Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 12:11 - ພຣະຄຳພີສັກສິ

11 ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ໃຫ້​ຜູ້ໜຶ່ງ​ໃນ​ຄອບຄົວ​ຂອງ​ເຈົ້າເອງ ນຳ​ເອົາ​ຄວາມ​ເດືອດຮ້ອນ​ມາ​ສູ່​ເຈົ້າ. ເຈົ້າ​ຈະ​ໄດ້​ເຫັນ​ເຫດການ​ນີ້ ເມື່ອ​ເຮົາ​ເອົາ​ເມຍ​ທັງຫລາຍ​ຂອງ​ເຈົ້າ​ໃຫ້​ແກ່​ຊາຍ​ອື່ນ ແລະ​ຊາຍ​ຄົນ​ນັ້ນ​ກໍ​ຈະ​ສົມສູ່​ກັບ​ພວກ​ນາງ​ຢ່າງ​ເປີດເຜີຍ.

Uka jalj uñjjattʼäta Copia luraña




2 ຊາມູເອນ 12:11
13 Jak'a apnaqawi uñst'ayäwi  

ແຕ່​ລາວ​ໄດ້​ສົ່ງ​ຄົນນຳຂ່າວ​ໄປ​ບອກ​ທຸກໆເຜົ່າ​ໃນ​ຊາດ​ອິດສະຣາເອນ​ວ່າ, “ເມື່ອໃດ​ທີ່​ພວກເຈົ້າ​ໄດ້ຍິນ​ສຽງ​ແກ​ດັງ​ຂຶ້ນ ໃຫ້​ພວກເຈົ້າ​ຮ້ອງ​ຂຶ້ນ​ວ່າ, ‘ອັບຊາໂລມ​ໄດ້​ເປັນ​ກະສັດ​ທີ່​ເມືອງ​ເຮັບໂຣນ​ແລ້ວ.”’


ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ສັ່ງ​ພວກ​ຂ້າຣາຊການ​ທັງໝົດ​ທີ່​ຢູ່​ກັບ​ເພິ່ນ​ໃນ​ນະຄອນ​ເຢຣູຊາເລັມ​ວ່າ, “ຖ້າ​ພວກເຮົາ​ຢາກ​ປົບໜີ​ຈາກ​ອັບຊາໂລມ ໃຫ້​ປົບໜີໄປ​ໄວໆ​ດຽວນີ້​ໂລດ ຫລື​ຖ້າບໍ່​ດັ່ງນັ້ນ ໃນ​ບໍ່​ຊ້າ​ລາວ​ຈະ​ມາ​ຮອດ​ທີ່​ນີ້ ແລະ​ຕໍ່ສູ້​ພວກເຮົາ​ໃຫ້​ພ່າຍແພ້​ແລະ​ຂ້າ​ທຸກຄົນ​ໃນ​ເມືອງ​ນີ້​ຖິ້ມ.”


ລາວ​ປະຕິບັດ​ຢ່າງ​ນີ້​ກັບ​ຊາວ​ອິດສະຣາເອນ​ທຸກຄົນ ທີ່​ມາ​ຫາ​ກະສັດ​ເພື່ອ​ໃຫ້​ເພິ່ນ​ຕັດສິນ​ຄວາມ​ໃຫ້; ດັ່ງນັ້ນ ພວກເຂົາ​ຈຶ່ງ​ມີ​ຄວາມ​ຈົງຮັກ​ພັກດີ​ຕໍ່​ລາວ.


ແລ້ວ​ກະສັດ​ດາວິດ​ກໍ​ກ່າວ​ແກ່​ອາບີໄຊ​ກັບ​ພວກ​ຂ້າຣາຊການ​ທຸກຄົນ​ວ່າ, “ລູກຊາຍ​ຂອງເຮົາ​ເອງ​ພະຍາຍາມ​ຈະ​ຂ້າ​ເຮົາ​ຢູ່; ສະນັ້ນ ເປັນຫຍັງ​ຈຶ່ງ​ປະຫລາດ​ໃຈ​ກັບ​ຄົນ​ເບັນຢາມິນ​ຜູ້​ນີ້? ປ່ອຍ​ໃຫ້​ລາວ​ດ່າ​ເຮົາ​ຢູ່​ຢ່າງ​ນັ້ນ​ແຫຼະ ແລະ​ຢ່າ​ໄປ​ຫຍຸ້ງກ່ຽວ​ກັບ​ລາວ​ເລີຍ ເພາະ​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ລາວ​ເຮັດ​ຢ່າງ​ນັ້ນ.


ແລ້ວ​ຈົ່ງ​ໃຫ້​ເມຍ​ຂອງຂ້ອຍ​ເຮັດ​ກິນ​ໃຫ້​ຊາຍ​ອື່ນ ໃຫ້​ນາງ​ມີ​ຊາຍ​ອື່ນ​ເປັນ​ຄູ່ຊ້ອນ​ນອນ​ທີ່​ຕຽງ​ຂອງ​ລາວ.


ຖ້າ​ຜູ້ທຳນວາຍ​ຜູ້ໜຶ່ງ​ຫລອກລວງ​ຄົນໜຶ່ງ​ຄົນໃດ ໂດຍ​ໃຫ້​ຄຳຕອບ​ຢ່າງ​ຜິດພາດ​ວ່າ ເປັນ​ເພາະ​ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ຫລອກລວງ​ລາວ. ເຮົາ​ຈະ​ຢຽດ​ມື​ຂອງເຮົາ​ອອກ​ຕໍ່ສູ້​ລາວ ແລະ​ເຮົາ​ຈະ​ທຳລາຍ​ລາວ​ອອກ​ຈາກ​ທ່າມກາງ​ປະຊາຊົນ​ອິດສະຣາເອນ.


ກະສັດ​ບໍ່​ຕ້ອງ​ມີ​ເມຍ​ຫລາຍ​ຄົນ ເພາະ​ການ​ມີ​ເມຍ​ຫລາຍ​ຄົນ​ນັ້ນ ເຮັດ​ໃຫ້​ໃຈ​ຫ່າງ​ເຫີນ​ໄປ ແລະ​ກະສັດ​ຈະ​ຕ້ອງ​ບໍ່​ເປັນ​ຄົນ​ຮັກ​ເງິນ​ແລະ​ຄຳ​ຫລາຍ.


ພວກເຈົ້າ​ຈະ​ໝັ້ນ​ຜູ້​ສາວ​ໄວ້, ແຕ່​ຄົນອື່ນ​ຈະ​ເອົາ​ນາງ​ໄປ​ເປັນ​ເມຍ. ພວກເຈົ້າ​ຈະ​ສ້າງ​ເຮືອນ, ແຕ່​ຈະ​ບໍ່ໄດ້​ຢູ່​ຈັກເທື່ອ. ພວກເຈົ້າ​ຈະ​ປູກ​ຕົ້ນອະງຸ່ນ, ແຕ່​ຈະ​ບໍ່ໄດ້​ກິນ​ໝາກ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka