ້ ລາວຕ້ອງຈ່າຍຄືນເຈັດເທົ່າ ຄືລາວຕ້ອງເສຍທຸກສິ່ງທີ່ຕົນມີຢູ່.
ແລ້ວຊັກຂ່າຍກໍລຸກຂຶ້ນເວົ້າກັບອົງພຣະຜູ້ເປັນເຈົ້າວ່າ, “ພຣະອົງເຈົ້າ ພຣະອົງເຈົ້າເອີຍ, ເບິ່ງແມ! ຂ້ານ້ອຍຂໍມອບເຂົ້າຂອງທີ່ມີຢູ່ ໃຫ້ແກ່ຄົນຍາກຈົນເຄິ່ງໜຶ່ງ ແລະຖ້າຂ້ານ້ອຍໄດ້ສໍ້ໂກງຜູ້ໃດ ຂ້ານ້ອຍກໍຂໍສົ່ງຄືນໃຫ້ລາວສີ່ເທົ່າ.”
ເພາະວ່າ ໃນການພິພາກສາ ພຣະເຈົ້າຈະບໍ່ຊົງສຳແດງຄວາມເມດຕາ ຕໍ່ຜູ້ທີ່ບໍ່ໄດ້ສະແດງຄວາມເມດຕາ ສ່ວນຄວາມເມດຕາ ຍ່ອມມີໄຊຊະນະເໜືອການພິພາກສາ.