Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 12:16 - ພຣະຄຳພີສັກສິ

16 ກະສັດ​ດາວິດ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ຂໍ​ຊ່ວຍ​ໃຫ້​ລູກ​ດີ. ເພິ່ນ​ບໍ່​ຍອມ​ກິນ​ຫຍັງ​ໝົດ. ທຸກໆ​ຄືນ​ໃດ ເພິ່ນ​ເຂົ້າ​ໄປ​ນອນ​ຢຽດ​ຢູ່​ກັບ​ພື້ນ​ໃນ​ຫ້ອງ​ນອນ​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 12:16
17 Jak'a apnaqawi uñst'ayäwi  

ແລ້ວ​ນາທານ​ກໍໄດ້​ກັບ​ເມືອ​ເຮືອນ​ຂອງຕົນ. ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ລູກ​ທີ່​ກະສັດ​ດາວິດ​ໄດ້​ກັບ​ເມຍ​ຂອງ​ອູຣິຢາ​ນັ້ນ​ປ່ວຍ​ໜັກ.


ກະສັດ​ດາວິດ​ຕອບ​ວ່າ, “ແມ່ນແລ້ວ ເຮົາ​ອົດອາຫານ​ແລະ​ຮ້ອງໄຫ້​ເມື່ອ​ເດັກ​ຍັງ​ມີ​ຊີວິດ​ຢູ່. ເຮົາ​ຄິດ​ວ່າ​ພຣະເຈົ້າຢາເວ​ອາດ​ຈະ​ເມດຕາ​ເຮົາ​ກໍໄດ້ ແລະ​ບໍ່​ປ່ອຍ​ໃຫ້​ເດັກ​ນັ້ນ​ຕາຍ.


ກະສັດ​ຈຶ່ງ​ລຸກ​ຂຶ້ນ, ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ດ້ວຍ​ຄວາມ​ໂສກເສົ້າ ແລະ​ໝູບ​ໜ້າ​ລົງ​ກັບ​ພື້ນດິນ. ພວກ​ຄົນ​ຮັບໃຊ້​ທີ່​ຢູ່​ກັບ​ເພິ່ນ​ໃນ​ທີ່ນັ້ນ ກໍ​ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ເຊັ່ນດຽວ​ກັນ.


ເມື່ອ​ເອລີຢາ​ເວົ້າ​ຈົບ ກະສັດ​ອາຮາບ​ກໍ​ຈີກ​ເສື້ອ​ຂອງຕົນ​ແກ້​ອອກ ແລະ​ນຸ່ງ​ຜ້າ​ກະສອບ​ເຂົ້າ. ເພິ່ນ​ບໍ່​ຍອມ​ກິນ​ຫຍັງ ແລະ​ນອນ​ຢູ່​ແຕ່​ໃນ​ຜ້າ​ກະສອບ​ເຂົ້າ​ທັງ​ໂສກເສົ້າ ແລະ​ເປັນທຸກໃຈ.


ເມື່ອ​ຂ້າພະເຈົ້າ​ໄດ້ຍິນ​ສິ່ງ​ທັງໝົດ​ນັ້ນ​ແລ້ວ ຂ້າພະເຈົ້າ​ກໍ​ນັ່ງ​ລົງ​ແລະ​ຮ້ອງໄຫ້​ຄໍ່າຄວນ. ຂ້າພະເຈົ້າ​ໄວ້ທຸກ​ແລະ​ບໍ່​ຮັບປະທານ​ອາຫານ​ເປັນ​ເວລາ​ຫລາຍ​ວັນ. ຂ້າພະເຈົ້າ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ​ວ່າ,


“ຈົ່ງ​ໄປ​ທ້ອນໂຮມ​ເອົາ​ພວກ​ຢິວ​ໃນ​ນະຄອນ​ຊູຊາ; ໃຫ້​ພາກັນ​ຖືສິນ​ອົດອາຫານ ແລະ​ພາວັນນາ​ອະທິຖານ​ເພື່ອ​ຂ້ອຍ. ຢ່າ​ກິນ ຫລື​ດື່ມ​ຫຍັງ​ພາຍ​ໃນ​ສາມ​ວັນ​ສາມ​ຄືນ. ຂ້ອຍ​ກັບ​ສາວໃຊ້​ຂອງຂ້ອຍ​ກໍ​ຈະ​ປະຕິບັດ​ຢ່າງ​ດຽວກັນ. ຫລັງຈາກ​ນີ້​ຂ້ອຍ​ຈະ​ໄປ​ຫາ​ກະສັດ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ການ​ຝ່າຝືນ​ກົດໝາຍ​ກໍຕາມ. ຖ້າ​ຂ້ອຍ​ຕາຍ​ຍ້ອນ​ກະທຳ​ເຊັ່ນ​ນີ້ ຂ້ອຍ​ກໍ​ຍອມ.”


ເມື່ອ​ເຈົ້າ​ຖືກ​ເດືອດຮ້ອນ ຈົ່ງ​ຮ້ອງຫາ​ເຮົາ ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ ແລະ​ເຈົ້າ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ເຮົາ.”


ເມື່ອ​ຂ້ານ້ອຍ​ອົດອາຫານ​ແລະ​ຖ່ອມຕົວ​ລົງ ຄົນ​ກໍ​ໝິ່ນປະໝາດ​ຂ້ານ້ອຍ​ຫຼາຍຂຶ້ນ;


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກຳລັງ​ຮ້ອງ​ບອກ​ພວກເຈົ້າ​ໃຫ້​ຮ້ອງໄຫ້ ແລະ​ໄວ້ທຸກ ໂດຍ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ລົງໂທດ​ຄົນ​ຂອງ​ພຣະອົງ ພວກເຂົາ​ໄດ້​ພາວັນນາ​ອະທິຖານ​ດ້ວຍ​ຈິດໃຈ​ທີ່​ເຈັບປວດ.


ແລ້ວ​ກະສັດ​ກໍ​ກັບຄືນ​ເມືອ​ວັງ​ຂອງຕົນ ແລະ​ນອນ​ບໍ່​ຫລັບ​ທັງຄືນ ທັງ​ບໍ່ໄດ້​ກິນ​ອາຫານ​ຫລື​ບໍ່​ໃຫ້​ມີ​ການ​ມ່ວນຊື່ນ​ລື້ນເລີງ​ໃດໆ.


ຂ້າພະເຈົ້າ​ຕັ້ງໜ້າ​ພາວັນນາ​ອະທິຖານ​ຂໍ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ, ຖືສິນ​ອົດອາຫານ, ນຸ່ງ​ເສື້ອ​ຜ້າ​ກະສອບເຂົ້າ ແລະ​ນັ່ງ​ໃນ​ຂີ້ເຖົ່າ​ໄຟ.


ບາງທີ​ພຣະເຈົ້າ​ອາດ​ຈະ​ປ່ຽນໃຈ; ບາງທີ​ພຣະອົງ​ອາດ​ຈະ​ເຊົາ​ໂກດຮ້າຍ; ແລະ​ພວກເຮົາ​ຈະ​ບໍ່​ຕາຍ.”


ເປັນ​ເວລາ​ສາມ​ວັນ ທີ່​ໂຊໂລ​ບໍ່​ສາມາດ​ເຫັນ​ຮຸ່ງ​ໄດ້ ແລະ​ທັງ​ບໍ່ໄດ້​ກິນ​ແລະ​ບໍ່ໄດ້​ດື່ມ​ຫຍັງ.


ໂຢຊວຍ​ແລະ​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ ຕ່າງ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ເປັນທຸກໃຈ ແລະ​ໝູບ​ໜ້າ​ກັບ​ພື້ນດິນ​ຕໍ່ໜ້າ​ຫີບ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໝູບ​ຢູ່​ຢ່າງ​ນີ້ ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ ພ້ອມ​ທັງ​ເອົາ​ຂີ້ຝຸ່ນ​ດິນ​ໂຮຍ​ໃສ່​ເທິງ​ຫົວ​ຕົນເອງ ເພື່ອ​ສະແດງ​ເຖິງ​ຄວາມ​ໂສກເສົ້າ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka