Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 11:21 - ພຣະຄຳພີສັກສິ

21 ພວກເຈົ້າ​ບໍ່​ຈື່​ບໍ​ວ່າ ອາບີເມເຫຼັກ​ລູກຊາຍ​ຂອງ​ກີເດໂອນ​ໄດ້​ຖືກ​ຂ້າ​ຢ່າງໃດ? ແມ່ນ​ຍິງ​ຜູ້ໜຶ່ງ​ໃນ​ເມືອງ​ເທເບັດ​ທີ່​ໄດ້​ໂຍນ​ຫີນ​ໂມ້ແປ້ງ​ລົງ​ຈາກ​ກຳແພງ​ເມືອງ ຖືກ​ອາບີເມເຫຼັກ​ຈົນ​ຕາຍ. ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຂົ້າ​ໄປ​ໃກ້​ກຳແພງ​ເມືອງ​ແທ້?’ ຖ້າ​ກະສັດ​ຖາມ​ເຈົ້າ​ດັ່ງນີ້ ໃຫ້​ເຈົ້າ​ບອກ​ເພິ່ນ​ວ່າ, ‘ອູຣິຢາ ນາຍ​ທະຫານ​ຂອງທ່ານ​ກໍ​ຖືກ​ຂ້າ​ເໝືອນກັນ.”’

Uka jalj uñjjattʼäta Copia luraña




2 ຊາມູເອນ 11:21
11 Jak'a apnaqawi uñst'ayäwi  

ເມື່ອ​ກອງທັບ​ສັດຕູ​ອອກ​ມາ​ຈາກ​ເມືອງ ແລະ​ສູ້ຮົບ​ກອງທັບ​ໂຢອາບ; ນາຍ​ທະຫານ​ຂອງ​ດາວິດ​ບາງຄົນ​ລວມທັງ​ອູຣິຢາ​ຈຶ່ງ​ຖືກ​ຂ້າ.


ເພິ່ນ​ອາດ​ໃຈຮ້າຍ ແລະ​ຖາມ​ເຈົ້າ​ວ່າ, ‘ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຂົ້າ​ໄປ​ໃກ້​ຕົວເມືອງ​ເພື່ອ​ສູ້ຮົບ​ພວກເຂົາ? ພວກເຈົ້າ​ບໍ່​ຄິດ​ບໍ​ວ່າ ພວກເຂົາ​ຈະ​ຍິງ​ລູກທະນູ​ຈາກ​ກຳແພງ​ເມືອງ​ມາ​ໃສ່​ພວກເຈົ້າ?


ດັ່ງນັ້ນ ຄົນນຳຂ່າວ​ຈຶ່ງ​ບອກ​ກະສັດ​ດາວິດ​ຕາມ​ທີ່​ໂຢອາບ​ໄດ້​ສັ່ງ​ນັ້ນ.


ເມື່ອ​ອັບເນ​ມາ​ເຖິງ​ເມືອງ​ເຮັບໂຣນ ໂຢອາບ​ຈຶ່ງ​ພາ​ລາວ​ຫລີກ​ໄປ​ທາງ​ປະຕູ​ເມືອງ​ໂດຍ​ທຳທ່າ​ວ່າ​ຢາກ​ເວົ້າ​ກັບ​ລາວ​ເປັນ​ທາງ​ສ່ວນຕົວ. ໃນ​ທີ່ນັ້ນ ໂຢອາບ​ໄດ້​ໃຊ້​ມີດ​ແທງ​ທີ່​ທ້ອງ​ຂອງ​ລາວ. ອັບເນ​ຖືກ​ລອບ​ສັງຫານ​ເຊັ່ນນີ້ ເພາະ​ລາວ​ໄດ້​ຂ້າ​ອາສາເຮນ​ນ້ອງຊາຍ​ໂຢອາບ.


ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ການບາບ​ທັງສິ້ນ​ຂອງ​ຂ້ານ້ອຍ​ແດ່ ແລະ​ຢ່າ​ໃຫ້​ຄົນໂງ່​ຫົວ​ເຍາະເຍີ້ຍ​ຂ້ານ້ອຍ​ເລີຍ.


ພວກ​ມັນ​ທັງໝົດ​ຮ້ອງ​ອອກ​ມາ​ວ່າ, ‘ບັດນີ້ ເຈົ້າ​ກໍ​ອ່ອນແຮງ​ຄືກັນ​ກັບ​ພວກເຮົາ​ນໍ ເຈົ້າ​ກໍ​ເປັນ​ຜູ້ໜຶ່ງ​ໃນ​ພວກເຮົາ​ແລ້ວ


ແຕ່​ນັ້ນ​ມາ ຄົນ​ທັງຫລາຍ​ຈຶ່ງ​ເອີ້ນ​ກີເດໂອນ​ວ່າ ເຢຣຸບ​ບາອານ ຍ້ອນ​ໂຢອາດ​ເວົ້າ​ວ່າ, “ໃຫ້​ພະບາອານ​ປ້ອງກັນ​ມັນ​ເອງ ເພາະ​ແມ່ນ​ແທ່ນບູຊາ​ຂອງ​ມັນ​ທີ່​ຖືກ​ຮື້​ຖິ້ມ.”


ມື້ໜຶ່ງ ກີເດໂອນ​ພ້ອມ​ດ້ວຍ​ທະຫານ​ທັງໝົດ​ຂອງ​ລາວ​ໄດ້​ລຸກຂຶ້ນ​ແຕ່​ເຊົ້າໆ ແລ້ວ​ກໍ​ໄປ​ຕັ້ງ​ທີ່ໝັ້ນ​ຢູ່​ທາງ​ບໍ່​ນໍ້າ​ຮາໂຣດ. ສ່ວນ​ພວກ​ມີດີອານ​ນັ້ນ​ຕັ້ງ​ທີ່ໝັ້ນ​ຢູ່​ຮ່ອມພູ ທາງທິດເໜືອ​ໃກ້​ກັບ​ພູ​ໂມເຣ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka