Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 11:25 - ພຣະຄຳພີສັກສິ

25 ກະສັດ​ດາວິດ​ກ່າວ​ແກ່​ຜູ້ນຳຂ່າວ​ນັ້ນ​ວ່າ, “ຈົ່ງ​ກ່າວ​ຊູໃຈ​ໂຢອາບ ແລະ​ບອກ​ລາວ​ບໍ່​ໃຫ້​ເສຍໃຈ ໃນ​ເມື່ອ​ບໍ່​ຮູ້​ວ່າ ຜູ້ໃດ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ. ຈົ່ງ​ບອກ​ລາວ​ໃຫ້​ບຸກໂຈມຕີ​ເມືອງ​ນັ້ນ​ຄັ້ງ​ຍິ່ງໃຫຍ່ ແລະ​ຢຶດ​ເມືອງ​ໃຫ້​ໄດ້.”

Uka jalj uñjjattʼäta Copia luraña




2 ຊາມູເອນ 11:25
8 Jak'a apnaqawi uñst'ayäwi  

ແລ້ວ​ພວກເຂົາ​ກໍໄດ້​ຍິງ​ທະນູ​ຈາກ​ກຳແພງ​ມາ​ໃສ່​ພວກ​ຂ້ານ້ອຍ. ນາຍ​ທະຫານ​ບາງຄົນ​ຂອງທ່ານ​ໄດ້​ຖືກ​ຂ້າ; ອູຣິຢາ​ນາຍ​ທະຫານ​ຂອງທ່ານ​ກໍ​ຖືກ​ຂ້າ​ເໝືອນກັນ.”


ເມື່ອ​ນາງ​ບັດເຊບາ​ໄດ້ຍິນ​ຂ່າວ​ວ່າ ຜົວ​ຂອງຕົນ​ຖືກ​ຂ້າ ນາງ​ຈຶ່ງ​ໄວ້ທຸກ​ໃຫ້​ແກ່​ລາວ.


ໃນຂະນະ​ດຽວກັນ​ນັ້ນ ໂຢອາບ​ກໍ​ພວມ​ສືບຕໍ່​ໂຈມຕີ​ຣັບບາ ເມືອງຫລວງ​ຂອງ​ຊາວ​ອຳໂມນ ແລະ​ໃກ້​ຈະ​ຢຶດເອົາ​ໄດ້​ແລ້ວ.


ແລ້ວ​ພວກ​ອິດສະຣາເອນ​ກໍໄດ້​ໄປ​ບ່ອນ​ນະມັດສະການ ແລະ​ຮ້ອງໄຫ້​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ​ຈົນ​ຮອດຄໍ່າ. ພວກເຂົາ​ໄດ້​ຖາມ​ພຣະເຈົ້າຢາເວ​ວ່າ, “ພວກ​ຂ້ານ້ອຍ​ຄວນ​ຈະ​ອອກ​ໄປ​ສູ້ຮົບ​ກັບ​ພວກ​ເບັນຢາມິນ ພີ່ນ້ອງ​ຂອງ​ພວກ​ຂ້ານ້ອຍ​ອີກ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ວ່າ, “ຄວນໄປ.” ດັ່ງນັ້ນ ພວກ​ອິດສະຣາເອນ​ຈຶ່ງ​ມີ​ກຳລັງໃຈ​ຂຶ້ນ ແລະ​ວາງ​ທະຫານ​ໄວ້​ແບບ​ເກົ່າ ໃນ​ບ່ອນ​ທີ່​ພວກເຂົາ​ຕັ້ງ​ທັບ​ໃນ​ມື້​ກ່ອນ​ນັ້ນ.


ແລະ​ໃຫ້​ຊອມເບິ່ງ​ມັນ. ຖ້າ​ກວຽນ​ນີ້​ຕົງ​ໄປ​ທີ່​ເມືອງ​ເບັດເຊເມດ ກໍ​ໝາຍຄວາມວ່າ​ແມ່ນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ທີ່​ໄດ້​ສົ່ງ​ຄວາມ​ຈິບຫາຍ​ອັນ​ຮ້າຍແຮງ​ນີ້​ມາ​ສູ່​ພວກເຮົາ. ຖ້າ​ບໍ່​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ກໍ​ຈະ​ຮູ້​ໄດ້​ວ່າ​ບໍ່ແມ່ນ​ພຣະອົງ​ທີ່​ໄດ້​ສົ່ງ​ໂຣກ​ລະບາດ​ນີ້​ມາ, ແຕ່​ມັນ​ເປັນ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ແກ່​ພວກເຮົາ​ເທົ່ານັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka