Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 11:11 - ພຣະຄຳພີສັກສິ

11 ອູຣິຢາ​ຕອບ​ວ່າ, “ຫີບ​ພັນທະສັນຍາ, ທະຫານ​ອິດສະຣາເອນ ແລະ​ຊາວ​ຢູດາ​ຢູ່​ຍັງ​ໃນ​ສະໜາມຮົບ; ໂຢອາບ​ຜູ້​ບັນຊາການ​ຂອງ​ຂ້ານ້ອຍ ແລະ​ພວກ​ນາຍ​ທະຫານ​ຍັງ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ນອກເມືອງ; ເຫດໃດ​ຂ້ານ້ອຍ​ຈຶ່ງ​ຈະ​ກັບ​ເມືອ​ເຮືອນ, ກິນ​ດື່ມ ແລະ​ນອນ​ນຳ​ເມຍ​ໄດ້? ຕາບໃດ​ທີ່​ກະສັດ​ຍັງ​ມີ​ຊີວິດ​ຢູ່ ແລະ​ຕາບໃດ​ວິນຍານ​ຂອງ​ກະສັດ​ມີ​ຊີວິດ​ຢູ່ ຂ້ານ້ອຍ​ຈະ​ບໍ່​ເຮັດ​ຢ່າງ​ນັ້ນ​ເລີຍ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 11:11
19 Jak'a apnaqawi uñst'ayäwi  

ເມື່ອ​ກະສັດ​ດາວິດ​ຮູ້​ວ່າ​ອູຣິຢາ​ບໍ່ໄດ້​ກັບ​ເມືອ​ເຮືອນ, ເພິ່ນ​ຈຶ່ງ​ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ກັບ​ເມືອ​ເຮືອນ ເພາະ​ເຈົ້າ​ບໍ່ໄດ້​ເມືອ​ເຮືອນ​ຕັ້ງ​ດົນນານ​ແລ້ວ?”


ກະສັດ​ກ່າວ​ວ່າ, “ແມ່ນ​ແຜນການ​ຂອງ​ໂຢອາບ​ບໍ? ທີ່​ໃຫ້​ເຈົ້າ​ມາ​ກ່າວ​ສິ່ງ​ເຫຼົ່ານີ້.” ແລະ​ນາງ​ໄດ້​ຕອບ​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ຕາບໃດ​ທີ່​ວິນຍານຂອງ​ກະສັດ​ມີ​ຊີວິດ​ຢູ່ ບໍ່​ມີ​ຜູ້ໃດ​ສາມາດ​ປົກປິດ​ຄວາມຈິງ​ຈາກ​ກະສັດ​ໄດ້​ດອກ. ແມ່ນ​ໂຢອາບ ຂ້າຣາຊການ​ຂອງທ່ານ​ນັ້ນແຫລະ ເປັນ​ຜູ້​ບອກ​ໃຫ້​ຂ້ານ້ອຍ​ເຮັດ​ແລະ​ບອກ​ໃຫ້​ຂ້ານ້ອຍ​ເວົ້າ.


ກະສັດ​ຈຶ່ງ​ບອກ​ອາບີໄຊ​ວ່າ, “ເຊບາ​ລູກຊາຍ​ຂອງ​ບີກຣີ​ຈະ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ພວກເຮົາ ຫລາຍກວ່າ​ອັບຊາໂລມ​ອີກ; ດັ່ງນັ້ນ ຈົ່ງ​ນຳ​ເອົາ​ທະຫານ​ອອກ​ຕາມ​ຫາ​ຈັບ​ລາວ. ຖ້າບໍ່​ດັ່ງນັ້ນ ລາວ​ອາດ​ຢຶດເອົາ​ບາງເມືອງ​ທີ່​ມີ​ປ້ອມ​ປ້ອງກັນ ແລະ​ປົບໜີ​ຈາກ​ພວກເຮົາ.”


ແລ້ວ​ກະສັດ​ກໍໄດ້​ເວົ້າ​ກັບ​ຜູ້ທຳນວາຍ​ນາທານ​ວ່າ, “ເບິ່ງດູ ເຮົາ​ເອງ​ຢູ່​ໃນ​ເຮືອນ​ທີ່​ສ້າງ​ດ້ວຍ​ໄມ້ແປກ, ແຕ່​ຫີບ​ຂອງ​ພຣະເຈົ້າ​ພັດ​ຢູ່​ໃນ​ຫໍເຕັນ.”


ນັບ​ແຕ່​ເວລາ​ທີ່​ເຮົາ​ໄດ້​ນຳ​ປະຊາຊົນ​ອິດສະຣາເອນ ອອກ​ມາ​ຈາກ​ປະເທດ​ເອຢິບ​ຈົນເຖິງ​ດຽວ​ນີ້ ເຮົາ​ບໍ່ໄດ້​ຢູ່​ໃນ​ວິຫານ​ເລີຍ. ເຮົາ​ໄດ້​ເດີນທາງ​ໄປມາ​ເລື້ອຍ​ໂດຍ​ອາໄສ​ຢູ່​ໃນ​ຫໍເຕັນ​ແລະ​ຫໍເຕັນ​ສັກສິດ.


ໂມເຊ​ຖາມ​ຄືນ​ວ່າ, “ພວກເຈົ້າ​ຢາກ​ຢູ່​ທີ່​ນີ້ ໃນ​ເມື່ອ​ພວກ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ​ອອກ​ໄປ​ເຮັດ​ເສິກ​ຊັ້ນບໍ?


ດັ່ງນັ້ນ ຖ້າ​ເຮົາ​ຜູ້​ເປັນ​ພຣະອົງເຈົ້າ ແລະ​ພຣະອາຈານ​ໄດ້​ລ້າງ​ຕີນ​ໃຫ້​ພວກເຈົ້າ​ສັນໃດ ພວກເຈົ້າ​ກໍ​ຄວນ​ລ້າງ​ຕີນ​ໃຫ້​ກັນແລະກັນ​ສັນນັ້ນ.


ຖ້າ​ພວກເຮົາ​ອົດທົນ​ເອົາ ພວກເຮົາ​ກໍ​ຈະ​ປົກຄອງ​ຮ່ວມ​ກັບ​ພຣະອົງ. ຖ້າ​ພວກເຮົາ​ປະຕິເສດ​ພຣະອົງ ພຣະອົງ​ກໍ​ຈະ​ປະຕິເສດ​ພວກເຮົາ​ເໝືອນກັນ.


ນາງ​ຮັນນາ​ເວົ້າ​ກັບ​ເອລີ​ວ່າ, “ຂໍ​ອະໄພ​ທ່ານເອີຍ ທ່ານ​ຈື່​ຂ້ານ້ອຍ​ໄດ້​ບໍ? ຂ້ານ້ອຍ​ຄື​ຍິງ​ທີ່​ທ່ານ​ເຄີຍ​ເຫັນ​ຢືນ​ຢູ່​ທີ່​ນີ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ.


ເມື່ອ​ເປັນ​ເຊັ່ນນີ້ ກະສັດ​ໂຊນ​ຈຶ່ງ​ກ່າວ​ແກ່​ປະໂຣຫິດ​ອາຮີຢາ​ວ່າ, “ຈົ່ງ​ເອົາ​ເອໂຟດ ມາ​ທີ່​ນີ້.” (ໃນ​ຄາວນັ້ນ​ແມ່ນ​ອາຮີຢາ​ທີ່​ເປັນ​ຜູ້​ຖື​ເອໂຟດ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.)


ເມື່ອ​ກະສັດ​ໂຊນ​ເຫັນ​ດາວິດ​ອອກ​ໄປ​ຕໍ່ສູ້​ກັບ​ໂກລີອາດ​ນັ້ນ ເພິ່ນ​ຈຶ່ງ​ຖາມ​ອັບເນ​ຜູ້​ບັນຊາການ​ທະຫານ​ຂອງຕົນ​ວ່າ, “ອັບເນ ບ່າວນ້ອຍ​ຄົນນີ້​ແມ່ນ​ລູກ​ຂອງ​ຜູ້ໃດ?” ອັບເນ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຂ້ານ້ອຍ​ບໍ່​ຮູ້ຈັກ.”


ແຕ່​ດາວິດ​ຕອບ​ວ່າ, “ພໍ່​ຂອງເຈົ້າ​ຮູ້ດີ​ວ່າ​ເຈົ້າ​ນິຍົມ​ຊົມຊອບ​ຂ້ອຍ​ຫລາຍ​ເທົ່າ​ໃດ ເພິ່ນ​ຄົງ​ບໍ່​ກ້າ​ບອກ​ແຜນການ​ທີ່​ເພິ່ນ​ຈະ​ເຮັດ​ໃຫ້​ເຈົ້າ​ຮູ້​ນຳ​ດອກ ເພາະ​ເຈົ້າ​ອາດ​ໂສກເສົ້າ​ເສຍໃຈ. ຂ້ອຍ​ຂໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ແລະ​ຕໍ່​ເຈົ້າ​ວ່າ ຂ້ອຍ​ເອງ​ຢູ່​ຫ່າງ​ຈາກ​ຄວາມຕາຍ​ແຕ່​ພຽງ​ກ້າວ​ດຽວ​ເທົ່ານັ້ນ.”


ທ່ານເອີຍ ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່ ແລະ​ທ່ານ​ມີ​ຊີວິດຢູ່, ດ້ວຍວ່າ​ພຣະເຈົ້າຢາເວ​ໄດ້​ຫ້າມ​ທ່ານ​ບໍ່ໃຫ້​ແກ້ແຄ້ນ ແລະ​ຂ້າ​ສັດຕູ​ຂອງທ່ານ. ບັດນີ້ ຂໍ​ໃຫ້​ສັດຕູ​ທຸກຄົນ​ທີ່​ຢາກ​ທຳຮ້າຍ​ທ່ານ​ຖືກ​ລົງໂທດ​ຢ່າງ​ດຽວກັນ​ກັບ​ນາບານ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ສົ່ງ​ຄົນ​ໄປ​ທີ່​ເມືອງ​ຊີໂລ ເພື່ອ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ທີ່​ນັ່ງ​ເທິງ​ບັນລັງ​ຂອງ​ເຄຣຸບ. ໂຮຟະນີ​ແລະ​ຟີເນຮາ ລູກຊາຍ​ສອງ​ຄົນ​ຂອງ​ເອລີ ໄດ້​ເດີນທາງ​ມາ​ພ້ອມ​ກັບ​ຫີບ​ພັນທະສັນຍາ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka