7 ເມື່ອອູຣິຢາມາຮອດ ກະສັດດາວິດກໍຖາມເຖິງຄວາມສຸກທຸກຂອງໂຢອາບ ແລະກອງທັບພ້ອມທັງສະພາບການໃນການສູ້ຮົບ.
ລາວຖາມວ່າ, “ເພິ່ນສະບາຍດີບໍ?” ພວກເຂົາຕອບວ່າ, “ເພິ່ນສະບາຍດີ ຫັ້ນເດ ຣາເຊັນລູກສາວຂອງເພິ່ນກຳລັງຕ້ອນຝູງແກະມາ.”
ພໍ່ເວົ້າຕື່ມອີກວ່າ, “ໃຫ້ເຈົ້າໄປເບິ່ງວ່າພວກອ້າຍຂອງເຈົ້າກຳລັງຢູ່ກັນຢ່າງໃດ ແລະໄປເບິ່ງຝູງສັດຂອງເຮົາອີກວ່າຍັງຢູ່ດີບໍ່? ແລ້ວໃຫ້ລູກກັບມາບອກພໍ່.” ສະນັ້ນ ພໍ່ຈຶ່ງໄດ້ສົ່ງໂຢເຊັບອອກເດີນທາງຈາກຮ່ອມພູເຮັບໂຣນ. ລາວໄດ້ມາຮອດຊີເຄມ
ຝ່າຍກະສັດດາວິດກໍສົ່ງຂ່າວໄປບອກໂຢອາບວ່າ, “ໃຫ້ທ່ານສົ່ງອູຣິຢາຄົນຮິດຕີ ມາຫາເຮົາ.” ດັ່ງນັ້ນ ໂຢອາບຈຶ່ງສົ່ງອູຣິຢາມາຫາກະສັດດາວິດ.
ດັ່ງນັ້ນ ໂມເຊຈຶ່ງອອກໄປພົບ ແລະຂາບລົງຕໍ່ໜ້າເຢທະໂຣ ແລະທັງຈູບເພິ່ນ. ພວກເພິ່ນໄດ້ຖາມເຖິງຄວາມສຸກທຸກຂອງກັນແລະກັນ ແລ້ວກໍພາກັນໄປສູ່ເຕັນບ່ອນພັກຂອງໂມເຊ.
ດາວິດໄດ້ປະອາຫານໄວ້ນຳເຈົ້າໜ້າທີ່ຝ່າຍສະບຽງອາຫານ ແລະແລ່ນໄປຫາພວກອ້າຍຂອງຕົນທີ່ສະໜາມຮົບເພື່ອຖາມຂ່າວຄາວວ່າ ພວກເຂົາເປັນຢູ່ຢ່າງໃດ.