Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 11:8 - ພຣະຄຳພີສັກສິ

8 ແລ້ວ​ເພິ່ນ​ກ່າວ​ແກ່​ອູຣິຢາ​ວ່າ, “ຈົ່ງ​ລົງໄປ​ຢູ່​ເຮືອນ​ຂອງເຈົ້າ ແລະ​ພັກຜ່ອນ​ຈັກ​ຊົ່ວ​ໄລຍະ​ໜຶ່ງ​ສາ.” ອູຣິຢາ​ກໍ​ຈາກ​ໄປ ແລະ​ດາວິດ​ໄດ້​ຈັດສົ່ງ​ຂອງຂວັນ​ໃຫ້​ລາວ​ເຖິງ​ເຮືອນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 11:8
11 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຈະ​ເອົາ​ນໍ້າ​ມາ​ໃຫ້​ທ່ານ​ລ້າງ​ຕີນ ແລ້ວ​ຈົ່ງ​ພັກຜ່ອນ​ຢູ່​ໃຕ້​ຕົ້ນໄມ້​ນີ້​ກ່ອນ​ກໍໄດ້.


ແລະ​ເວົ້າ​ວ່າ, “ທ່ານເອີຍ ຂ້ານ້ອຍ​ຜູ້ຮັບໃຊ້​ຂອງທ່ານ. ຂໍ​ກະລຸນາ​ແວ່​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຂ້ານ້ອຍ​ກ່ອນ​ແດ່ທ້ອນ. ທ່ານ​ຈະ​ລ້າງ​ຕີນ ແລະ​ພັກ​ແຮມຄືນ​ກໍໄດ້. ພໍ​ຮຸ່ງ​ເຊົ້າ​ຂຶ້ນ​ມາ ທ່ານ​ຈຶ່ງ​ຄ່ອຍ​ເດີນທາງ​ໄປ​ຕໍ່.” ແຕ່​ພວກເພິ່ນ​ຕອບ​ວ່າ, “ບໍ່, ເຮົາ​ຈະ​ຄ້າງຄືນ​ທີ່​ສີ່​ແຍກ​ຂອງ​ເມືອງ​ນີ້.”


ຄົນ​ຮັບໃຊ້​ພາ​ພວກ​ອ້າຍ​ນ້ອງ​ຂອງ​ໂຢເຊັບ​ເຂົ້າ​ໄປ​ໃນ​ເຮືອນ. ລາວ​ເອົາ​ນໍ້າ​ໃຫ້​ພວກເຂົາ​ລ້າງ​ຕີນ ແລະ​ເອົາ​ເຟືອງ​ໃຫ້​ລໍ​ຂອງ​ພວກເຂົາ​ກິນ.


ຄົນ​ຮັບໃຊ້​ເລີ່ມ​ຢາຍ​ອາຫານ​ຕັ້ງແຕ່​ໂຕະ​ຂອງ​ໂຢເຊັບ​ໄປ ແລະ​ເບັນຢາມິນ​ໄດ້​ຮັບ​ອາຫານ​ຫລາຍກວ່າ​ຜູ້​ອື່ນ​ຫ້າ​ເທົ່າ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ກິນ​ແລະ​ດື່ມ​ກັບ​ໂຢເຊັບ​ຢ່າງ​ມ່ວນຊື່ນ​ເບີກບານ.


ທຸກຄົນ​ຕ່າງ​ກໍ​ກ່າວ​ຄຳຕົວະ​ຕໍ່​ກັນແລະກັນ ພວກເຂົາ​ຫລອກລວງ​ຊຶ່ງກັນແລະກັນ​ດ້ວຍ​ຄຳ​ປະຈົບ​ປະແຈງ.


ພຣະອົງ​ກໍ​ຕ້ອງ​ຄົ້ນພົບ​ເລື່ອງ​ນີ້​ຢ່າງ​ແນ່ນອນ ເພາະ​ຄວາມຄິດ​ອັນ​ເລິກລັບ ພຣະອົງ​ກໍ​ຊົງ​ຮູ້.


ຄຳເວົ້າ​ລາວ​ນັ້ນ​ນໍ້ານົມ​ຂຸ້ນ​ກໍ​ບໍ່​ນີ້ມ​ປານ ແຕ່​ຈິດໃຈ​ລາວ​ພັດ​ມີ​ແຕ່​ຄວາມ​ຂົມຂື່ນ. ຄຳເວົ້າ​ລາວ​ນັ້ນ​ລ່ຽນໄຫລ​ເໝືອນ​ນໍ້າມັນ​ພືດ ແຕ່​ມັນ​ພັດ​ເປັນ​ດັ່ງ​ມີດ​ຄົມໆ​ໃຊ້​ປາດ​ຊີ້ນ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກ​ທີ່​ຊອກ​ປິດບັງ​ແຜນການ​ຂອງ​ພວກຕົນ​ໄວ້​ຈາກ​ພຣະເຈົ້າຢາເວ. ພວກເຂົາ​ເຮັດ​ຕາມ​ແຜນການ​ຂອງຕົນເອງ​ໃນ​ທີ່​ລັບລີ້ ແລະ​ຄິດ​ວ່າ​ບໍ່ມີ​ຜູ້ໃດ​ຮູ້​ເຫັນ​ພວກຕົນ​ກຳລັງ​ເຮັດ​ຢູ່.


ສິ່ງໃດ​ທີ່​ປິດບັງ​ໄວ້ ຈະ​ຖືກ​ເປີດເຜີຍ ແລະ​ສິ່ງໃດ​ກໍຕາມ​ທີ່​ເປັນ​ຄວາມ​ລັບ ຈະ​ຖືກ​ເປີດເຜີຍ​ອອກ​ໃຫ້​ຮູ້.


ເມື່ອ​ພຣະອົງ​ຫລຽວ​ເບິ່ງ​ຍິງ​ຄົນ​ນັ້ນ​ແລ້ວ ກໍ​ກ່າວ​ແກ່​ຊີໂມນ​ວ່າ, “ເຈົ້າ​ເຫັນ​ຍິງ​ຄົນ​ນີ້​ບໍ? ເຮົາ​ໄດ້​ເຂົ້າ​ມາ​ໃນ​ເຮືອນ​ຂອງ​ເຈົ້າ ແລະ​ເຈົ້າ​ບໍ່ໄດ້​ໃຫ້​ນໍ້າ​ສຳລັບ​ລ້າງ​ຕີນ​ຂອງເຮົາ ແຕ່​ຍິງ​ຜູ້​ນີ້​ໄດ້​ລ້າງ​ຕີນ​ຂອງເຮົາ​ດ້ວຍ​ນໍ້າຕາ ແລະ​ເຊັດ​ຕີນ​ຂອງເຮົາ​ດ້ວຍ​ຜົມ​ຂອງ​ນາງ.


ແລະ​ໃນ​ທຸກສິ່ງ​ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ນັ້ນ ບໍ່ມີ​ສິ່ງໃດ​ຖືກ​ບັງລັບ​ໄວ້​ຈາກ​ພຣະພັກ​ພຣະອົງ​ໄດ້ ແຕ່​ທຸກສິ່ງ​ໄດ້​ປາກົດ​ແຈ້ງ​ຕໍ່​ສາຍຕາ​ຂອງ​ພຣະອົງ ຜູ້​ທີ່​ເຮົາ​ຈະ​ຕ້ອງ​ໃຫ້​ການ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka