Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 12:12 - ພຣະຄຳພີສັກສິ

12 ເຈົ້າ​ໄດ້​ເຮັດ​ບາບ​ໃນ​ທີ່​ລັບລີ້, ແຕ່​ເຮົາ​ຈະ​ເຮັດ​ໃຫ້​ເຫດການ​ນີ້​ເກີດຂຶ້ນ​ໃນ​ທີ່​ເປີດເຜີຍ ເພື່ອ​ໃຫ້​ຊາວ​ອິດສະຣາເອນ​ທຸກຄົນ​ໄດ້​ເຫັນ.”’

Uka jalj uñjjattʼäta Copia luraña




2 ຊາມູເອນ 12:12
7 Jak'a apnaqawi uñst'ayäwi  

ດັ່ງນັ້ນ ພວກເຂົາ​ຈຶ່ງ​ກາງ​ຜ້າເຕັນ​ໃສ່​ເທິງ​ຫລັງຄາ​ພຽງ​ຂອງ​ຣາຊວັງ ແລະ​ອັບຊາໂລມ​ກໍ​ເຂົ້າ​ໄປ​ສົມສູ່​ກັບ​ພວກເມຍນ້ອຍ​ຂອງ​ພໍ່​ຕົນ​ຕໍ່ໜ້າ​ທຸກຄົນ.


ແລ້ວ​ຈົ່ງ​ໃຫ້​ເມຍ​ຂອງຂ້ອຍ​ເຮັດ​ກິນ​ໃຫ້​ຊາຍ​ອື່ນ ໃຫ້​ນາງ​ມີ​ຊາຍ​ອື່ນ​ເປັນ​ຄູ່ຊ້ອນ​ນອນ​ທີ່​ຕຽງ​ຂອງ​ລາວ.


ບໍ່ມີ​ຄວາມມືດ​ອັນໃດ​ທີ່​ຈະ​ມືດໜາ​ຫລາຍ ພໍ​ທີ່​ຈະ​ປິດບັງ​ຄົນ​ບາບໜາ​ຈາກ​ພຣະເຈົ້າ​ໄວ້​ໄດ້.


ພຣະເຈົ້າ​ຈະ​ຕັດສິນ​ທຸກສິ່ງ​ທີ່​ພວກເຮົາ​ເຮັດ ບໍ່​ວ່າ​ດີ​ຫລື​ຊົ່ວ ແມ່ນແຕ່​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໃນ​ທີ່​ລັບລີ້​ດ້ວຍ.


ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່ຄວນ​ຕັດສິນ​ຄົນ​ໃດ​ຄົນ​ໜຶ່ງ ກ່ອນ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້ ຈົນກວ່າ​ອົງພຣະ​ຜູ້​ເປັນເຈົ້າ​ສະເດັດ​ມາ​ປາກົດ ພຣະອົງ​ຈະ​ຊົງ​ເປີດເຜີຍ​ຄວາມ​ລັບ​ທີ່​ເຊື່ອງ​ໄວ້​ໃນ​ຄວາມມືດ​ນັ້ນ​ໃຫ້​ແຈ່ມແຈ້ງ ແລະ​ພຣະອົງ​ຈະ​ເປີດເຜີຍ​ຄວາມ​ນຶກຄິດ​ອັນ​ເລິກລັບ​ໃນ​ໃຈ​ມະນຸດ, ເມື່ອນັ້ນ​ແຫຼະ ແຕ່ລະຄົນ​ຈະ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ພຣະເຈົ້າ ຕາມ​ທີ່​ຕົນ​ສົມຄວນ​ໄດ້​ຮັບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka