Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 11:1 - ພຣະຄຳພີສັກສິ

1 ປີ​ຕໍ່ມາ ໃນ​ລະດູ​ໃບ​ໄມ້​ປົ່ງ ເປັນ​ເວລາ​ທີ່​ກະສັດ​ທັງຫລາຍ​ເຄີຍ​ອອກ​ໄປ​ສູ້ຮົບ. ກະສັດ​ດາວິດ​ໄດ້​ສົ່ງ​ໂຢອາບ, ພວກ​ນາຍ​ທະຫານ​ຂອງຕົນ ແລະ​ກອງທັບ​ອິດສະຣາເອນ​ອອກ​ໄປ​ເຮັດ​ເສິກ. ພວກເຂົາ​ໄດ້​ເອົາ​ຊະນະ​ຊາວ​ອຳໂມນ ແລະ​ປິດລ້ອມ​ເມືອງ​ຣັບບາ​ໄວ້ ສ່ວນ​ກະສັດ​ດາວິດ​ນັ້ນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña




2 ຊາມູເອນ 11:1
15 Jak'a apnaqawi uñst'ayäwi  

ເມື່ອ​ພວກ​ອຳໂມນ​ເຫັນ​ວ່າ​ພວກ​ຊີເຣຍ​ປົບໜີໄປ​ແລ້ວ ພວກເຂົາ​ຈຶ່ງ​ແລ່ນ​ປົບໜີ​ຈາກ​ອາບີໄຊ ແລະ​ຖອຍ​ເຂົ້າ​ໄປ​ໃນເມືອງ. ແລ້ວ​ໂຢອາບ​ກໍ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ ຫລັງຈາກ​ທີ່​ລາວ​ໄດ້​ສູ້ຮົບ​ຊາວ​ອຳໂມນ​ແລ້ວ.


ຫຼັງຈາກ​ນັ້ນ ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໄດ້​ໄປ​ຫາ​ກະສັດ​ອາຮາບ ແລະ​ບອກ​ວ່າ, “ໃຫ້​ທ່ານ​ກັບຄືນ​ເມືອ​ຮວບຮວມ​ເອົາ​ກຳລັງ​ຂອງທ່ານ ແລະ​ວາງແຜນ​ຢ່າງ​ລະມັດ​ລະວັງ ເພາະ​ກະສັດ​ຊີເຣຍ​ຈະ​ກັບຄືນ​ມາ​ໂຈມຕີ​ອີກ​ໃນ​ລະດູ​ໃບໄມ້ປົ່ງ​ໃນ​ປີ​ຕໍ່ໄປ.”


ພໍ​ເຖິງ​ລະດູ​ໃບໄມ້ປົ່ງ ເພິ່ນ​ກໍ​ລະດົມ​ເອົາ​ທະຫານ​ຂອງ​ເພິ່ນ ແລະ​ຍົກທັບ​ໄປ​ເມືອງ​ອາເຟັກ​ເພື່ອ​ໂຈມຕີ​ຊາວ​ອິດສະຣາເອນ.


ຕໍ່ມາ ໃນ​ລະດູ​ໃບ​ໄມ້​ປົ່ງ ອັນ​ເປັນ​ເວລາ​ທີ່​ບັນດາ​ກະສັດ​ເຄີຍ​ເຮັດ​ເສິກ ໂຢອາບ​ໄດ້​ນຳ​ກອງທັບ​ໄປ​ຮຸກຮານ​ປະເທດ​ອຳໂມນ; ແຕ່​ກະສັດ​ດາວິດ​ຍັງ​ພັກ​ຢູ່​ນະຄອນ​ເຢຣູຊາເລັມ. ພວກເຂົາ​ໄດ້​ປິດລ້ອມ​ເມືອງ​ຣັບບາ​ໄວ້ ທັງ​ໂຈມຕີ ແລະ​ທຳລາຍ​ເມືອງ.


ເມື່ອ​ຮອດ​ລະດູ​ໃບໄມ້ປົ່ງ ກະສັດ​ເນບູກາເນັດຊາ​ໄດ້​ນຳ​ເຢໂຮຍອາກິນ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ ພ້ອມທັງ​ນຳ​ຊັບສົມບັດ​ອັນມີຄ່າ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄປ​ກ້ຽງ. ແລ້ວ​ເພິ່ນ​ກໍ​ແຕ່ງຕັ້ງ​ເຊເດກີຢາ ລູງ ຂອງ​ເຢໂຮຍອາກິນ ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ຢູດາຍ​ແລະ​ເຢຣູຊາເລັມ​ແທນ.


ຜູ້ໃດ​ຈະ​ນຳພາ​ໄປ​ສູ່​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ? ຜູ້ໃດ​ຈະ​ພາ​ໄປ​ທີ່​ເອໂດມ​ພຸ້ນ?


ພຣະອົງ​ຕັ້ງ​ເວລາ​ສຳລັບ​ຮັກ ແລະ​ເວລາ​ສຳລັບ​ຊັງ ເວລາ​ສຳລັບ​ເຮັດ​ເສິກ ແລະ​ເວລາ​ສຳລັບ​ສ້າງ​ສັນຕິພາບ.


ແຕ່​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ກ່າວ່າ, ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ທີ່​ຢູ່​ໃນ​ເມືອງ​ເອກຣັບບາ ໄດ້ຍິນ​ສຽງ​ຂອງ​ການ​ສູ້ຮົບ ແລະ​ເມືອງ​ນີ້​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ແລະ​ໝູ່ບ້ານ​ຕ່າງໆ​ກໍ​ຈະ​ຖືກ​ເຜົາຜານ​ຈົນກ້ຽງ. ແລ້ວ​ຊາດ​ອິດສະຣາເອນ​ກໍ​ຈະ​ໄດ້​ດິນແດນ​ຂອງຕົນ ຈາກ​ພວກ​ທີ່​ຢຶດເອົາ​ໄປ​ນັ້ນ​ກັບຄືນ​ມາ.


ປະຊາຊົນ​ເຮັດຊະໂບນ​ເອີຍ ຈົ່ງ​ຮ້ອງໄຫ້​ສາ ເມືອງ​ອາອີ​ໄດ້​ຖືກ​ທຳລາຍ​ແລ້ວ ຜູ້ຍິງ​ຊາວ​ເມືອງ​ຣັບບາ​ເອີຍ ຈົ່ງ​ໄວ້ທຸກ​ເຖີດ ຈົ່ງ​ນຸ່ງ​ຜ້າ​ກະສອບເຂົ້າ​ແລະ​ໄວ້ທຸກ​ສາ. ຈົ່ງ​ແລ່ນ​ສັບສົນ​ອົນລະວົນ​ສາ. ພະ​ມິນກົມ​ຂອງ​ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ພ້ອມ​ກັບ​ພວກ​ປະໂຣຫິດ​ແລະ​ບັນດາ​ເຈົ້ານາຍ.


ທາງ​ສາຍ​ທີ​ໜຶ່ງ​ຊີ້​ໃຫ້​ກະສັດ​ມາ​ທາງ​ຣັບບາ ເມືອງ​ຂອງ​ຊາວ​ອຳໂມນ; ແລະ​ຖະໜົນ​ສາຍ​ອື່ນ​ອີກ​ໃຫ້​ມາ​ທາງ​ດິນແດນ​ຢູດາຍ ຄື​ມາ​ສູ່​ນະຄອນ​ເຢຣູຊາເລັມ​ເມືອງ​ທີ່​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ.


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ກຳແພງ​ເມືອງ​ຣັບບາ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ນີ້. ໃນ​ວັນ​ສູ້ຮົບ​ນັ້ນ​ຈະ​ມີ​ສຽງ​ໂຮ່ຮ້ອງ​ກ້ອງສະໜັ່ນ ແລະ​ການ​ຕໍ່ສູ້​ກໍ​ຈະ​ດຸເດືອດ​ດັ່ງ​ລົມພະຍຸ.


ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ອອກ​ໄປ​ຕໍ່ສູ້​ກັບ​ຊົນຊາດ​ເຫຼົ່ານັ້ນ ດັ່ງ​ທີ່​ພຣະອົງ​ໄດ້​ຕໍ່ສູ້​ມາ​ແລ້ວ​ໃນ​ອະດີດ.


ເຈົ້າໂອກ​ແມ່ນ​ກະສັດ​ຄົນ​ສຸດທ້າຍ​ຂອງ​ຊາວ​ເຣຟາອິມ. ບ່ອນ​ໃສ່​ສົບ ຂອງ​ເພິ່ນ​ເຮັດ​ດ້ວຍ​ຫີນ ຍາວ 4 ແມັດ ແລະ​ກວ້າງ​ປະມານ 2 ແມັດ ຊຶ່ງ​ຍັງ​ມີ​ຄົນ​ເຫັນ​ຢູ່​ໃນ​ເມືອງ​ຣັບບາ​ຂອງ​ຊາວ​ອຳໂມນ.)”


ພວກ​ຟີລິດສະຕິນ​ໄດ້​ຍົກທັບ​ມາ​ຕໍ່ສູ້ ແຕ່​ໃນ​ການ​ສູ້ຮົບ​ທຸກ​ເທື່ອ ດາວິດ​ຕີ​ຊະນະ​ຂ້າເສິກ​ໄດ້​ຢ່າງ​ມີ​ປະສິດ​ທິພາບ​ຫລາຍກວ່າ​ນາຍ​ທະຫານ​ຄົນອື່ນໆ​ຂອງ​ກະສັດ​ໂຊນ. ຜົນ​ກໍ​ຄື​ດາວິດ​ໄດ້​ກາຍເປັນ​ຜູ້​ມີ​ຊື່ສຽງ​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka