Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 11:6 - ພຣະຄຳພີສັກສິ

6 ຝ່າຍ​ກະສັດ​ດາວິດ​ກໍ​ສົ່ງຂ່າວ​ໄປ​ບອກ​ໂຢອາບ​ວ່າ, “ໃຫ້​ທ່ານ​ສົ່ງ​ອູຣິຢາ​ຄົນ​ຮິດຕີ ມາ​ຫາ​ເຮົາ.” ດັ່ງນັ້ນ ໂຢອາບ​ຈຶ່ງ​ສົ່ງ​ອູຣິຢາ​ມາ​ຫາ​ກະສັດ​ດາວິດ.

Uka jalj uñjjattʼäta Copia luraña




2 ຊາມູເອນ 11:6
12 Jak'a apnaqawi uñst'ayäwi  

ຖ້າ​ເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ເຈົ້າ​ກໍ​ຄວນ​ຍິ້ມແຍ້ມແຈ່ມໃສ; ແຕ່​ດ້ວຍວ່າ​ເຈົ້າ​ເຮັດ​ຊົ່ວ ຄື​ບາບ​ທີ່​ກຳລັງ​ລໍ​ຢູ່​ທີ່​ປະຕູ​ເຮືອນ​ຄອຍຖ້າ​ຄຸບ​ກິນ​ເຈົ້າ. ມັນ​ຢາກ​ປົກຄອງ​ເຈົ້າ ແຕ່​ເຈົ້າ​ຕ້ອງ​ເອົາ​ຊະນະ​ມັນ​ໃຫ້​ໄດ້.”


ພາຍ​ຫລັງ​ມາ​ບັດເຊບາ​ກໍ​ຮູ້​ວ່າ​ຕົນ​ຖືພາ ນາງ​ຈຶ່ງ​ສົ່ງຂ່າວ​ໄປ​ບອກ​ໃຫ້​ກະສັດ​ດາວິດ​ຮູ້.


ເມື່ອ​ອູຣິຢາ​ມາ​ຮອດ ກະສັດ​ດາວິດ​ກໍ​ຖາມ​ເຖິງ​ຄວາມສຸກ​ທຸກ​ຂອງ​ໂຢອາບ ແລະ​ກອງທັບ​ພ້ອມທັງ​ສະພາບ​ການ​ໃນ​ການ​ສູ້ຮົບ.


ອູຣິຢາ ຊາວ​ຮິດຕີ. ທະຫານ​ທັງໝົດ​ທີ່​ມີ​ຊື່ສຽງ​ນັ້ນ​ມີ​ສາມສິບເຈັດ​ຄົນ.


ຜູ້​ທີ່​ຊ້ອນເຊື່ອງ​ບາບກຳ​ໄວ້ ຊີວິດ​ຈະ​ບໍ່​ຈະເລີນ​ຮຸ່ງເຮືອງ. ຜູ້​ທີ່​ສາລະພາບ​ບາບກຳ​ຂອງຕົນ ພຣະເຈົ້າ​ຈະ​ເມດຕາ​ຜູ້ນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ອ້າງ​ວ່າ​ນະມັດສະການ​ເຮົາ ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ໄຮ້​ຄວາມໝາຍ ແລະ​ຈິດໃຈ​ຂອງ​ພວກເຂົາ​ກໍ​ສຸມ​ຢູ່​ທີ່​ອື່ນ. ຄວາມ​ເຊື່ອຖື​ຂອງ​ພວກເຂົາ​ບໍ່ມີ​ຫຍັງ, ແຕ່​ເປັນ​ກົດເກນ ແລະ​ຮີດຄອງ​ຂອງ​ມະນຸດ ຊຶ່ງ​ພວກເຂົາ​ໄດ້​ທ່ອງ​ຂຶ້ນໃຈ​ເທົ່ານັ້ນ.


ແຕ່​ເປໂຕ​ໄດ້​ຕອບ​ປະຕິເສດ​ຕໍ່ໜ້າ​ທຸກຄົນ​ວ່າ, “ຂ້ອຍ​ບໍ່​ຮູ້​ເລື່ອງ​ທີ່​ເຈົ້າ​ໄດ້​ເວົ້າ​ມາ​ນັ້ນ.”


ເປໂຕ​ໄດ້​ປະຕິເສດ​ອີກ​ໂດຍ​ສາບານ​ວ່າ, “ຂ້ອຍ​ບໍ່​ຮູ້ຈັກ​ຄົນ​ນັ້ນ”.


ແລ້ວ​ເປໂຕ​ໄດ້​ຕັ້ງຕົ້ນ​ສາບແຊ່ງ​ຕົນເອງ ແລະ​ສາບານ​ຕໍ່​ພວກເຂົາ​ວ່າ, “ຂ້ອຍ​ບໍ່​ຮູ້ຈັກ​ຊາຍ​ຄົນ​ນັ້ນ.” ໃນ​ທັນໃດນັ້ນ ໄກ່​ກໍ​ຂັນ


ກະສັດ​ໂຊນ​ຕອບ​ວ່າ, “ຂ້າພະເຈົ້າ​ໄດ້​ເຮັດ​ບາບ, ແຕ່​ຢ່າງໜ້ອຍ​ຂໍ​ທ່ານ​ໃຫ້​ຄວາມນັບຖື​ແກ່​ຂ້າພະເຈົ້າ​ຕໍ່ໜ້າ​ພວກຜູ້ນຳ​ປະຊາຊົນ​ຂອງ​ຂ້າພະເຈົ້າ ແລະ​ຊາວ​ອິດສະຣາເອນ​ທຸກຄົນ. ຂໍ​ທ່ານ​ຈົ່ງ​ກັບ​ເມືອ​ນຳ​ຂ້າພະເຈົ້າ ເພື່ອ​ຈະ​ໄດ້​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka