Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 11:13 - ພຣະຄຳພີສັກສິ

13 ກະສັດ​ດາວິດ​ໄດ້​ເຊີນ​ລາວ​ມາ​ຮັບປະທານ​ອາຫານ​ນຳ ແລະ​ໃຫ້​ລາວ​ດື່ມ​ເຫຼົ້າ​ຈົນ​ເມົາ, ແຕ່​ໃນ​ຄືນ​ນັ້ນ​ແທນ​ທີ່​ອູຣິຢາ​ຈະ​ກັບ​ເມືອ​ເຮືອນ ລາວ​ຊໍ້າພັດ​ໄປ​ນອນ​ຫົ່ມ​ຜ້າ ຢູ່​ໃນ​ຫ້ອງ​ຂອງ​ທະຫານ​ຍາມ​ຣາຊວັງ.

Uka jalj uñjjattʼäta Copia luraña




2 ຊາມູເອນ 11:13
7 Jak'a apnaqawi uñst'ayäwi  

ແຕ່​ແທນທີ່​ອູຣິຢາ​ຈະ​ກັບ​ເມືອ​ເຮືອນ ລາວ​ຊໍ້າພັດ​ໄປ​ນອນ​ຢູ່​ທີ່​ປະຕູ​ຂອງ​ຣາຊວັງ​ນຳ​ທະຫານ​ຍາມ​ຂອງ​ກະສັດ.


ອັບຊາໂລມ​ຈຶ່ງ​ຂໍຮ້ອງ​ວ່າ, “ຖ້າດັ່ງນັ້ນ ພໍ່​ຈະ​ອະນຸຍາດ​ໃຫ້​ອຳໂນນ ນ້ອງຊາຍ​ຂອງ​ຂ້ານ້ອຍ​ໄປ​ໄດ້​ບໍ່?” ກະສັດ​ຖາມ​ວ່າ, “ເປັນຫຍັງ​ລາວ​ຈຶ່ງ​ຈະ​ຕ້ອງ​ໄປ?”


ແລ້ວ​ເພິ່ນ​ກໍ​ຖາມ​ອາໂຣນ​ວ່າ, “ປະຊາຊົນ​ພວກ​ນີ້​ໄດ້​ເຮັດ​ຫຍັງ​ໃຫ້​ເຈົ້າ ເຈົ້າ​ຈຶ່ງ​ພາ​ພວກເຂົາ​ເຮັດ​ບາບ​ຢ່າງ​ຫລວງຫຼາຍ​ເຊັ່ນນີ້?”


ດື່ມ​ເຫຼົ້າ​ເກີນສ່ວນ​ພາ​ໃຫ້​ເກເລ ມີ​ແຕ່​ຄົນ​ໂງ່ຈ້າ​ອັບ​ປັນຍາ​ທີ່​ປ່ອຍ​ຕົນ​ໃຫ້​ເມົາ​ເຫຼົ້າ.


ຈົ່ງ​ອ້າງ​ເອົາ​ຄົນ​ໜຶ່ງ​ທີ່​ດື່ມ​ເຫຼົ້າ​ເກັ່ງ​ມາ​ໃຫ້​ຂ້ອຍ​ເບິ່ງດູ ຄື​ຜູ້​ທີ່​ລອງ​ດື່ມ​ເຫຼົ້າ​ໃໝ່​ນາໆ​ຊະນິດ​ຢ່າງ​ບໍ່​ຢຸດຢັ້ງ ແລ້ວ​ຂ້ອຍ​ກໍ​ຈະ​ໃຫ້​ເຈົ້າ​ເຫັນ​ຜູ້​ທີ່​ມີ​ຄວາມທຸກ​ແລະ​ຄວາມ​ເສຍໃຈ ເປັນ​ຜູ້​ສ້າງ​ແຕ່​ຄວາມ​ເດືອດຮ້ອນ​ຢູ່​ສະເໝີ ແລະ​ຈົ່ມທຸກ​ຢູ່​ເລື້ອຍໆ ຕາ​ຂອງ​ລາວ​ແດງກໍ່າ​ແລະ​ມີ​ຮອຍ​ຊໍ້າ​ຕາມ​ຕົນຕົວ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຜູ້​ທີ່​ໄດ້​ດູຖູກ ແລະ​ເຮັດ​ໃຫ້​ເພື່ອນບ້ານ​ຂອງ​ພວກເຈົ້າ​ເສື່ອມເສຍ ຍ້ອນ​ຄວາມ​ໂກດຮ້າຍ​ຂອງ​ພວກເຈົ້າ; ພວກເຈົ້າ​ເຮັດ​ໃຫ້​ພວກເຂົາ​ຍ່າງ​ໂຊເຊ​ເໝືອນ​ຄົນ​ເມົາ​ເຫຼົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka