Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 11:3 - ພຣະຄຳພີສັກສິ

3 ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ໄດ້​ສົ່ງ​ຄົນ​ອອກ​ໄປ​ສືບ​ຖາມ​ເບິ່ງ​ວ່າ​ນາງ​ແມ່ນ​ຜູ້ໃດ. ແລ້ວ​ເພິ່ນ​ກໍ​ຮູ້​ວ່າ​ນາງ​ຊື່​ບັດເຊບາ​ລູກສາວ​ຂອງ​ເອລີອາມ ແລະ​ເປັນ​ເມຍ​ຂອງ​ອູຣິຢາ​ຊາວ​ຮິດຕີ.

Uka jalj uñjjattʼäta Copia luraña




2 ຊາມູເອນ 11:3
10 Jak'a apnaqawi uñst'ayäwi  

ຝ່າຍ​ຊາຍ​ຍາກຈົນ​ນັ້ນ​ມີ​ພຽງແຕ່​ແກະ​ນ້ອຍ​ໂຕ​ດຽວ​ຊຶ່ງ​ລາວ​ໄດ້​ຊື້​ມາ. ລາວ​ລ້ຽງ​ຮັກສາ​ແກະ​ນ້ອຍ​ໂຕ​ນັ້ນ ແລະ​ມັນ​ໄດ້​ໃຫຍ່​ຂຶ້ນ​ມາ​ຮ່ວມ​ກັບ​ພວກ​ລູກໆ​ຂອງຕົນ ຢູ່​ໃນ​ເຮືອນ​ຂອງ​ລາວ. ມັນ​ກິນ​ອາຫານ​ທີ່​ລາວ​ກິນ ແລະ​ດື່ມ​ຈາກ​ຈອກ​ທີ່​ລາວ​ດື່ມ ພ້ອມ​ທັງ​ນອນ​ທີ່​ເທິງ​ຕັກ​ຂອງ​ລາວ. ແກະ​ນັ້ນ​ເປັນ​ດັ່ງ​ລູກສາວ​ຄົນ​ໜຶ່ງ​ຂອງ​ລາວ.


ເອລີເຟເລດ ລູກຊາຍ​ອາຮາສະໄບ ຊາວ​ມາອາກາ; ເອລີອາມ ລູກຊາຍ​ຂອງ​ອາຮີໂຕເຟນ ຊາວ​ກີໂລ.


ອູຣິຢາ ຊາວ​ຮິດຕີ. ທະຫານ​ທັງໝົດ​ທີ່​ມີ​ຊື່ສຽງ​ນັ້ນ​ມີ​ສາມສິບເຈັດ​ຄົນ.


ພຣະເຈົ້າຢາເວ​ໄດ້​ກະທຳ​ຢ່າງ​ນີ້ ເພາະ​ກະສັດ​ດາວິດ​ໄດ້​ເຮັດ​ໃຫ້​ພຣະອົງ​ພໍໃຈ ແລະ​ບໍ່ໄດ້​ຂືນ​ຄຳສັ່ງ​ໃດໆ​ຂອງ​ພຣະອົງ, ນອກຈາກ​ເລື່ອງ​ຂອງ​ອູຣິຢາ​ຊາວ​ຮິດຕີ​ເທົ່ານັ້ນ.


ອູຣິຢາ ຊາວ​ຮິດຕີ, ຊາບັດ ລູກຊາຍ​ຂອງ​ອາຮະໄລ,


ໄດ້​ເກີດ​ລູກຊາຍ​ສີ່​ຄົນ ດັ່ງນີ້: ຊີເມອາ, ໂຊບັບ, ນາທານ ແລະ​ໂຊໂລໂມນ.


ຢ່າ​ໃຫ້​ຄວາມງາມ​ຂອງ​ນາງ​ເປັນ​ທີ່​ຍົວະເຍົ້າ​ໃຈ​ເຈົ້າ​ໄດ້ ຢ່າ​ໃຫ້​ສາຍຕາ​ອັນ​ຫວານ​ແກມລວງ​ຂອງ​ນາງ ເປັນ​ແຮ້ວ​ດັກຈັບ​ເຈົ້າ​ໄດ້.


ພວກເຂົາ​ເປັນ​ຄື​ມ້າເຖິກ​ທີ່​ເຮົາ​ລ້ຽງ​ດີ​ມີ​ຕັນຫາ​ຫລາຍ ແຕ່ລະຄົນ​ກໍ​ຢາກ​ໄດ້​ເມຍ​ຂອງ​ເພື່ອນບ້ານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka