1 ຕໍ່ມາ ພຣະເຈົ້າຢາເວໄດ້ສົ່ງຜູ້ທຳນວາຍນາທານໄປຫາກະສັດດາວິດ. ນາທານໄດ້ໄປຫາເພິ່ນ ແລະກ່າວວ່າ, “ຍັງມີສອງຄົນຢູ່ໃນເມືອງດຽວກັນ ຜູ້ໜຶ່ງເປັນຄົນຮັ່ງມີ ແລະຜູ້ໜຶ່ງອີກເປັນຄົນຍາກຈົນ.
ກະສັດດາວິດກ່າວແກ່ຜູ້ນຳຂ່າວນັ້ນວ່າ, “ຈົ່ງກ່າວຊູໃຈໂຢອາບ ແລະບອກລາວບໍ່ໃຫ້ເສຍໃຈ ໃນເມື່ອບໍ່ຮູ້ວ່າ ຜູ້ໃດຈະຖືກຂ້າໃນສະໜາມຮົບ. ຈົ່ງບອກລາວໃຫ້ບຸກໂຈມຕີເມືອງນັ້ນຄັ້ງຍິ່ງໃຫຍ່ ແລະຢຶດເມືອງໃຫ້ໄດ້.”
ຊາຍຮັ່ງມີນັ້ນມີງົວແລະແກະຫລາຍໂຕ
ເຮົາທຸກຄົນຈະຕ້ອງຕາຍ. ພວກເຮົາປຽບດັ່ງນໍ້າທີ່ຖືກສາດໃສ່ໜ້າດິນ ຊຶ່ງເອົາມາຮວມເຂົ້າກັນບໍ່ໄດ້ອີກ. ແມ່ນແຕ່ພຣະເຈົ້າກໍບໍ່ໄດ້ເຮັດໃຫ້ຄົນຕາຍຄືນມີຊີວິດ ແຕ່ຢ່າງໜ້ອຍກະສັດກໍຫາວິທີທາງນຳຄົນທີ່ຖືກເນລະເທດກັບຄືນມາໄດ້.
ນາທານຈຶ່ງບອກກະສັດດາວິດທຸກສິ່ງຕາມທີ່ພຣະເຈົ້າໄດ້ສຳແດງໃຫ້ແກ່ຕົນຮູ້ນັ້ນ.
ແຕ່ປະໂຣຫິດຊາດົກ, ເບນາອີຢາລູກຊາຍຂອງເຢໂຮຍອາດາ, ຜູ້ທຳນວາຍນາທານ, ຊີເມອີ, ເຣອີ, ແລະບັນດາທະຫານປ້ອງກັນຕົວກະສັດດາວິດບໍ່ໄດ້ເຂົ້າຂ້າງອາໂດນີຢາ.
ຍັງມີຄົນຂອງພຣະເຈົ້າຄົນໜຶ່ງຈາກຢູດາຍ ທີ່ໄດ້ຮັບຖ້ອຍຄຳຈາກພຣະເຈົ້າຢາເວໃຫ້ໄປທີ່ເມືອງເບັດເອນ. ເພິ່ນໄດ້ມາຮອດບ່ອນນັ້ນໃນຂະນະທີ່ກະສັດເຢໂຣໂບອາມ ກຳລັງຢືນຖວາຍເຄື່ອງບູຊາທີ່ແທ່ນ.
ຕໍ່ມາ ໃນປີທີສາມຂອງການແຫ້ງແລ້ງ ພຣະເຈົ້າຢາເວໄດ້ກ່າວແກ່ເອລີຢາວ່າ, “ຈົ່ງໄປສະເໜີຕົວຕໍ່ອາຮາບ ແລະເຮົາຈະສົ່ງຝົນລົງມາ.”
“ຈົ່ງໄປຫາກະສັດອາຮາບທີ່ນະຄອນຊາມາເຣຍ. ເຈົ້າຈະພົບລາວຢູ່ໃນສວນອະງຸ່ນຂອງນາໂບດ ຊຶ່ງລາວກຳລັງຈະຢຶດເປັນກຳມະສິດ.
ອາຊາຣີຢາ ລູກຊາຍຂອງນາທານເປັນຫົວໜ້າຜູ້ປົກຄອງແຂວງຕ່າງໆ. ປະໂຣຫິດຊາບຸດ ລູກຊາຍຂອງນາທານເປັນທີ່ປຶກສາຂອງກະສັດ.
ແຕ່ເທວະດາຂອງພຣະເຈົ້າຢາເວໄດ້ກ່າວແກ່ເອລີຢາຜູ້ທຳນວາຍຊາວຕີຊະເບ ໃຫ້ໄປຫາຄົນຂອງກະສັດອາຮາຊີຢາ ແລະຖາມພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງຈະໄປປຶກສາບາອານເຊບຸບ ພະຂອງຊາວເອັກໂຣນ? ພວກເຈົ້າຄິດວ່າຢູ່ໃນຊາດອິດສະຣາເອນບໍ່ມີພຣະເຈົ້າຊັ້ນບໍ?
ປະຫວັດຂອງກະສັດດາວິດ ແຕ່ຕົ້ນຈົນຈົບແມ່ນໄດ້ຖືກບັນທຶກໄວ້ ໃນບົດບັນທຶກຂອງຜູ້ທຳນວາຍສາມຄົນ ດັ່ງນີ້: ຊາມູເອນ, ນາທານ ແລະກາດ.
ແລ້ວຜູ້ທຳນວາຍເອຊາຢາກໍໄດ້ມາຫາເຈົ້າເຮເຊກີຢາ ແລະຖາມເພິ່ນວ່າ, “ຄົນເຫຼົ່ານີ້ມາແຕ່ໃສ ແລະພວກເຂົາເວົ້າຫຍັງແດ່ກັບທ່ານ?” ເຈົ້າເຮເຊກີຢາໄດ້ຕອບວ່າ, “ພວກເຂົາມາແຕ່ປະເທດໄກ ຄືມາຈາກບາບີໂລນ.”