5 ກະສັດດາວິດໃຈຮ້າຍຫຼາຍໃຫ້ຄົນຮັ່ງມີຜູ້ນັ້ນ ແລະເວົ້າຂຶ້ນວ່າ, “ເຮົາຂໍສາບານໂດຍພຣະເຈົ້າຢາເວອົງຊົງຊີວິດຢູ່ວ່າ ຄົນທີ່ເຮັດຢ່າງນັ້ນຈະຕ້ອງຕາຍ
ຢູ່ຕໍ່ມາ ປະມານສາມເດືອນມີຄົນມາບອກຢູດາວ່າ, “ດຽວນີ້ຕາມາລູກໃພ້ຂອງເຈົ້າຖືກເຂົາຫລິ້ນມານສາແລ້ວ.” ຢູດາຈຶ່ງສັ່ງວ່າ, “ເອົານາງອອກມາແລະເຜົາໃຫ້ຕາຍທັງເປັນ.”
ວັນໜຶ່ງ ມີແຂກມາຢ້ຽມຢາມເຮືອນຂອງຄົນຮັ່ງມີ ຄົນຮັ່ງມີຜູ້ນັ້ນບໍ່ຢາກຂ້າສັດຂອງຕົນຕຽມອາຫານໃຫ້ແຂກກິນ, ແຕ່ລາວກັບເອົາແກະນ້ອຍຂອງຄົນຍາກຈົນນັ້ນ ມາຂ້າຈັດຕຽມເປັນອາຫານໃຫ້ແຂກ.”
ກະສັດຕອບນາງວ່າ, “ໃຫ້ເຈົ້າກັບເມືອສາ ເຮົາຈະຈັດການເລື່ອງນີ້ເອງ.”
ແຕ່ພຣະເຢຊູເຈົ້າຫັນໜ້າມາກ່າວຕິຕຽນພວກເພິ່ນ [ແລະກ່າວວ່າ, “ພວກເຈົ້າບໍ່ຮູ້ວ່າພວກເຈົ້າມີຈິດໃຈແນວໃດ ດ້ວຍວ່າ, ບຸດມະນຸດໄດ້ມາ ບໍ່ແມ່ນເພື່ອທຳລາຍຊີວິດມະນຸດ, ແຕ່ມາເພື່ອໂຜດມະນຸດໃຫ້ພົ້ນ.”]
ເຫດສະນັ້ນ ມະນຸດເອີຍ ບໍ່ວ່າເຈົ້າຈະເປັນຜູ້ໃດກໍຕາມ ເມື່ອເຈົ້າກ່າວໂທດໃສ່ຜູ້ອື່ນ, ເຈົ້າບໍ່ມີຂໍ້ທີ່ຈະແກ້ຕົວໄດ້. ດ້ວຍວ່າ, ເມື່ອເຈົ້າກ່າວໂທດໃສ່ຜູ້ອື່ນ ແລະຍັງເຮັດຢ່າງດຽວກັບພວກເຂົາ ເຈົ້າກໍກ່າວໂທດໃສ່ຕົນເອງ.
ເຮົາຂໍສັນຍາຕໍ່ພຣະເຈົ້າຢາເວອົງຊົງຊີວິດຢູ່ ຄືອົງທີ່ຊ່ວຍໃຫ້ຊາດອິດສະຣາເອນມີໄຊຊະນະວ່າ ຜູ້ທີ່ເຮັດຜິດຈະຕ້ອງຖືກຂ້າ ແມ່ນແຕ່ໂຢນາທານລູກຊາຍຂອງເຮົາກໍຕາມ.” ແຕ່ບໍ່ມີຜູ້ໃດໃນທ່າມກາງປະຊາຊົນທັງໝົດເວົ້າຫຍັງເລີຍ.
ເຈົ້າຮູ້ຫຼືບໍ່ວ່າຕາບໃດທີ່ດາວິດຍັງມີຊີວິດຢູ່ ເຈົ້າຈະບໍ່ໄດ້ເປັນກະສັດຂອງອານາຈັກນີ້ຈັກເທື່ອ. ຈົ່ງໄປນຳຕົວມັນມາດຽວນີ້ ມັນສົມຄວນຈະຕາຍ.”
ທີ່ເຈົ້າໄດ້ລະເລີຍຕໍ່ໜ້າທີ່ຂອງເຈົ້າເປັນການບໍ່ດີ ພຣະເຈົ້າຢາເວອົງຊົງພຣະຊົນຢູ່ ພວກເຈົ້າທັງໝົດສົມຄວນຕ້ອງຕາຍ ເພາະເຈົ້າບໍ່ໄດ້ປ້ອງກັນນາຍເໜືອຫົວຂອງເຈົ້າ ຜູ້ທີ່ພຣະເຈົ້າຢາເວໄດ້ຊົງເຈີມ. ເບິ່ງນີ້ແມ! ຫອກຂອງກະສັດຢູ່ໃສ ແລະໄຫນໍ້າທີ່ຕັ້ງຢູ່ໃກ້ຫົວຂອງເພິ່ນຢູ່ໃສແລ້ວ?”