Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 11:15 - ພຣະຄຳພີສັກສິ

15 ເພິ່ນ​ຂຽນ​ວ່າ​ດັ່ງນີ້: “ໃຫ້​ທ່ານ​ສົ່ງ​ອູຣິຢາ​ໄປ​ແນວໜ້າ ບ່ອນ​ທີ່​ມີ​ການ​ສູ້ຮົບ​ກັນ​ຢ່າງ​ດຸເດືອດ​ທີ່ສຸດ, ແລ້ວ​ໃຫ້​ຍົກທັບ​ຖອຍ ແລະ​ປ່ອຍ​ໃຫ້​ອູຣິຢາ​ຖືກ​ຂ້າ​ຕາຍ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 11:15
12 Jak'a apnaqawi uñst'ayäwi  

ດັ່ງນັ້ນ ໃນ​ຂະນະທີ່​ໂຢອາບ​ພວມ​ອ້ອມ​ເມືອງ​ຢູ່​ນັ້ນ ລາວ​ກໍ​ສົ່ງ​ອູຣິຢາ​ອອກ​ໄປ​ໃນ​ບ່ອນ​ທີ່​ຕົນ​ຮູ້​ວ່າ ສັດຕູ​ມີ​ກຳລັງ​ທີ່​ເຂັ້ມແຂງ​ຫລາຍ.


ເມື່ອ​ກອງທັບ​ສັດຕູ​ອອກ​ມາ​ຈາກ​ເມືອງ ແລະ​ສູ້ຮົບ​ກອງທັບ​ໂຢອາບ; ນາຍ​ທະຫານ​ຂອງ​ດາວິດ​ບາງຄົນ​ລວມທັງ​ອູຣິຢາ​ຈຶ່ງ​ຖືກ​ຂ້າ.


ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ? ເປັນຫຍັງ​ຈຶ່ງ​ເຮັດ​ສິ່ງ​ຊົ່ວຊ້າ​ຢ່າງ​ນີ້? ເຈົ້າ​ໄດ້​ໃຫ້​ອູຣິຢາ​ຖືກ​ຂ້າ​ໃນ​ສະໜາມຮົບ; ເຈົ້າ​ປ່ອຍ​ໃຫ້​ຊາວ​ອຳໂມນ​ຂ້າ​ລາວ ແລ້ວ​ເຈົ້າ​ກໍ​ເອົາ​ເມຍ​ຂອງ​ລາວ.


ພຣະເຈົ້າຢາເວ​ໄດ້​ກະທຳ​ຢ່າງ​ນີ້ ເພາະ​ກະສັດ​ດາວິດ​ໄດ້​ເຮັດ​ໃຫ້​ພຣະອົງ​ພໍໃຈ ແລະ​ບໍ່ໄດ້​ຂືນ​ຄຳສັ່ງ​ໃດໆ​ຂອງ​ພຣະອົງ, ນອກຈາກ​ເລື່ອງ​ຂອງ​ອູຣິຢາ​ຊາວ​ຮິດຕີ​ເທົ່ານັ້ນ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ໄວ້​ຊີວິດ​ແລະ​ຊ່ວຍ​ໃຫ້​ພົ້ນ​ໄພ ແລະ​ຂ້ານ້ອຍ​ກໍ​ຈະ​ຊື່ນໃຈ​ເຖິງ​ຄວາມ​ຊອບທຳ​ນັ້ນ.


ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ​ແຕ່ຜູ້ດຽວ ຄື​ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ຖື​ວ່າ​ເປັນ​ການ​ຊົ່ວຮ້າຍ. ການ​ທີ່​ພຣະອົງ​ຕັດສິນ​ຂ້ານ້ອຍ​ນັ້ນ​ກໍ​ຖືກຕ້ອງ​ແລ້ວ. ພຣະອົງ​ຊົງ​ຍຸດຕິທຳ​ເມື່ອ​ລົງໂທດ​ຂ້ານ້ອຍ​ນັ້ນ.


ເປັນຫຍັງ​ຄົນ​ຈຶ່ງ​ພ້ອມ​ທີ່​ຈະ​ເຮັດ​ຊົ່ວ​ກັນ​ແທ້? ກໍ​ເພາະ​ຄົນ​ທີ່​ເຮັດ​ຊົ່ວ​ນັ້ນ​ບໍ່ໄດ້​ຖືກ​ລົງໂທດ​ໃຫ້​ໄວ​ທັນການ.


ບໍ່ມີ​ສິ່ງໃດ​ຫລອກລວງ​ສໍ່າກັບ​ຈິດໃຈ​ຄົນ ຊຶ່ງ​ປິ່ນປົວ​ໃຫ້​ດີ​ແລະ​ເຂົ້າໃຈ​ບໍ່ໄດ້.


ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະເຈົ້າຢາເວ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະອົງ​ຊ່ວຍກູ້​ເອົາ​ຜູ້​ຖືກ​ຂົ່ມເຫັງ​ຈາກ​ຄົນ​ຊົ່ວຮ້າຍ.


ຕໍ່ມາ ກະສັດ​ໂຊນ​ໄດ້​ກ່າວ​ແກ່​ດາວິດ​ວ່າ, “ນີ້​ຄື​ເມຣາບ​ລູກສາວ​ຄົນ​ກົກ​ຂອງເຮົາ; ເຮົາ​ຈະ​ຍົກ​ນາງ​ໃຫ້​ເປັນ​ເມຍ​ຂອງ​ເຈົ້າ ແຕ່​ເຈົ້າ​ຕ້ອງ​ຮັບໃຊ້​ເຮົາ​ໃນ​ຖານະ​ທີ່​ເປັນ​ທະຫານ​ຜູ້​ເກັ່ງກ້າ​ແລະ​ສັດຊື່ ແລະ​ເຮັດ​ເສິກ​ເພື່ອ​ພຣະເຈົ້າຢາເວ.” (ກະສັດ​ໂຊນ​ຄິດ​ວ່າ​ດ້ວຍ​ວິທີ​ນີ້ ເພິ່ນ​ຈະ​ບໍ່​ເປັນ​ຜູ້​ສັງຫານ​ດາວິດ​ໂດຍ​ຕົນເອງ ແຕ່​ຈະ​ປ່ອຍ​ໃຫ້​ພວກ​ຟີລິດສະຕິນ​ຂ້າ​ລາວ.)


ເພິ່ນ​ກ່າວ​ແກ່​ຕົນເອງ​ວ່າ, “ເຮົາ​ຈະ​ຍົກ​ມີການ​ໃຫ້​ດາວິດ ແລະ​ເຮົາ​ຈະ​ໃຊ້​ນາງ​ດັກຈັບ​ດາວິດ​ໃຫ້​ພວກ​ຟີລິດສະຕິນ​ຂ້າ.” ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ເວົ້າ​ກັບ​ດາວິດ​ເປັນ​ຄັ້ງ​ທີ​ສອງ​ວ່າ, “ເຈົ້າ​ຈະ​ໄດ້​ເປັນ​ລູກ​ເຂີຍ​ຂອງເຮົາ.”


ແລ້ວ​ກະສັດ​ໂຊນ​ກໍໄດ້​ສັ່ງ​ພວກເຂົາ​ໃຫ້​ໄປ​ບອກ​ດາວິດ​ວ່າ, “ກະສັດ​ຕ້ອງການ​ຄ່າ​ດອງ​ຈາກ​ເຈົ້າ​ພຽງແຕ່​ໜັງ​ຫຸ້ມປາຍ​ອະໄວຍະວະ​ລັບ​ຂອງ​ຊາວ​ຟີລິດສະຕິນ​ໜຶ່ງຮ້ອຍ​ຄົນ​ເທົ່ານັ້ນ ເພື່ອ​ເປັນ​ການ​ລ້າງແຄ້ນ​ສັດຕູ​ຂອງ​ເພິ່ນ.” (ອັນນີ້​ຄື​ແຜນການ​ທີ່​ກະສັດ​ໂຊນ​ຢາກ​ໃຫ້​ດາວິດ​ຖືກ​ຂ້າ​ໂດຍ​ພວກ​ຟີລິດສະຕິນ.)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka