Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 11:16 - ພຣະຄຳພີສັກສິ

16 ດັ່ງນັ້ນ ໃນ​ຂະນະທີ່​ໂຢອາບ​ພວມ​ອ້ອມ​ເມືອງ​ຢູ່​ນັ້ນ ລາວ​ກໍ​ສົ່ງ​ອູຣິຢາ​ອອກ​ໄປ​ໃນ​ບ່ອນ​ທີ່​ຕົນ​ຮູ້​ວ່າ ສັດຕູ​ມີ​ກຳລັງ​ທີ່​ເຂັ້ມແຂງ​ຫລາຍ.

Uka jalj uñjjattʼäta Copia luraña




2 ຊາມູເອນ 11:16
13 Jak'a apnaqawi uñst'ayäwi  

ເພິ່ນ​ຂຽນ​ວ່າ​ດັ່ງນີ້: “ໃຫ້​ທ່ານ​ສົ່ງ​ອູຣິຢາ​ໄປ​ແນວໜ້າ ບ່ອນ​ທີ່​ມີ​ການ​ສູ້ຮົບ​ກັນ​ຢ່າງ​ດຸເດືອດ​ທີ່ສຸດ, ແລ້ວ​ໃຫ້​ຍົກທັບ​ຖອຍ ແລະ​ປ່ອຍ​ໃຫ້​ອູຣິຢາ​ຖືກ​ຂ້າ​ຕາຍ.”


ເມື່ອ​ກອງທັບ​ສັດຕູ​ອອກ​ມາ​ຈາກ​ເມືອງ ແລະ​ສູ້ຮົບ​ກອງທັບ​ໂຢອາບ; ນາຍ​ທະຫານ​ຂອງ​ດາວິດ​ບາງຄົນ​ລວມທັງ​ອູຣິຢາ​ຈຶ່ງ​ຖືກ​ຂ້າ.


ພວກເຈົ້າ​ບໍ່​ຈື່​ບໍ​ວ່າ ອາບີເມເຫຼັກ​ລູກຊາຍ​ຂອງ​ກີເດໂອນ​ໄດ້​ຖືກ​ຂ້າ​ຢ່າງໃດ? ແມ່ນ​ຍິງ​ຜູ້ໜຶ່ງ​ໃນ​ເມືອງ​ເທເບັດ​ທີ່​ໄດ້​ໂຍນ​ຫີນ​ໂມ້ແປ້ງ​ລົງ​ຈາກ​ກຳແພງ​ເມືອງ ຖືກ​ອາບີເມເຫຼັກ​ຈົນ​ຕາຍ. ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຂົ້າ​ໄປ​ໃກ້​ກຳແພງ​ເມືອງ​ແທ້?’ ຖ້າ​ກະສັດ​ຖາມ​ເຈົ້າ​ດັ່ງນີ້ ໃຫ້​ເຈົ້າ​ບອກ​ເພິ່ນ​ວ່າ, ‘ອູຣິຢາ ນາຍ​ທະຫານ​ຂອງທ່ານ​ກໍ​ຖືກ​ຂ້າ​ເໝືອນກັນ.”’


ເມື່ອ​ອັບເນ​ມາ​ເຖິງ​ເມືອງ​ເຮັບໂຣນ ໂຢອາບ​ຈຶ່ງ​ພາ​ລາວ​ຫລີກ​ໄປ​ທາງ​ປະຕູ​ເມືອງ​ໂດຍ​ທຳທ່າ​ວ່າ​ຢາກ​ເວົ້າ​ກັບ​ລາວ​ເປັນ​ທາງ​ສ່ວນຕົວ. ໃນ​ທີ່ນັ້ນ ໂຢອາບ​ໄດ້​ໃຊ້​ມີດ​ແທງ​ທີ່​ທ້ອງ​ຂອງ​ລາວ. ອັບເນ​ຖືກ​ລອບ​ສັງຫານ​ເຊັ່ນນີ້ ເພາະ​ລາວ​ໄດ້​ຂ້າ​ອາສາເຮນ​ນ້ອງຊາຍ​ໂຢອາບ.


ຍັງ​ມີ​ເລື່ອງ​ອື່ນ​ອີກ ເຈົ້າ​ຈື່​ໄດ້​ບໍ​ສິ່ງ​ທີ່​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ໄດ້​ເຮັດ​ຕໍ່​ພໍ່ ໂດຍ​ໄດ້​ຂ້າ​ຜູ້​ບັນຊາການ​ກອງທັບ​ຂອງ​ຊາດ​ອິດສະຣາເອນ​ສອງ​ຄົນ ຄື​ອັບເນ​ລູກຊາຍ​ຂອງ​ເນຣະ ແລະ​ອາມາສາ​ລູກຊາຍ​ຂອງ​ເຢເທີ. ເຈົ້າ​ຈື່​ໄດ້​ບໍ​ວ່າ​ລາວ​ໄດ້​ຂ້າ​ພວກເຂົາ​ໃນ​ຍາມ​ສະຫງົບສຸກ ເພື່ອ​ແກ້ແຄ້ນ​ໃຫ້​ແກ່​ພວກ​ທີ່​ຕາຍໄປ​ໃນ​ຍາມ​ສົງຄາມ. ລາວ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ ບັດນີ້ ພໍ່​ຕ້ອງ​ຮັບຜິດຊອບ​ຕໍ່​ການ​ກະທຳ​ຂອງ​ລາວ ແລະ​ພໍ່​ຕ້ອງ​ຮັບ​ຄວາມ​ທໍລະມານ ໃນ​ຜົນ​ກຳ​ນັ້ນ.


ແລ້ວ​ເຢຮູ​ກໍໄດ້​ຂຽນ​ຈົດໝາຍ​ໄປ​ຫາ​ພວກ​ເຫຼົ່ານີ້​ອີກ​ວ່າ, “ຖ້າ​ພວກທ່ານ​ຢູ່​ຝ່າຍ​ຂ້າພະເຈົ້າ ແລະ​ພ້ອມ​ທີ່​ຈະ​ປະຕິບັດ​ຕາມ​ຄຳສັ່ງ, ມື້ອື່ນ​ໃນ​ເວລາ​ດຽວກັນ​ນີ້ ຂໍ​ໃຫ້​ເອົາ​ຫົວ​ພວກ​ລູກຫລານ​ກະສັດ​ອາຮາບ ມາ​ໃຫ້​ຂ້າພະເຈົ້າ​ທີ່​ເມືອງ​ຢິດຊະເຣນ​ນີ້.” ລູກຫລານ​ເຈັດສິບ​ຄົນ ຂອງ​ກະສັດ​ອາຮາບ​ຢູ່​ໃຕ້​ການ​ດູແລ​ເບິ່ງແຍງ ຂອງ​ບັນດາ​ຜູ້ນຳ​ຂອງ​ນະຄອນ​ຊາມາເຣຍ​ຜູ້​ລ້ຽງດູ​ພວກເຂົາ​ມາ​ຈົນ​ໃຫຍ່.


ຖ້າ​ຜູ້ປົກຄອງ​ເອົາໃຈໃສ່​ຕໍ່​ຄຳ​ລາຍງານ​ບໍ່ຈິງ, ຂ້າຣາຊການ​ຂອງເພິ່ນ​ທັງໝົດ​ຈະ​ເປັນ​ຄົນ​ຂີ້ຕົວະ.


ເອຟຣາອິມ​ກຳລັງ​ຖືກ​ກົດຂີ່ ນາງ​ຈຶ່ງ​ເສຍ​ດິນແດນ​ທີ່​ເປັນ​ສິດ​ຂອງຕົນ ເພາະ​ນາງ​ດື້ດັນ​ໄປ​ຂໍ​ຄວາມ​ຊ່ວຍເຫລືອ​ນຳ​ຜູ້​ອື່ນ ທີ່​ບໍ່ມີ​ຫຍັງ​ຊ່ວຍເຫລືອ​ນາງ​ໄດ້.


ແຕ່​ເປໂຕ​ກັບ​ອັກຄະສາວົກ​ຄົນອື່ນໆ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ຈຳ​ຕ້ອງ​ເຊື່ອຟັງ​ພຣະເຈົ້າ​ຫລາຍກວ່າ​ມະນຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka