Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 12:2 - ພຣະຄຳພີສັກສິ

2 ຊາຍ​ຮັ່ງມີ​ນັ້ນ​ມີ​ງົວ​ແລະ​ແກະ​ຫລາຍ​ໂຕ

Uka jalj uñjjattʼäta Copia luraña




2 ຊາມູເອນ 12:2
7 Jak'a apnaqawi uñst'ayäwi  

ຕໍ່ມາ ພຣະເຈົ້າຢາເວ​ໄດ້​ສົ່ງ​ຜູ້ທຳນວາຍ​ນາທານ​ໄປ​ຫາ​ກະສັດ​ດາວິດ. ນາທານ​ໄດ້​ໄປ​ຫາ​ເພິ່ນ ແລະ​ກ່າວ​ວ່າ, “ຍັງ​ມີ​ສອງ​ຄົນ​ຢູ່​ໃນ​ເມືອງ​ດຽວກັນ ຜູ້ໜຶ່ງ​ເປັນ​ຄົນ​ຮັ່ງມີ ແລະ​ຜູ້ໜຶ່ງ​ອີກ​ເປັນ​ຄົນ​ຍາກຈົນ.


ຝ່າຍ​ຊາຍ​ຍາກຈົນ​ນັ້ນ​ມີ​ພຽງແຕ່​ແກະ​ນ້ອຍ​ໂຕ​ດຽວ​ຊຶ່ງ​ລາວ​ໄດ້​ຊື້​ມາ. ລາວ​ລ້ຽງ​ຮັກສາ​ແກະ​ນ້ອຍ​ໂຕ​ນັ້ນ ແລະ​ມັນ​ໄດ້​ໃຫຍ່​ຂຶ້ນ​ມາ​ຮ່ວມ​ກັບ​ພວກ​ລູກໆ​ຂອງຕົນ ຢູ່​ໃນ​ເຮືອນ​ຂອງ​ລາວ. ມັນ​ກິນ​ອາຫານ​ທີ່​ລາວ​ກິນ ແລະ​ດື່ມ​ຈາກ​ຈອກ​ທີ່​ລາວ​ດື່ມ ພ້ອມ​ທັງ​ນອນ​ທີ່​ເທິງ​ຕັກ​ຂອງ​ລາວ. ແກະ​ນັ້ນ​ເປັນ​ດັ່ງ​ລູກສາວ​ຄົນ​ໜຶ່ງ​ຂອງ​ລາວ.


ເຮົາ​ໄດ້​ມອບ​ອານາຈັກ​ຂອງ​ໂຊນ​ກັບ​ເມຍ​ທັງຫລາຍ​ຂອງ​ລາວ​ໃຫ້​ເຈົ້າ ເຮົາ​ໄດ້​ມອບ​ຊາວ​ອິດສະຣາເອນ ແລະ​ຊາວ​ຢູດາ​ໃຫ້​ເປັນ​ຂອງ​ເຈົ້າ. ຖ້າ​ສິ່ງ​ເຫຼົ່ານີ້​ຍັງ​ບໍ່​ພຽງພໍ​ສຳລັບ​ເຈົ້າ ເຮົາ​ອາດ​ໃຫ້​ເຈົ້າ​ຫລາຍກວ່າ​ນີ້​ອີກ​ຫລາຍ​ເທົ່າ​ກໍໄດ້.


ດັ່ງນັ້ນ ກະສັດ​ພ້ອມ​ທຸກຄົນ​ໃນ​ຄອບຄົວ ແລະ​ບັນດາ​ຂ້າຣາຊການ​ຈຶ່ງ​ພາກັນ​ໜີໄປ ເວັ້ນໄວ້ແຕ່​ເມຍນ້ອຍ​ສິບ​ຄົນ ທີ່​ເພິ່ນ​ປະ​ໄວ້​ໃຫ້​ເຝົ້າ​ຣາຊວັງ.


ພ້ອມ​ທັງ​ມີ​ແກະ​ເຈັດພັນ​ໂຕ, ອູດ​ສາມພັນ​ໂຕ, ງົວ​ໜຶ່ງພັນ​ໂຕ ແລະ​ລໍ​ຫ້າຮ້ອຍ​ໂຕ. ເພິ່ນ​ຍັງ​ມີ​ຄົນຮັບໃຊ້​ຈຳນວນ​ຫລວງຫລາຍ ແລະ​ທັງ​ເປັນ​ຄົນ​ຮັ່ງມີ​ທີ່ສຸດ​ຢູ່​ທາງ​ພາກ​ຕາເວັນອອກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka